ພິທີມອບຮັບເຄື່ອງຊ່ວຍເຫຼືອຢ່າງເປັນທາງການ ລະຫວ່າງ ລັດຖະມົນຕີ ກະຊວງ ປກສ ແລະ ເຈົ້າແຂວງໆສະຫວັນນະເຂດ
ພິທີມອບຮັບເຄື່ອງຊ່ວຍເຫຼືອຢ່າງເປັນທາງການ ລະຫວ່າງ ລັດຖະມົນຕີ ກະຊວງ ປກສ ແລະ ເຈົ້າແຂວງໆສະຫວັນນະເຂດ

ວັນທີ 1 ຕຸລາຜ່ານມາ, ພົທ ວິໄລ ຫຼ້າ ຄຳຟອງ ລັດຖະມົນຕີ (ລມຕ) ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ແຂວງສະຫວັນນະເຂດ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວແຂວງ ທີ່ຖືກຜົນກະທົບຈາກໄພພິບັດ (ນໍ້າຖ້ວມ); ກ່າວຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ, ໂດຍມີຄະນະກອງບັນຊາການ ປກສ ແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ພິທີມອບຮັບເຄື່ອງຊ່ວຍເຫຼືອຢ່າງເປັນທາງການ ລະຫວ່າງລັດຖະມົນຕີ ກະຊວງ ປກສ ແລະ ເຈົ້າແຂວງໆສະຫວັນນະເຂດ

ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເກີບຜູ້ໃຫຍ່ ຈຳນວນ 600 ຄູ່, ເກີບເດັກນ້ອຍ ຈຳນວນ 500 ຄູ່, ເຄື່ອງນຸ່ງຫົ່ມ ຈຳນວນ 725 ຜືນ ແລະ ກະເປົາ ຈຳນວນ 20 ໜ່ວຍ ແລະອື່ນໆຄິດເປັນ ມູນຄ່າ 89.600.000 ກີບ ແລະ ມີເງິນສົດ ຈໍານວນ 80.000.000 ກີບ ລວມ ມູນຄ່າທັງໝົດ 169.600.000 ກີບ ເພື່ອເປັນການຊຸກຍູ້ບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ໄດ້ຮັບ ແລະ ຊົມໃຊ້ເຄື່ອງດັ່ງກ່າວຢ່າງພຽງພໍກັບຄວາມຕ້ອງການ ແລະ ໃຫ້ມີຊີວິດດີຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ຕະຫຼອດຮອດນາຍ ແລະ ພົນຕຳ ຫຼວດທຸກພາກສ່ວນ ລວມທັງບຸກຄົນທີ່ໄດ້ປະກອບສ່ວນແບ່ງປັນນ້ຳໃຈ ເພື່ອ ຊ່ວຍເຫຼືອເຄື່ອງອຸປະກອນດັ່ງກ່າວໃນຍາມຫຍຸ້ງຍາກ ແລະ ຈະນຳເອົາວັດຖຸປັດໄຈດັ່ງກ່າວນີ້ໄປມອບຕໍ່ໃຫ້ປະຊາຊົນ ທີ່ ໄດ້ຮັບຜົນກະທົບຢ່າງທົ່ວເຖິງ.