ກົມໃຫຍ່ການເມືອງ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທັງໝົດ 37 ສະຫາຍ

0
2490
ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ
ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ໃນວັນທີ 3 ຕຸລາ 2019, ປະດັບຊັ້ນໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະກົມ – ກົມກອງອ້ອມຂ້າງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ
ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ

ພັອ ນາງ ວິໄລທອງ ມັງໜໍ່ເມກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ສະບັບເລກທີ 2066/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດກົມ ໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເຊິ່ງໃນນັ້ນ ລັດຖະມົນຕີກະຊວງ ປກສ ຕົກລົງເລື່ອນຊັ້ນ ດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 6 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 31 ສະຫາຍ ຍິງ 11 ສະຫາຍ

ໂອກາດດຽວກັນ, ພົຈວ ອຸ່ນຫຼ້າ ວົງພະຈັນ ໄດ້ຊົມເຊີຍຕໍ່ຜົນງານແຕ່ລະສະຫາຍທີ່ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງໃຫ້ທິດຊີ້ນຳຕໍ່ສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍຜົນງານຂອງຕົນເອງໃຫ້ເປັນປົກກະຕິ ແລະ ດີຂຶ້ນກວ່າເກົ່າ.

ນອກນັ້ນ, ກໍໃຫ້ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການປະຕິບັດໜ້າທີ່ວຽກງານ ໃຫ້ສຳເລັດຜົນເປັນຢ່າງດີ ແລະ ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມ, ຊອກຮູ້ຄົ້ນຄວ້າ ເພື່ອຍົກສູງຄວາມຮູ້ – ຄວາມສາມາດ ທາງດ້ານທິດສະດີການເມືອງ, ວິຊາສະເພາະ ແລະອື່ນໆ ໃຫ້ສົມກັບ ຄວາມໄວ້ເນື້ອເຊື່ອໃຈຈາກພັກ – ລັດ ທີ່ມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.

ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 6 ສະຫາຍ ຍິງ 2 ສະຫາຍ
ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 6 ສະຫາຍ ຍິງ 2 ສະຫາຍ
ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 31 ສະຫາຍ ຍິງ 11 ສະຫາຍ
ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 31 ສະຫາຍ ຍິງ 11 ສະຫາຍ
ປະດັບຊັ້ນໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ
ປະດັບຊັ້ນໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ
ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