ລມຕ ກະຊວງ ປກສ ຕ້ອນຮັບການຢ້ຽມຂໍ່ານັບຂອງ ຫົວໜ້າຫ້ອງວ່າການ ກະຊວງຕຳຫຼວດ ສສ ຫວຽດນາມ

0
1075

ໃນວັນທີ 27 ກັນຍາ 2019, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົຈວ ໂຕເອີນໂຊ ຫົວໜ້າຫ້ອງວ່າການ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຮ່ວມ ກອງປະຊຸມພົບປະແລກປ່ຽນບົດຮຽນກັບ ຫ້ອງວ່າການ ກະຊວງ ປກສ ລາວ.

ໂອກາດດັ່ງກ່າວ, ພົຈວ ໂຕເອີນໂຊ ຫົວໜ້າຫ້ອງວ່າການ ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ລາຍງານຜົນການພົບປະແລກປ່ຽນບົດຮຽນເຊິ່ງກັນແລະກັນ ກັບ ຫ້ອງວ່າການ ກະຊວງ ປກສ ລາວ ໃນຫຼາຍດ້ານວຽກງານ ເຊິ່ງເຫັນວ່າ: ມີຜົນສຳເລັດຕາມຄາດໝາຍ.

ພ້ອມດຽວກັນນີ້, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນຂອງ 2 ຫ້ອງວ່າການ, ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມືຂອງ 2 ກະຊວງ ເວົ້າລວມ, ເວົ້າສະເພາະ ກໍຄື 2 ຫ້ອງວ່າການ ກະຊວງ ປກສ ລາວ ແລະ ກະຊວງຕຳຫຼວດ ສສ ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມກັນສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍສະເພາະ ແມ່ນການກໍ່ສ້າງກຳລັງຂອງ 2 ກະຊວງ ລາວ – ຫວຽດນາມ.

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ພົຈວ ໂຕເອີນໂຊ ຫົວໜ້າຫ້ອງວ່າການ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