ສົກຮຽນໃໝ່ 2019-2020 ພົບວ່າສະພາບການສັນຈອນຕາມທ້ອງຖະໜົນ ໃນນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ເທົ່າຕົວ ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ພົບຄວາມຫຍຸ້ງຍາກພໍສົມຄວນເສັ້ນທາງສາຍ 3 ແຍກ, 4 ແຍກ, ໄຟແດງ, ໜ້າສໍານັກງານອົງການ ແລະ ສະຖາບັນການ ສຶກສາຕ່າງໆ ເພາະຕາມການສໍາຫຼວດສະພາບການສັນຈອນທີ່ມີຄວາມແອອັດຢູ່ ຂອບເຂດບັນດາໂຮງຮຽນ; ສະຖາບັນການສຶກສາ, ແຕ່ກໍມີໂຮງຮຽນຫຼາຍແຫ່ງປັບປ່ຽນໂມງເຂົ້າຮຽນກໍສາມາດແກ້ໄຂ ບັນຫາການສັນຈອນແອອັດໄດ້.

ປັບປ່ຽນໂມງເຂົ້າການຊ່ວຍແກ້ໄຂການສັນຈອນແອອັດໄດ້
ປັບປ່ຽນໂມງເຂົ້າການຊ່ວຍແກ້ໄຂການສັນຈອນແອອັດໄດ້

ທ່ານ ອາຈານ ວຽງສຸວັນ ພະໄຊສົມບັດ ອໍານວຍການ ໂຮງຮຽນ ມສ ວຽງຈັນ ໃຫ້ຮູ້ວ່າ:

ໃນສົກຮຽນປີ 2019-2020 ມີນັກຮຽນ ທັງໝົດ 3.100 ກວ່າຄົນ ອາດຈະເຮັດໃຫ້ການສັນຈອນຢູ່ຂອບເຂດໂຮງຮຽນຫຍຸ້ງຍາກສັບສົນເພາະສະຖານທີ່ຂອງໂຮງຮຽນຕັ້ງຢູ່ຖະໜົນທີ່ມີການສັນຈອນແອອັດ ເພື່ອລຸດຜ່ອນ ຄວາມແອອັດ ຄະນະອຳນວຍການໂຮງຮຽນ ໂດຍຜ່ານພະແນກສຶກສາທິການ ແລະ ກິລາ ໄດ້ວາງລະບຽບເຂົ້າໂຮງຮຽນ ໂດຍໃຫ້ນັກຮຽນເຂົ້າໄວກວ່າປົກກະຕິໃຫ້ມາໂຮງຮຽນກ່ອນ 7:20 ໂມງ, ຄູຂຶ້ນຫ້ອງສອນແມ່ນເລີ່ມ 7:30 ໂມງ, ສໍາລັບເວລາເລີກຮຽນ ແມ່ນກໍານົດ 16:00 ໂມງ. ນອກນັ້ນກໍຍັງມີໂຮງຮຽນ ມປ ຫຼັກ 5 ( ໂພນພະເນົາ ), ໂຮງຮຽນສິນໄຊ, ໂຮງຮຽນນິຣະດາ ແລະ ແຫ່ງອື່ນໆ ກໍໄດ້ມີການປັບປ່ຽນໂມງໂຮງຮຽນ, ດ້ານເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເປີດເຜີຍວ່າ: ພາຍຫຼັງການປັບແລ້ວ ກໍເຫັນວ່າບໍລິເວນໂຮງຮຽນດັ່ງກ່າວການສັນຈອນມີຄວາມສະດວກ ແລະ ຄ່ອງຕົວດີ, ນອກຈາກໂຮງຮຽນແລ້ວບັນດາສໍານັກງານອົງການຕ່າງໆກໍຄວນຖອດຖອນບົດຮຽນບໍ່ໝາຍຄວາມວ່າໃຫ້ມີການປັບປ່ຽນໝົດ, ໃຫ້ປ່ຽນສະເພາະບ່ອນທີ່ມີການສັນຈອນແອອັດເທົ່ານັ້ນ.

