ຈະລາຈອນ ສີສັດຕະນາກ ເພີ່ມຈຸດລະບາຍການສັນຈອນ

0
982

ເມືອງສີສັດຕະນາກ ເປັນໜຶ່ງໃນ 4 ເມືອງໃນ ຂອງນະຄອນຫຼວງວຽງຈັນ ທີ່ພົບກັບສະພາບການສັນຈອນແອອັດ, ລົດຕິດອັ່ງອໍ ຕາມເສັ້ນທາງໃນເທດສະບານເມືອງ ໃນໄລຍະໂມງໄປການ-ເລີກການ, ໜຶ່ງໃນສາເຫດດັ່ງກ່າວ ຍ້ອນກະໂຕຜູ້ຈັບຂີ່ເອງບໍ່ປະຕິບັດລະບຽບທີ່ວາງ ອອກເຊັ່ນ: ຈອດລົດປ້າຍຫ້າມ; ຈອດຊະຊາຍຈາກຫົນທາງທີ່ແຄບແລ້ວຍິ່ງ ແຄບເຂົ້າຕື່ມ ເຮັດໃຫ້ກີດຂວາງການສັນຈອນຄົນອື່ນ.ຈາກສະພາບການດັ່ງກ່າວ ເຈົ້າໜ້າທີ່ຈະລາຈອນ ປກສ ເມືອງສີສັດຕະນາກ ກໍໄດ້ຫາວີທີແກ້ໄຂໂດຍບັນຈຸ ກໍາລັງໃສ່ແຕ່ລະຈຸດເພີ່ມຂຶ້ນ ແລະ ເພີ່ມຈຸດລະບາຍການສັນຈອນ ເຮັດໃຫ້ພາຫະນະຄວາມຄ່ອງຕົວກວ່າເກົ່າໃນໂມງຮີບດ່ວນ.

ຈະລາຈອນ ສີສັດຕະນາກ ເພີ່ມຈຸດລະບາຍການສັນຈອນ
ຈະລາຈອນ ສີສັດຕະນາກ ເພີ່ມຈຸດລະບາຍການສັນຈອນ

ພັທ ບຸນແອັດ ຊູບົວຈັນ ຮອງຫົວໜ້າພະແນກຕໍາຫຼວດ ຊີ້ນໍາວຽກງານຈະ ລາຈອນ ປກສ ເມືອງສີສັດຕະນາກນະ ຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ເພື່ອແນໃສ່ໃຫ້ການສັນຈອນພາຍໃນເມືອງສີສັດຕະນາກ ມີຄວາມສະດວກສະບາຍຍິ່ງຂຶ້ນ, ຕໍາຫຼວດຈະລາຈອນເມືອງ ໄດ້ວາງແຜນປ້ອງກັນ, ລະບາຍການສັນຈອນຕາມເສັ້ນທາງສາຍຫຼັກບັນຈຸກໍາລັງ ແລະ ເພີ່ມຈຸດລະບາຍຂຶ້ນອີກ 24 ຈຸດ ( ບໍ່ລວມ ປ້ອມຖາວອນ ແລະ ຊົ່ວຄາວ ) ເຊິ່ງມີການແຕ່ງຕັ້ງຫົວໜ້າບັນຊາແຕ່ລະຈຸດ ເປັນຜູ້ຊີ້ນໍາ, ໃນນີ້, ເສັ້ນທາງທ່າເດື່ອມີ: ທາງຂຶ້ນບ້ານຈອມເພັດ, ວົງວຽນຈີ່ນາຍໂມ້, ທາງເຂົ້າໂຮງງານຕຸກກະຕາ, ແຍກ ທູດສິງກະໂປ, ໂຮງຮຽນຝຣັ່ງ, ແຍກໄຟ ອຳນາດທາດຂາວ ແລະ 4 ແຍກໄຟແດງເພຍວັດ, ເສັ້ນທາງຄູວຽງ ມີ: 4 ແຍກ ໂສກປ່າຫຼວງ, ທາງບ້ານພັກແກ່ນຈັນ; ວົງວຽນຄອມເຊັນເຕິ, ວົງວຽນ 5 ເມສາ, ທາງລົງບ້ານສາລາແດງ, ໄຟອຳນາດແພດສາດ ແລະ ແຍກມະໂຫສົດ; ຖະໜົນດົງປ່າລານ ມີ: ວົງວຽນດົງປ່າລານ, ໄຟອຳນາດໂພນສີນວນ ແລະ ວົງວຽນໂພນທັນ, ເຊິ່ງໃນແຕ່ລະວັນຈະມີເຈົ້າໜ້າທີ່ ຈະລະຈອນອໍານວຍຄວາມສະດວກລະບາຍການສັນຈອນໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ເພື່ອໃຫ້ພາຫະນະມີຄວາມສະ ດວກກວ່າເກົ່າ.

