ຖືກສານຕັດສິນຈຳຄຸກ 10 ປີ ພ້ອມປັບໃໝອີກ 100 ລ້ານ

0
2346

ຈຳເລີຍຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ຈຳນວນ 36.000 ເມັດ ທີ່ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ນໍາຂຶ້ນມາພິຈາລະນາຕັດສິນ ໃນວັນທີ 18 ກັນຍານີ້, ຈຳເລີຍ ຊື່ ທ້າວ ປໍຊົງ ອາຍຸ 24 ປີ ຢູ່ບ້ານກິວຜາ ເມືອງຮຸນ ແຂວງອຸດົມໄຊ ແລະ ສານໄດ້ຕັດອິດສະລະພາບ 10 ປີ ປັບໃໝ 100.000.000 ກີບ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 3 ມັງກອນ 2019, ໄດ້ຕັ້ງຈຸດກວດກາທີ່ຫຼັກກິໂລແມັດທີ 35 ເສັ້ນທາງເມືອງແບງ ຫາ ເມືອງໄຊ ແລະ ໃນມື້ດຽວກັນນີ້ ໄດ້ສືບຮູ້ວ່າ ຈະມີຊາຍຂີ່ລົດເວບສີແດງ ນຳຢາບ້າຈຳນວນຫຼາຍຖົງ ( ຖົງລະ 200 ເມັດ ) ໄປສົ່ງຜູ້ຮັບຊື້ຢູ່ເມືອງໄຊ, ຮອດເວລາປະມານ 20:00 ໂມງ ເຫັນ ທ້າວ ປໍຊົງ ( ຈຳເລີຍ ) ທີ່ເປັນເປົ້າໝາຍຕ້ອງສົງໄສຂັບຂີ່ລົດຈັກຍີ່ຫໍ້ HONDA WAVE ສີແດງ ໝາຍເລກທະບຽນ ຈຈ 0712 ອຸດົມໄຊ ມາແຕ່ທາງເມືອງແບງ ຈຶ່ງໄດ້ເຂົ້າກວດຄົ້ນ ພົບຢາບ້າຈໍານວນ 18 ຖົງ ຢູ່ໃນຖົງເປ້ສີມ່ວງ ຈຶ່ງກັກຕົວພ້ອມເຄື່ອງຂອງກາງ ມາສອບສວນ.

ຕະຫຼອດໄລຍະການດຳເນີນຄະດີ ທ້າວ ປໍຊົງ, ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີ ຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ, ພາວະວິໄສ ແລ້ວເຫັນວ່າ:

ຕັດສິນຈຳຄຸກ 10 ປີ ປັບໃໝ 100 ລ້ານ
ຕັດສິນຈຳຄຸກ 10 ປີ ປັບໃໝ 100 ລ້ານ

ການກະທຳຜິດຂອງ ທ້າວ ປໍຊົງ ( ຈຳເລີຍ ) ໃນຄັ້ງນີ້ ເປັນການກະທໍາທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາ ໃນໝວດທີ 8, ເປັນການກະທໍາຜິດກ່ຽວກັບ ຢາເສບຕິດ, ເຫັນວ່າ: ຢາບ້າຈຳນວນດັ່ງກ່າວນັ້ນ ໄດ້ນຳໄປພິສູດ-ວິໄຈ ເຫັນວ່າ ໄດ້ບັນຈຸສານເສບຕິດໃນໝວດ Metamphetamine ( ຢາບ້າ+ ), ເຊິ່ງຜິດຕໍ່ມາດຕາ 315 ວັກ 2ໄດ້ກໍານົດໄວ້ວ່າ:

ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ,ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ-ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ມີວັດຖຸອອກລິດ ຕໍ່ຈິດປະສາດ ຜ່ານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນອາຈິນ ຫຼື ມີການຈັດຕັ້ງ ກຸ່ມ, ຫຼື ມີຢາອີ, ຢາບ້າ, ຢາໄອສ໌, ( Ice ) ຫຼື ມີ ວັດຖຸອອກລິດຕໍ່ຈິດປະສາດ ແຕ່ 100 – 500 ກຼາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 10 – 20 ປີ ແລະ ຈະຖືກປັບໃໝແຕ່ 100.000.000 – 1.000.000.000 ກີບ ແລະ ຈະຖືກຮິບຊັບຕາມກົດໝາຍ ດ້ວຍເຫດ ແລະ ຜົນດັ່ງກ່າວ ຄະນະສານ ຈຶ່ງເຫັນຄວນລົງໂທດຕັດອິດສະລະພາບ 10 ປີ ປັບໃໝ 100.000.000 ກີບ.

ນອກນີ້, ທ້າວ ປໍຊົງ ( ຈຳເລີຍ ) ຍັງໄດ້ເລົ່າເຫດການຂົນສົ່ງຢາເສບຕິດ ໃນຄັ້ງນີ້ ວ່າ:

ໃນວັນທີ 1 ມັງກອນ 2019, ມີ ທ້າວ ໂພໄຊ ໄດ້ສົ່ງຂໍ້ຄວາມມາທາງ WhatsApp ຖາມວ່າ: ບໍ່ໄດ້ໄປຮຽນຕໍ່ບໍ່? ຕົນກໍຕອບວ່າ: ບໍ່ມີທຶນໄປຮຽນ, ທ້າວ ໂພໄຊ ຈຶ່ງເວົ້າວ່າ: ຖ້າຕ້ອງການເງິນ ໃຫ້ເອົາຢາບ້າໄປສົ່ງໃຫ້ຜູ້ຮັບຊື້ ຈະໃຫ້ຄ່າຈ້າງ 300.000 ກີບຕໍ່ຄັ້ງ, ຕົນກໍຕອບຕົກລົງ.

