ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ນຳກຳລັງເຈົ້າໜ້າທີ່ ຈັບຕົວເປົ້າໝາຍ ຄ້າ-ຂາຍຢາເສບຕິດໄດ້ 1 ຄົນ ພ້ອມຢາບ້າຈໍານວນ 10.000 ເມັດ, ຢາໄອສ໌ 2 ກິໂລກຼາມ ແລະ ໂທລະສັບມືຖື 1 ເຄື່ອງ ຢູ່ເສັ້ນທາງເຂດບ້ານແສນຈະເລີນ ເມືອງຊະນະຄາມ ໃນວັນທີ 27 ກັນຍາ 2019 ໄປດຳເນີນຄະດີ.

ຈັບຕົວເປົ້າໝາຍ ຂະນະເດີນທາງກັບບ້ານ ພ້ອມຢາບ້າ 10.000 ເມັດ ແລະ ຢາໄອສ໌ 2 ກິໂລກຼາມ
ຈັບຕົວເປົ້າໝາຍ ຂະນະເດີນທາງກັບບ້ານ ພ້ອມຢາບ້າ 10.000 ເມັດ ແລະ ຢາໄອສ໌ 2 ກິໂລກຼາມ

ເຈົ້າໜ້າທີ່ ປກສ ເມືອງຊະນະຄາມ ໃຫ້ຮູ້ວ່າ:

ຜູ້ຖືກຫາຊື່ ທ້າວ ແທ່ນ ອາຍຸ 40 ປີ ຢູ່ບ້ານນາໝໍ້ ເມືອງໝື່ນ ແຂວງວຽງຈັນ ຜູ້ກ່ຽວສາລະພາບວ່າ: ໃນວັນທີ 26 ກັນຍາ 2019 ໄດ້ເດີນທາງມາຈາກບ້ານນາໝໍ້ ເມືອງໝື່ນ ແຂວງວຽງຈັນ ເພື່ອໄປຊື້ຢາບ້າຈໍານວນ 10.000 ເມັດ ແລະ ຢາໄອສ໌ 2 ກິໂລກຼາມ, ເຊິ່ງນັດກັນຢູ່ເຮືອນພັກແຫ່ງໜຶ່ງທີ່ເມືອງຊະນະຄາມ.

ຂອງກາງທັງຢາບ້າ ແລະ ຢາໄອ ທີ່ທາງເຈົ້າໜ້າທີ່ຢຶດມາໄດ້
ຂອງກາງທັງຢາບ້າ ແລະ ຢາໄອ ທີ່ທາງເຈົ້າໜ້າທີ່ຢຶດມາໄດ້

ພາຍຫຼັງໄດ້ຢາເສບຕິດຈໍານວນດັ່ງກ່າວແລ້ວ ຈຶ່ງໄດ້ເດີນທາງກັບໄປທາງເມືອງໝື່ນ ພໍເດີນທາງຮອດເຂດບ້ານແສນຈະເລີນ ກໍຖືກເຈົ້າໜ້າທີ່ຈັບຕົວພ້ອມຢາເສບຕິດຈໍານວນດັ່ງກ່າວ ທີ່ຊຸກເຊື່ອງໄວ້ໃນກະເປົາ.

ສຳລັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ກໍາລັງດໍາເນີນການ ສືບສວນ-ສອບສວນຂະຫຍາຍຜົນ ເພື່ອຕິດຕາມຈັບຕົວຜູ້ທີ່ມີສ່ວນພົວພັນກັບຢາເສບຕິດ ໄປດໍາເນີນຄະດີຕາມກົດໝາຍ.

ຈັບຕົວເປົ້າໝາຍ ຂະນະເດີນທາງກັບບ້ານ ພ້ອມຢາບ້າ 10.000 ເມັດ ແລະ ຢາໄອສ໌ 2 ກິໂລກຼາມ
ຈັບຕົວເປົ້າໝາຍ ຂະນະເດີນທາງກັບບ້ານ ພ້ອມຢາບ້າ 10.000 ເມັດ ແລະ ຢາໄອສ໌ 2 ກິໂລກຼາມ