ໂຄງການຄູປ້ອງກັນນໍ້າຖ້ວມພາຍໃຕ້ໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງ ແລ້ງ ( ຄຖລ ) ຮ່ວມກັບເມືອງຫາດຊາຍຟອງ, ພະແນກຕໍາຫຼວດຈະລາຈອນ ແລະ ອົງການກາແດງລາວ ໄດ້ຈັດຝຶກອົບຮົມ ແລະ ໂຄສະນານໍາໃຊ້ຖະໜົນປອດໄພ ໃຫ້ປະຊາຊົນ 15 ບ້ານ ແລະ ນັກຮຽນ 5 ໂຮງຮຽນ, ໄດ້ສໍາເລັດການຝຶກອົບຮົມ ໃນວັນທີ 27 ກັນຍາ ທີ່ຜ່ານມາ, ທີ່ໂຮງຮຽນ ມສ ສິມມະໂນ ເມືອງຫາດຊາຍຟອງ, ເຂົ້າຮ່ວມຂອງທ່ານ ຄໍາແກ່ງ ດວງພະຈັນ ຮອງເຈົ້າເມືອງໆຫາດຊາຍຟອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາພະຈັນ ວົງຊະນະ
ທ່ານ ຄໍາພະຈັນ ວົງຊະນະ

ທ່ານ ຄໍາພະຈັນ ວົງຊະນະ ຫົວໜ້າໂຄງການ ຄຖລ ກ່າວວ່າ:

ໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໝູນຈາກທະນາຄານ ພັດທະນາອາຊີ ໂດຍສົມທົບກັບລັດຖະບານລາວ ໄດ້ສ້າງ ຄຖລ ຍາວ 30 ກວ່າກິໂລແມັດ ມີມູນຄ່າ 30 ກວ່າລ້ານໂດລາສະຫະລັດ; ພາຍຫຼັງສໍາເລັດທາງໂຄງການໄດ້ຝຶກອົບຮົມໃຫ້ພໍ່ ແມ່ປະຊາຊົນ ຈໍານວນ 15 ບ້ານ ແລະ 5 ໂຮງຮຽນ ຢູ່ເມືອງຫາດຊາຍຟອງ ນະ ຄອນຫຼວງວຽງຈັນ ທີ່ລຽບຕາມໂຄງການ ໃຫ້ມີຄວາມປອດໄພໃນເວລາໃຊ້ລົດ-ໃຊ້ຖະໜົນທີ່ຂັບຂີ່ຕາມ ຄຖລ, ໂດຍທາງໂຄງການໄດ້ສົມທົບກັບພະແນກຕໍາຫຼວດຈະລາຈອນ ແລະ ອົງການກາແດງລາວ ໃຫ້ຄວາມຮູ້ພື້ນຖານກ່ຽວກັບການຂັບຂີ່ປອດໄພ ໂດຍສະເພາະແມ່ນວຽກງານການຈະລາຈອນ, ການຂັບຂີ່ປອດໄພ, ການຄຸ້ມຄອງຮັກສາຖະໜົນ ແລະ ນໍາໃຊ້ຢ່າງມີປະສິດທິພາບ ພ້ອມທັງຮຽນຮູ້ຂັ້ນຕອນການຊ່ວຍເຫຼືອເມື່ອເວລາເກີດອຸບັດຕິເຫດ ໃຫ້ເຂົາເຈົ້າໄດ້ຮັບການຊ່ວຍເຫຼືອໃນທັນທີ.

ພັຕ ຫຼຽນໄຊ ມົພົນຄໍາ
ພັຕ ຫຼຽນໄຊ ມົພົນຄໍາ

ພັຕ ຫຼຽນໄຊ ມົພົນຄໍາ ຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ:

ການຝຶກອົບຮົມໃຫ້ພໍ່-ແມ່ ປະຊາຊົນ ແລະ ນັກຮຽນໃນຄັ້ງນີ້ ກ່ຽວກັບສະພາບການເກີດອຸບັດຕິເຫດ ໃນນະຄອນຫຼວງວຽງຈັນ, ສະພາບຂັບຂີ່ລົດໃຫ້ມີຄວາມປອດໄພ, ການໃສ່ໝວກກັນກະທົບໃຫ້ຖືກວິທີ, ການຈະລາຈອນ, ການນໍາໃຊ້ລົດຢ່າງປອດໄພ. ນອກນັ້ນທິມງານອົງການກາແດງລາວ ໄດ້ຝຶກການຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດການປະຖົມພະຍາບານຂັ້ນຕົ້ນຢ່າງຖືກວິທີ ແລະ ການນໍາສົ່ງຄົນເຈັບໃຫ້ມີຄວາມປອດໄພ.

ຝຶກອົບຮົມ-ໂຄສະນາ ນຳໃຊ້ຖະໜົນປອດໄພໃຫ້ແກ່ຊຸມຊົນ 15 ບ້ານ 5 ໂຮງຮຽນ
ຝຶກອົບຮົມ-ໂຄສະນາ ນຳໃຊ້ຖະໜົນປອດໄພໃຫ້ແກ່ຊຸມຊົນ 15 ບ້ານ 5 ໂຮງຮຽນ

ເຊິ່ງການຝຶກອົບຮົມໃຫ້ 15 ບ້ານ ແລະ 5 ໂຮງຮຽນ ມີຜູ້ເຂົ້າຮ່ວມທັງໝົດ 30.000 ກວ່າຄົນ, ຜ່ານການຕີລາຄາ ເຫັນວ່າຜູ້ເຂົ້າຮ່ວມມີຄວາມຮູ້, ມີຄວາມເຂົ້າໃຈກົດລະບຽບຈະລາຈອນ ນໍາໃຊ້ ລົດ-ໃຊ້ຖະໜົນປອດໄພໄດ້, ຜູ້ເຂົ້າຮ່ວມດັ່ງກ່າວແມ່ນຮັບຮູ້ວິທີການຊ່ວຍເຫຼືອຂັ້ນພື້ນຖານ, ຮູ້ການຊ່ວຍເຫຼືອສຸກເສີນ ແລະ ຮູ້ວິທີຊ່ວຍເຫຼືອນໍາສົ່ງໂຮງໝໍ.