ທ້າວ ໂພໄຊ ຍັງໄດ້ບອກວ່າ: ເວລາປະມານ 17:00 ໂມງຂອງວັນທີ 3 ມັງກອນ ໃຫ້ໄປລໍຖ້າຢູ່ 3 ແຍກ ທາງເຂົ້າໄປບ້ານສີບຸນເຮືອງ ເມືອງຮຸນ ແລ້ວຈະມີຄົນເອົາຢາບ້າໄປສົ່ງໃຫ້, ຖ້າໄດ້ຮັບຢາແລ້ວ ໃຫ້ເອົາໄປສົ່ງຢູ່ເມືອງໄຊ ຢູ່ບ້ານໜອງແມງດາ ເຂດທາງແຍກເຂົ້າສະໜາມກິລາ ແຂວງອຸດົມໄຊ.

ເມື່ອຮອດເວລານັດໄປເອົາຢາບ້າ ຕົນໄດ້ຢືມລົດຈັກເວບ 100 ດັ່ງກ່າວ ເປັນລົດຂອງ ທ້າວ ບີຊົງ ( ພີ່ນ້ອງ ) ໂດຍອ້າງວ່າ: ຂໍຢືມລົດໄປຫຼິ້ນນຳໝູ່. ຫຼັງຈາກໄດ້ລົດຈັກແລ້ວ ກໍກັບໄປເຮືອນເອົາຖົງເປ້ສີມ່ວງ ແລ້ວອອກມາຖ້າຢູ່ຈຸດນັດຮັບເອົາຢາບ້າ.

ພໍຮອດເວລາ 17:00 ໂມງ ມີຊາຍບໍ່ຮູ້ຊື່ ແລະ ທີ່ຢູ່ ຂັບຂີ່ລົດຈັກເວບສີຂາວ ບໍ່ຈື່ປ້າຍທະບຽນ ໃສ່ໝວກກັນກະທົບ ແລະ ໃສ່ແພອັດປາກມາຫາຕົນ ແລ້ວເວົ້າວ່າ: ເຈົ້າແມ່ນຜູ້ທີ່ ທ້າວ ໂພໄຊ ບອກມາເອົາຢາບ້າບໍ່. ຕົນກໍຕອບວ່າ: ແມ່ນ, ຊາຍຄົນດັ່ງກ່າວກໍເອົາຢາບ້າຈໍານວນ 18 ຖົງໃຫ້ ຕົນຈຶ່ງຊຸກເຊື່ອງໄວ້ໃນຖົງເປ້ສີມ່ວງນັ້ນ ແລ້ວຂັບຂີ່ລົດອອກມາໄປເມືອງໄຊ ເມື່ອໄປຮອດເຂດບ້ານນາປາ ເມືອງແບງ ເສັ້ນທາງຫຼັກກິໂລເເມັດ 35 ຈຶ່ງຖືກເຈົ້າໜ້າທີ່ ເຂົ້າກວດຄົ້ນ ແລະ ກັກຕົວມາດຳເນີນຄະດີ.

ຕັດສິນຈຳຄຸກ 10 ປີ ປັບໃໝ 100 ລ້ານ
ຕັດສິນຈຳຄຸກ 10 ປີ ປັບໃໝ 100 ລ້ານ

ສ່ວນເປົ້າໝາຍທີ່ຖືກຊັດທອດຄື ທ້າວ ໂພໄຊ ບໍ່ຮູ້ທີ່ຢູ່ ແລະ ຊາຍຜູ້ທີ່ເອົາຢາບ້າມາສົ່ງໃຫ້. ປັດຈຸບັນ, ເຈົ້າໜ້າທີ່ ໄດ້ລົງສົມທົບກັບ ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຂຶ້ນເປົ້າໝາຍຕິດຕາມ ແຕ່ການກວດກາບັນຊີລາຍຊື່ ບໍ່ມີຄົນຊື່ ໂພໄຊ ແລະ ບໍ່ຮູ້ປະຫວັດທີ່ແນ່ນອນ ຈຶ່ງບໍ່ສາມາດນຳຕົວມາດຳເນີນຄະດີໄດ້.

ສະນັ້ນ, ເຫັນວ່າ: ລົດຈັກຍີ່ຫໍ້ HONDA WAVE ສີແດງ ໝາຍເລກທະບຽນ ຈຈ 0712 ອຸດົມໄຊ ແລະ ຜ່ານການຄົ້ນຄວ້າແລ້ວ ພົບເຫັນວ່າ: ເອກະສານຍານພາຫະນະດັ່ງກ່າວ ແມ່ນອອກຊື່ ທ້າວ ບີຊົງ ຢູ່ບ້ານກົ່ວຜາ ເມືອງຮຸນ ແລະ ທ້າວ ບີຊົງ ແມ່ນບໍ່ຮັບຮູ້ ແລະ ບໍ່ມີສ່ວນພົວພັນໃນການກະທໍາຜິດຂອງຈໍາເລີຍ ໃນຄັ້ງນີ້. ປັດຈຸບັນ, ເຈົ້າໜ້າທີ່ ກໍໄດ້ມອບຄືນໃຫ້ແກ່ ທ້າວ ບີຊົງ ( ເຈົ້າຂອງລົດ ) ເປັນທີ່ຮຽບຮ້ອຍແລ້ວ.