ພິທີປະກາດແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2019, ພາຍໃຕ້ການເປັນກຽດເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ, ມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີບັນດາການນໍາພັກ – ລັດ, ອົງການຈັດຕັ້ງຂັ້ນແຂວງ, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ປກສ ແຂວງຄຳມ່ວນ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ
ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ

ພັທ ຄອນສະຫວັນ ສົມພະໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານດຳລັດຂອງ ນາຍົກລັດຖະມົນຕີ ເລກທີ 240/ນຍ ລົງວັນທີ 7 ສິງຫາ 2019 ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ດັ່ງນີ້:

ແຕ່ງຕັ້ງ ພັອ ຄຳພອນ ສີກຸມພົນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ຂຶ້ນເປັນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ

ພ້ອມທັງຜ່ານຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງ ປກສ ເລກທີ 1915/ປກສ ລົງວັນທີ 17 ກັນຍາ 2019 ວ່າດ້ວຍ ການໂຍກຍ້າຍນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ ເຊິ່ງໄດ້ຕົກລົງໂຍກຍ້າຍ:

ພັທ ຄຳສິງ ອໍລາວັນ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການປົກຄອງ ແຂວງຄຳມ່ວນ.

ພົທ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນໂອ້ລົມຕໍ່ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ໂຍກຍ້າຍ
ພົທ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນໂອ້ລົມຕໍ່ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ໂຍກຍ້າຍ
ໃນໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄຳຟອງ ໄດ້ມີຄຳເຫັນໂອ້ລົມຕໍ່ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ໂຍກຍ້າຍໃນຄັ້ງນີ້ ວ່າ:

ການໂຍກຍ້າຍຄັ້ງນີ້ ແມ່ນ ຍ້ອນຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ແລະ ເປັນກົດເກນພາວະວິໄສ, ເປັນລະບຽບຫຼັກການຂອງພັກ ເພື່ອປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຕີບໃຫຍ່ເຂັ້ມແຂງ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ ໃນແຕ່ລະໄລຍະ.

ນອກຈາກນັ້ນ, ທ່ານລັດຖະມົນຕີ ປກສ ຍັງໄດ້ເນັ້ນໃຫ້ນາຍຕຳຫຼວດທີ່ຮັບການແຕ່ງຕັ້ງ ແລະ ໂຍກຍ້າຍ ຈົ່ງເພີ່ມທະວີຍົກສູງສະຕິຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ການຊີ້ນຳຂອງຂັ້ນເທິງ, ພ້ອມທັງເອົາໃຈໃສ່ກໍ່ສ້າງ – ປັບປຸງກຳລັງ ຕາມຄວາມຮັບຜິດຊອບ ໃຫ້ມີແບບແຜນ ແລະ ມີຄຸນນະພາບ ເປັນທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ.