ໂຮງຮຽນ ປກສ ຊັ້ນສູງ ເລກ III ແຂວງສະຫວັນນະເຂດ ໄດ້ປິດຊຸດຮຽນລະບົບກໍ່ສ້າງ 2 ປີ ກຳລັງ ປກສ ຮຸ່ນທີ IX ສົກຮຽນ 2017 – 2019 ໃນວັນທີ 27 ກັນຍາ 2019; ໂດຍມີ ພັອ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັທ ບຸນທະວີ ວົງສູນທອນ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງ ປກສ; ພ້ອມດ້ວຍຄະນະອຳນວຍການໂຮງຮຽນ, ຄະນະກອງບັນຊາການ ປກສ ແຂວງ ຄະນະກອງບັນຊາການ ປກສ ເມືອງ ທັງ 14 ຕົວເມືອງ, 1 ນະຄອນ, ພະນັກງານຄູ – ອາຈານ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

ພັທ ສົມວິໄຊ ພົມມະຈັນ ຮອງອຳນວຍການໂຮງຮຽນ ປກສ ຊັ້ນສູງ ເລກ III ໄດ້ຜ່ານບົດສະຫຼຸບ – ຕີລາຄາຜົນໂຄງການການຮຽນ – ການສອນຂອງນັກສຶກສາ ຮຸນທີ IX ລະບົບກໍ່ສ້າງ; ເຊິ່ງມີນັກຮຽນທັງໝົດ 276, ຍິງ 42 ສະຫາຍ; ມີ 2 ຂະແໜງການຮຽນ ຄື: ຂະແໜງສັນຕິບານ ຈໍານວນ 136 ຍິງ 16 ສະຫາຍ ແລະ ຂະແໜງຕໍາຫຼວດ ຈໍານວນ 138 ຍິງ 19 ສະຫາຍ.

ພັອ ລຳຄູນ ວໍລະວົງ – ພັທ ບຸນທະວີ ວົງສູນທອນ

ຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ ທີ່ຜ່ານມານັ້ນ, ພະນັກງານຄູ – ອາຈານ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ອອກຕາຕະລາງສິດສອນຢ່າງເປັນປົກກະຕິ ຕາມກະຊວງສຶກສາທິການ ແລະ ກິລາ ວາງອອກ; ໄດ້ເອົາໃຈໃສ່ດໍາເນີນວຽກງານສຶກສາອົບຮົມ ການເມືອງ – ແນວຄິດ ຢ່າງເປັນປົກກະຕິ ເຊັ່ນ: ໄດ້ນໍາເອົາຂໍ້ກໍານົດກົດລະບຽບຂອງໂຮງຮຽນ, ມະຕິ, ຄໍາສັ່ງ, ກົດໝາຍຕ່າງໆ ມາເຜີຍແຜ່ ເພື່ອໃຫ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ.

ຜ່ານການຄົ້ນຄ້ວາຮ່ຳຮຽນ ແລະ ສອບເສັງຈົບຊັ້ນ ສາມາດຄັດເລືອກນັກຮຽນທີ່ຮຽນດີຮຽນເກັ່ງດັ່ງນີ້:
  • ຮຽນເກັ່ງ ຄະແນນ 9 ໝົດ 3 ວິຊາ ມີ 67 ສະຫາຍ ຍິງ 7 ສະຫາຍ
  • ຮຽນດີຄະແນນ 8 ຂຶ້ນໄປ ມີ 149 ສະຫາຍ ຍິງ 30 ສະຫາຍ
  • ຮຽນດີພໍໃຊ້ຄະແນນ 7 ຂຶ້ນໄປ ມີ 58 ສະຫາຍ ຍິງ 5 ສະຫາຍ
ໂຮງຮຽນ ປກສ ຊັ້ນສູງ ເລກ III ແຂວງສະຫວັນນະເຂດ

ພັທ ພຸດທະສັກ ສິລິ ຮອງອຳນວຍການໂຮງຮຽນ ປກສ ຊັ້ນສູງ ເລກ III ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ; ສະບັບເລກທີ 2839/ມປສ ວ່າດ້ວຍ ການອະນຸມັດຮັບຮອງຈົບຊັ້ນ ແລະ ປິດຊຸດຮຽນ ໃຫ້ແກ່ນັກຮຽນຮຸ່ນທີ IX ໂຮງຮຽນ ປກສ ຊັ້ນສູງ ເລກ III ແຂວງສະຫວັນນະເຂດ.