ປັບປ່ຽນໂມງເຂົ້າການຊ່ວຍແກ້ໄຂການສັນຈອນແອອັດໄດ້
ປັບປ່ຽນໂມງເຂົ້າການຊ່ວຍແກ້ໄຂການສັນຈອນແອອັດໄດ້

ທີ່ຜ່ານມາໃນການແກ້ໄຂການສັນຈອນແອອັດ,ພະແນກ ຍທຂ ນະຄອນ ຫຼວງວຽງຈັນ ກໍໄດ້ເອົາໃຈໃສ່ສືບຕໍ່ປັບ ປຸງສິ່ງອໍານວຍຄວາມສະດວກໃຫ້ແກ່ການສັນຈອນ, ເປີດມູມລ້ຽວ, ຂະຫຍາຍບ່າທາງ, ຕິດຕັ້ງປ້າຍສັນຍານຈະລາຈອນ, ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ. ນອກນັ້ນ, ກໍຍັງຄົ້ນຄວ້າວາງແຜນສໍາລັບສະຖານທີ່ຈອດລົດໃນຕົວເມືອງເຂດໂຮງຮຽນ, ຕະຫຼາດ ແລະ ເຂດຊຸມຊົນໜາແໜ້ນ ເພື່ອເຮັດໃຫ້ຈອດລົດຕາມແຄມທາງ, ຄອບຄຸມການປຸກສ້າງຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ, ພ້ອມກັນນັ້ນ ກໍຍັງຈະມີການຈັດລະບຽບການປຸກເທີບ-ເງີບ ທີ່ລ່ວງລໍ້າເອົາເຂດສະຫງວນ ທາງ, ສືບຕໍ່ປັບປຸງໄຟອໍານາດໃຫ້ມີຄວາມ ຄ່ອງຕົວ ເພື່ອແກ້ໄຂການສັນຈອນແອ ອັດໃນໂມງຮີບດ່ວນ.

ປັບປ່ຽນໂມງເຂົ້າການຊ່ວຍແກ້ໄຂການສັນຈອນແອອັດໄດ້
ປັບປ່ຽນໂມງເຂົ້າການຊ່ວຍແກ້ໄຂການສັນຈອນແອອັດໄດ້

ພັຕ ສັງຄົມ ພົມມະລາດ ຮອງຫົວ ໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນ ການແກ້ໄຂການສັນຈອນເພີ່ມຂຶ້ນໃນໄລ ຍະສົກຮຽນປະຈໍາປີ 2019-2020 ເຈົ້າໜ້າທີ່ພະແນກຮ່ວມກັບກອງຕໍາຫຼວດ ຈະລາຈອນບັນດາເມືອງ ກໍໄດ້ກໍານົດຈຸດປ້ອງກັນ, ອໍານວຍຄວາມສະດວກ ພ້ອມທັງຈັດກໍາລັງເຮັດໜ້າທີ່ປະຈໍາໃນໂມງໄປການ-ເລີກການ ຈຸດ 3-4 ແຍກ, ວົງວຽນ, ໜ້າໂຮງຮຽນ ແລະອື່ນໆ ທີ່ການສັນຈອນແອອັດ ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ ຖະໜົນມີຄວາມເປັນລະບຽບຮຽບຮ້ອຍ ຫຼຸດຜ່ອນການສັນຈອນທີ່ແອອັດ ແລະ ອຸບັດຕິເຫດ; ເຊິ່ງໃນທ່າມກາງສະພາບການສັນຈອນ ທີ່ມີຄວາມຫຍຸ້ງຍາກສັບສົນຄືແນວນັ້ນ, ເຈົ້າໜ້າທີ່ກໍຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະໜົນ ທຸກຄົນ ໃນສັງຄົມມີສະຕິຄວາມເປັນເຈົ້າການນໍາກັນຕໍ່ກັບການປະຕິບັດກົດລະບຽບການສັນຈອນທີ່ວາງອອກຢ່າງເຂັ້ມງວດ, ນອກນັ້ນການເລືອກຊົ່ວໂມງໄວຂຶ້ນກໍເປັນອີກວີທີໜຶ່ງສາມາດຫຼີກລ່ຽງໄລຍະທີ່ການສັນຈອນເພີ່ມຂຶ້ນ. ສິ່ງສໍາຄັນ ກໍຢາກໃຫ້ນໍາໃຊ້ລົດສາທາລະນະນອກ ຈາກຈະມີຄວາມສະດວກສະບາຍ, ປອດໄພສູງແລ້ວກໍເປັນການແກ້ໄຂບັນຫາການສັນຈອນ.