ທໍາລາຍພືດຜັກນໍາເຂົ້າຜິດກົດໝາຍ ມີມູນຄ່າຫຼາຍກວ່າ 18 ລ້ານ

0
975

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍພືດຜັກທີ່ນໍາເຂົ້າຈາກປະເທດເພື່ອນບ້ານທີ່ບໍ່ຖືກຕ້ອງ ໃນວັນທີ 28 ກັນຍາ 2019 ທີ່ບ້ານທ່າມ່ວງ, ໂດຍມີ ທ່ານ ໂສວັນ ນຸພາພະວົງສີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ພ້ອມດ້ວຍ ທ່ານ ຄໍາແກ່ງ ດວງພະຈັນ ຮອງເຈົ້າເມືອງຫາດຊາຍຟອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໂສວັນ ນຸພາພະວົງສີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ

ທ່ານ ສົມພູ ສີພູວົງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ ກ່າວວ່າ:

ໃນເວລາ 17:30 ຂອງວັນທີ 26 ກັນຍາ 2019, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ໄດ້ສົມທົບກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ( ກົມການຄ້າພາຍໃນ ) ໄດ້ລົງກວດກາການນໍາເຂົ້າສິນຄ້າ ປະເພດພືດຜັກ ທີ່ນໍາເຂົ້າມາຈາກປະເທດເພື່ອນບ້ານ ໂດຍຜ່ານດ່ານຂົວມິດຕະພາບ ລາວ-ໄທ I.

ຜ່ານການກວດຕົວຈິງ ແມ່ນໄດ້ພົບເຫັນລົດຂົນສິນຄ້າດັ່ງກ່າວ ຈໍານວນ 3 ຄັນລົດ ເຊິ່ງບັນທຸກສິນຄ້າປະເພດພືດຜັກຕ່າງໆ ປະກອບມີ:

  • ໝາກເຂືອ 50 ກິໂລກຼາມ
  • ໝາກນອຍ 50 ກິໂລກຼາມ
  • ໝາກງູງ້ຽວ 30 ກິໂລກຼາມ
  • ຫົວຜັກກາດຂາວ 140 ກິໂລກຼາມ
  • ຜັກກາດຕີນໝີ 525 ກິໂລກຼາມ
  • ຜັກຫອມປ້ອມ 135 ກິໂລກຼາມ
  • ຜັກກາດນາ 195 ກິໂລກຼາມ
  • ຜັກຫອມບົ່ວ 720 ກິໂລກຼາມ
  • ຜັກແປ້ນ 20 ກິໂລກຼາມ
  • ຜັກຮ່ອງເຕ້ 15 ກິໂລກຼາມ
  • ໝາກລິ້ນໄມ້ 110 ກິໂລກຼາມ

ລວມທັງໝົດມີ 11 ລາຍການ, 1.990 ກິໂລກຼາມ ແລະ ຄິດເປັນມູນຄ່າ 18.810.000 ກີບ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມອີກວ່າ: ຜ່ານການກວດກາເອກະສານ ເຫັນວ່າ ສິນຄ້າປະເພດພືດຜັກດັ່ງກ່າວ ແມ່ນບໍ່ໄດ້ນອນຢູ່ໃນລາຍການທີ່ແຈ້ງເສຍພາສີ, ສະນັ້ນຈຶ່ງໄດ້ເຮັດບົດບັນທຶກຢຶດສິນຄ້າ ພ້ອມທັງປັບໃໝເປັນຈໍານວນເງິນ 13.000.000 ກີບ.

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍພືດຜັກທີ່ນໍາເຂົ້າຈາກປະເທດເພື່ອນບ້ານທີ່ບໍ່ຖືກຕ້ອງ

ຜ່ານການກວດກາ ຕົວຢ່າງປະເພດຜັກທີ່ຢຶດມາໄດ້ໃນຄັ້ງນີ້ ທີ່ສົ່ງໄປກວດພິສູດ ຢູ່ສູນປ້ອງກັນພືດຂອງ ກະຊວງກະສິກໍາ ແລະ ປ່າໄມ້ ພົບວ່າ: ຜັກຫອມບົ່ວ, ໝາກລິ້ນໄມ້ ແລະ ໝາກເຂືອ ມີສານຕົກຄ້າງ ( ຢາຂ້າແມງໄມ້ ) ຢູ່ໃນລະດັບສູງສຸດກວ່າຄ່າທີ່ກໍານົດໄວ້.