ຈະລາຈອນ ສີສັດຕະນາກ ເພີ່ມຈຸດລະບາຍການສັນຈອນ
ຈະລາຈອນ ສີສັດຕະນາກ ເພີ່ມຈຸດລະບາຍການສັນຈອນ

ນອກນີ້, ຍັງມີຖະໜົນລາວ-ໄທ ມີແຍກເຮືອນພັກເລກ 1, ທາງເຂົ້າບໍລິສັດໄຟຟ້າ, ວົງວຽນໂສກປ່າຫຼວງ, ໂຮງຮຽນນາໆຊາດ, ໂຮງຮຽນດອນນົກຂຸ້ມ ແລະ ແຍກໂຮງໝໍ 103, ນອກຈາກພະນັກງານປະຈໍາຈຸດດັ່ງກ່າວມີຢູ່ແລ້ວ ກໍຍັງມີພະນັກງານຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ; ເຊິ່ງໃນແຕ່ລະວັນໄດ້ຈັດກໍາລັງຕໍາຫຼວດອອກກວດກາລາດຕະເວນ ໂດຍຂີ່ລົດເລາະກວດກາຕິດຕາມສະພາບພາຫະນະຕາມເສັ້ນທາງ ຖ້າພົບເຫັນລົດຈອດບໍ່ຖືກລະບຽບຈະຕັກເຕືອນ, ລ໋ອກລໍ້ ແລະ ປະຕິບັດຕາມ ລະບຽບກົດໝາຍອື່ນໆ.

ພັຕ ບຸນແອັດ ຊູບົວຈັນ ໃຫ້ຮູ້ຕື່ມ ອີກວ່າ: ຈາກການຈັດຕັ້ງກໍາລັງເຮັດໜ້າທີ່ອໍານວຍຄວາມສະດວກໃຫ້ຜູ້ທີ່ສັນ ຈອນໄປ-ມາພາຍໃນເມືອງຈຸດທີ່ແອອັດແມ່ນທົ່ວເຖິງ; ເຊິ່ງກໍໄດ້ເນັ້ນໃຫ້ຕໍາຫຼວດຈະລາຈອນທຸກສະຫາຍທີ່ໄດ້ຮັບມອບໝາຍໜ້າທີ່ ໃຫ້ຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ ເພື່ອແນໃສ່ເຮັດໃຫ້ການສັນຈອນຢູ່ຕາມເສັ້ນທາງສາຍຕ່າງໆມີຄວາມສະດວກ ແລະ ເປັນລະບຽບຮຽບຮ້ອຍດີ. ກ່ອນຈະເຮັດໃຫ້ດີນັ້ນກ່ອນອື່ນໜົດຮຽກຮ້ອງມາຍັງຜູ້ຂັບຂີ່ຈົ່ງເປັນເຈົ້າການໃນການປະຕິບັດກົດລະບຽບຕ່າງໆຢ່າງເຂັ້ມງວດ.