ກອງປະຊຸມເປີດກວ້າງ ຄະນະພັກກົມໃຫຍ່ສັນຕິບານ

0
1937
ພົຈວ ບຸນມີ ແສງຄໍາຢອງ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ສັນຕິບານ
ພົຈວ ບຸນມີ ແສງຄໍາຢອງ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ສັນຕິບານ

ກອງປະຊຸມເປີດກວ້າງ ຄະນະພັກກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ 2019 ເປັນປະທານໂດຍ ພົຈວ ບຸນມີ ແສງຄໍາຢອງ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ສັນຕິບານ, ມີ ຄະນະພັກກົມໃຫຍ່, ຫົວໜ້າ-ຮອງຫົວໜ້າກົມ, ກອງ, ຫ້ອງ, ພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ຈູມມະນີ ວົງມະນີ ຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ສັນຕິບານ ໄດ້ຜ່ານບົດສະຫຼຸບຜົນສຳເລັດການດຳເນີນກອງປະຊຸມໃຫຍ່ ຂັ້ນຮາກຖານພັກອ້ອມຂ້າງອົງຄະນະພັກກົມໃຫ່ຍສັນຕິບານ ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບນິຕິກໍາຕ່າງໆຈາກສູນກາງພັກ ແລະ ຄະນະພັກ ກະຊວງ ປກສ ເປັນຕົ້ນແມ່ນ ຄໍາສັ່ງເລກທີ 02/ຄພປກສ ທີ່ຄະນະພັກກົມໃຫຍ່ສັນຕິບານ ໄດ້ເປັນເຈົ້າການຈັດຕັ້ງເຊື່ອມຊຶມ, ກໍາແໜ້ນ ແລະ ອອກມະຕິຕົກລົງ ວ່າດ້ວຍ ແຕ່ງຕັ້ງຄະນະຮັບຜິດຊອບບັ້ນດໍາເນີນຊີວິດການເມືອງ ເພື່ອກຽມດໍາເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ ອ້ອມຂ້າງອົງຄະນະພັກກົມໃຫຍ່ສັນຕິບານ; ພ້ອມນັ້ນ, ກໍໄດ້ແບ່ງຄວາມຮັບຜິດຊອບໃຫ້ບັນດາສະຫາຍຄະນະພັກກົມໃຫຍ່ ລົງຊີ້ນໍາ-ນໍາພາແຕ່ລະຮາກຖານພັກ ໃຫ້ດໍາເນີນໄປຢ່າງຖືກຕ້ອງ ແລະ ສໍາເລັດຜົນເປັນກ້າວໆ.

ນອກຈາກນັ້ນ, ຄະນະພັກກົມໃຫຍ່ສັນຕິບານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໂດຍຢຶດໝັ້ນຕາມ 5 ຫຼັກການ, 3 ທິດຊີ້ນຳ ຕິດພັນກັບ ການສ້າງໜ່ວຍພັກປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ; ທຸກກົມກອງ ໄດ້ເພີ່ມທະວີການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນແມ່ນ: ຂະບວນການລົງກໍ່ສ້າງຮາກຖານ ຢູ່ບັນດາເຂດຈຸດສຸມໃຈກາງນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ.

ໃນພິທີ, ພັອ ວົງດາລາ ຄໍາຮຸ່ງ ຄະນະພັກກົມໃຫຍ່ ເລຂາໜ່ວຍພັກ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ເລກທີ 1870, 1871/ປກສ ລົງວັນທີ 9 ກັນຍາ 2019 ວ່າດ້ວຍ ການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກົມໃຫຍ່ສັນຕິບານ; ໃນນີ້, ໂຍກຍ້າຍ ພັທ ບໍລິສຸດ ໄຊຍະເສນ ຈາກກົມປ້ອງກັນພາຍໃນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກົມຕຳຫຼວດທ່ອງທ່ຽວ ແລະ ພັທ ສົມແກ້ວ ທິບພະວົງ ຈາກກົມປ້ອງກັນພາຍໃນ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງການ ກົມໃຫຍ່ສັນຕິບານ.