ມອບໃບຍ້ອງຍໍແກ່ ຜູ້ມີສ່ວນສ້າງເງື່ອນໄຂໃຫ້ ລາວ ຫຼຸດຈາກບັນຊີສີເທົາຂອງສາກົນ

0
1621
ທ່ານ ສົມດີ ດວງດີ ຮອງນາຍົກລັດຖມົນຕີ ລັດຖະມົນຕີ ກະຊວງການເງິນ
ທ່ານ ສົມດີ ດວງດີ ຮອງນາຍົກລັດຖມົນຕີ ລັດຖະມົນຕີ ກະຊວງການເງິນ

ພິທີມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອໃຫ້ ສປປ ລາວ ອອກຈາກບັນຊີສີເທົາຂອງສາກົນ ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ທີ່ຫ້ອງປະຊຸມ ກົມສ່ວຍສາອາກອນ ກະຊວງການເງິນ; ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖມົນຕີ ລັດຖະມົນຕີ ກະຊວງການເງິນ ທັງເປັນ ປະທານຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ( ຄຕຟງ ), ມີບັນດາການນໍາກະຊວງ ອ້ອມຂ້າງ, ອົງການ, ທະນາຄານ ແຫ່ງ ສປປ ລາວ, ແຂກຮັບເຊີນ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ພິທີມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ພິທີມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

ທ່ານ ເສີມທະວີ ສີຫາພົນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທະນາຄານ ແຫ່ງ ສປປ ລາວ ໄດ້ຜ່ານຂໍ້ຕົກລົງຕໍ່ກັບ ການມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນໃນການຄົ້ນຄວ້າສ້າງເງື່ອນໄຂໃຫ້ ສປປ ລາວ ຖືກຖອນອອກຈາກບັນຊີສີມົ່ນ ( ສີເທົາ ) ກ່ຽວກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງສາກົນ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017 ເປັນຕົ້ນມາ.

ໃນນີ້, ອີງຕາມດໍາລັດ ແຫ່ງ ສປປ ລາວ ວ່າດ້ວຍ ການມອບໃບຍ້ອງຍໍຂອງ ລັດຖະບານ ສະບັບເລກທີ 93 ແລະ 94/ນຍ ຄື:

ມອບໃຫ້ ກົມກອງລວມໝູ່ ສໍານັກງານຂ່າວສານຕ້ານການຟອກເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ບຸກຄົນ ຈໍານວນ 53 ທ່ານ.

ຂໍ້ຕົກລົງ ວ່າດ້ວຍ ການມອບໃບຍ້ອງຍໍຂັ້ນ ຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 13/ຄຕຟງ ທັງໝົດ ຈໍານວນ 76 ທ່ານ.

ເປັນປະທານ ແລະ ມອບໃບຍ້ອງຍໍໂດຍ ທ່ານ ສົມດີ ດວງດີ
ເປັນປະທານ ແລະ ມອບໃບຍ້ອງຍໍໂດຍ ທ່ານ ສົມດີ ດວງດີ

ພາຍຫຼັງສໍາເລັດພິທີມອບໃບຍ້ອງຍໍ ຍັງໄດ້ສືບຕໍ່ດຳເນີນ ກອງປະຊຸມສະໄໝສາມັນ ຄັ້ງທີ II ປະຈໍາປິ 2019 ຂອງ ຄຕຟງ ຕື່ມອີກ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ; ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນ ຕິດພັນກັບ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະແມ່ນ:

ການກະກຽມຄວາມພ້ອມໃນການປະເມີນຮອບດ້ານ ໃນປີ 2020 – 2021 ເພື່ອສຸມໃສ່ດ້ານນິຕິກໍາ ທີ່ຍັງບໍ່ທັນໄດ້ຕາມມາດຕະຖານສາກົນ, ປັບປຸງບັນດາກົນໄກໃຫ້ສອດຄ່ອງ ແລະ ບັນຫາອື່ນໆ ໃຫ້ສໍາເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.