ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກຽມຄວາມພ້ອມໃນການສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961 – 5 ເມສາ 2021 ) ໃນວັນທີ 2 ຕຸລາ 2019, ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ທັງເປັນ ຫົວໜ້າອະນຸກໍາມະການຊີ້ນໍາລວມ ໃນການສະເຫຼີມສະຫຼອງຄັ້ງນີ້, ໂດຍມີ ບັນດາຄະນະພັກກະຊວງ, ຫົວໜ້າກົມໃຫຍ່, ອໍານວຍການວິທະຍາຄານ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະອະນຸກໍາມະການ ໄດ້ປຶກສາຫາລືດ້ານຕ່າງໆ ເພື່ອກະກຽມບັນດາໜ້າວຽກ ເຊັ່ນ:

ເນື້ອໃນ, ກິດຈະກໍາ, ການປັບປຸງ – ກໍ່ສ້າງພື້ນຖານໂຄງລ່າງ, ວັດຖຸອຸປະກອນເຕັກນິກ, ງົບປະມານຮັບໃຊ້ ແລະອື່ນໆ ເພື່ອກະກຽມຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນ:

ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກຽມຄວາມພ້ອມໃນການສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ
ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກຽມຄວາມພ້ອມໃນການສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ

ອະນຸກໍາມະການໂຄສະນາປາຖະກະຖາ ແລະ ດໍາເນີນຊີວິດການເມືອງ ແມ່ນໄດ້ຄົ້ນຄວ້າປັບປຸງ, ຮຽບຮຽງບັນດາເນື້ອໃນເອກະສານມູນເຊື້ອ 60 ປີ ຂອງ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ເພື່ອໂຄສະນາປາຖະກະຖາ.

ກະກຽມເອກະສານຕ່າງໆ ຮັບໃຊ້ໃຫ້ແກ່ບັ້ນດໍາເນີນຊີວິດ ການເມືອງ ຕິດພັນກັບ ການຕີລາຄາຄຸນນະພາບການກໍ່ສ້າງກົມກອງ – ຮາກຖານພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ.

  • ໄດ້ຄົ້ນຄວ້າສ້າງແຜນການເຄື່ອນໄຫວພິທີການ – ຮັບແຂກ, ການກະກຽມ ແລະ ຈັດສະຖານທີ່ໂຮມຊຸມນຸມ, ສະຖານທີ່ງານລ້ຽງ, ຂຶ້ນແຜນເຊີນແຂກ ແລະ ພິທີການຕ້ອນຮັບແຂກ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາອວຍພອນ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນດັ່ງກ່າວ.
ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ທັງເປັນ ຫົວໜ້າອະນຸກໍາມະການຊີ້ນໍາລວມ ໃນການສະເຫຼີມສະຫຼອງ
ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ທັງເປັນ ຫົວໜ້າອະນຸກໍາມະການຊີ້ນໍາລວມ ໃນການສະເຫຼີມສະຫຼອງ

ພ້ອມກັນນີ້, ອະນຸກໍາມະການປ້ອງກັນ ໄດ້ຄົ້ນຄວ້າສ້າງແຜນການປ້ອງກັນ, ງົບປະມານຮັບໃຊ້ຂອງ ອະນຸກໍາມະການ ແລ້ວນໍາສະເໜີຄະນະ ເພື່ອໃຫ້ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ ໃນໄລຍະປົກກະຕິ ແລະ ໄລຍະຈັດຕັ້ງສະເຫຼີມສະຫຼອງ ໃຫ້ມີຜົນສໍາເລັດຢ່າງຈົບງາມ.