ແຈ້ງການ ເຖິງເຈົ້າຂອງລົດບັນທຸກໄມ້ ກຳນົດ 15 ວັນ

0
3007

ພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ ອອກ ແຈ້ງການ ໃນວັນທີ 18 ກັນຍາ 2019 ເຖິງເຈົ້າຂອງ ລົດບັນທຸກໝາຍເລກທະບຽນ 36c-07833 ທີ່ບັນທຸກໄມ້ຊະນິດໄມ້ຊໍ້, ໄມ້ ແຕ້ຮໍ, ໄມ້ສັກ ຈຳນວນ 27.413 ແມັດກ້ອນ ໃຫ້ມາພົວພັນເອົາພາຍໃນກຳນົດ 15 ວັນ ໃນໂມງລັດຖະການ. ຖ້າກາຍກຳນົດເວລາຈະຮິບເປັນຂອງລັດ.

ແຈ້ງການເຖິງເຈົ້າຂອງລົດບັນທຸກໄມ້ ກຳນົດ 15 ວັນ
ແຈ້ງການເຖິງເຈົ້າຂອງລົດບັນທຸກໄມ້ ກຳນົດ 15 ວັນ

ເຈົ້າໜ້າທີ່ກວດກາປ່າໄມ້ ໄດ້ອາຍັດ ລົດໝາຍເລກທະບຽນ 36c-07833 ແລະ ໄມ້ຊໍ້ ຈຳນວນ 277 ຕັບ ບໍລິ ມາດ 22.966 ແມັດກ້ອນ, ໄມ້ແຕ້ຮໍ 1 ຕັບ ບໍລິມາດ 0,847 ແມັດກ້ອນ ແລະ ໄມ້ສັກ ຈຳນວນ 1.200 ເສັ້ນ ບໍລິມາດ 3.600 ແມັດກ້ອນ ລວມທັງໝົດ 2.436 ເສັ້ນຕໍ່ຕັບ ບໍລິມາດ 27.413 ແມັດກ້ອນ ໄວ້ທີ່ພະແນກກະສິກຳ ແລະ ປາ່ໄມ້ ແຂວງຊຽງຂວາງ. ດັ່ງນັ້ນ, ຈຶ່ງໄດ້ ແຈ້ງການເຖິງເຈົ້າຂອງລົດບັນທຸກໄມ້ຄັນດັ່ງກ່າວໃຫ້ໄປພົວພັນກັບເຈົ້າໜ້າທີ່ດ່ວນ.

ແຈ້ງການ ເຖິງເຈົ້າຂອງລົດບັນທຸກໄມ້ ກຳນົດ 15 ວັນ
ແຈ້ງການເຖິງເຈົ້າຂອງລົດບັນທຸກໄມ້ ກຳນົດ 15 ວັນ

ຂໍໃຫ້ແຈ້ງໃຫ້ເຈົ້າຂອງລົດ ແລະ ໄມ້ຈຳນວນດັ່ງກ່າວໃຫ້ໄປພົວພັນເອົາກັບເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ພາຍໃນກຳນົດເວລາ 15 ວັນ ໃນໂມງລັດຖະການ ເລີ່ມແຕ່ວັນທີ 19 ກັນຍາ 2019 ເຖິງ 9 ຕຸລາ 2019 ຖ້າກາຍກຳນົດວັນເວລາດັ່ງກ່າວ ແມ່ນຈະໄດ້ຮິບລົດ ແລະ ໄມ້ຈຳນວນດັ່ງກ່າວ ເປັນຊັບສິນຂອງລັດຢ່າງຂາດຕົວຕາມກົດໝາຍ ແລະ ລະບຽບການ.

ແຈ້ງການ ເຖິງເຈົ້າຂອງລົດບັນທຸກໄມ້ ກຳນົດ 15 ວັນ
ແຈ້ງການ ເຖິງເຈົ້າຂອງລົດບັນທຸກໄມ້ ກຳນົດ 15 ວັນ