ການຜະລິດກະສິກຳຢູ່ເມືອງຊຽງຮ່ອນເນັ້ນໜັກ 4 ວຽກງານໃຫຍ່

0
978

ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ລົງພົບປະໂອ້ລົມພະນັກງານ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງຮ່ອນ ໃນອາທິດຜ່ານມາ; ໂດຍໄດ້ເນັ້ນໜັກ 4 ວຽກງານໃຫຍ່ໃນການຊຸກຍູ້, ສົ່ງເສີມຊາວກະສິກອນຜະລິດກະສິກໍາເປັນສິນຄ້າ ເພື່ອບັນລຸຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໄດ້ຕາມລະດັບ ຄາດໝາຍ.

ທ່ານ ສົມຫວັງ ແກ້ວວິໄລສັກ
ທ່ານ ສົມຫວັງ ແກ້ວວິໄລສັກ

ທ່ານ ສົມບຸນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊຽງຮ່ອນ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານການຜະລິດລະດູຝົນ ປະຈຳປີ 2019 ເຊິ່ງໄດ້ຍົກໃຫ້ເຫັນຂະບວນການຜະລິດ ແລະ ຂະບວນການບົວລະບັດພືດລະດູຝົນ ຂອງຊາວກະສິກອນ ເຊິ່ງປີນີ້, ທົ່ວເມືອງຊຽງຮ່ອນ ມີເນື້ອທີ່ນາທັງໝົດ 3,300 ກວ່າເຮັກຕາ ຜົນຜະລິດບັນລຸ 22,600 ກວ່າ ໂຕນ ສະເລ່ຍໃສ່ຫົວຄົນໄດ້ 654 ກິໂລກຼາມ ຕໍ່ຄົນຕໍ່ປີ ສາມາດຜະລິດຊີ້ນ ແລະ ປາ ເປັນສະບຽງອາຫານໃຫ້ແກ່ການບໍລິໂພກພາຍໃນໄດ້ ໂດຍພື້ນຖານການຜະລິດເປັນສິນຄ້າຂອງຊາວກະສິກອນ ມີເນື້ອທີ່ 11,100 ກວ່າເຮັກຕາ ໃນນັ້ນ ມີເນື້ອທີ່ປູກເຂົ້າ 3,300 ກວ່າເຮັກຕາ, ຢ່າງພາລາ ມີເນື້ອທີ່ 4,000 ກວ່າເຮັກຕາ, ຊາໝ້ຽມ 62 ເຮັກຕາ; ໝາກເດືອຍ 5,100 ເຮັກຕາ, ສາສີ 125 ເຮັກຕາ, ຫົວສີໄຄເຄື່ອງ 115 ເຮັກຕາ, ໝາກແຂ່ນ 17,82 ເຮັກຕາ ແລະ ເນື້ອທີ່ປູກໝາກເຜັດ 5 ເຮັກຕາ. ຕໍ່ກັບການປູກພືດເປັນສິນຄ້າ ຍັງມີການລະບາດຂອງພະຍາດ, ແມງໄມ້ລະບາດໃນເນື້ອທີ່ 106 ເຮັກຕາ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືືອງ ໄດ້ຈັດແບ່ງພະນັກງານລົງສົມທົບກັບຊາວກະສິກອນ ເພື່ອຫາວິທີທາງກຳຈັດໄດ້ໂດຍພື້ນຖານ.

ການຜະລິດກະສິກຳຢູ່ເມືອງຊຽງຮ່ອມ ເນັ້ນໜັກ 4 ວຽກງານໃຫຍ່
ການຜະລິດກະສິກຳຢູ່ເມືອງຊຽງຮ່ອມ ເນັ້ນໜັກ 4 ວຽກງານໃຫຍ່

ໃນໂອກາດນີ້, ທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ເນັ້ນໜັກໃຫ້ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສືບຕໍ່ຫັນເອົາພະນັກງານ ລົງຊຸກຍູ້ນຳພາການຜະລິດຂອງຊາວກະສິກອນໃຫ້ແທດເຖິງຕົວຈິງ, ຫັນການຜະລິດກະສິກໍາໄປຕາມທິດທັນສະໄໝ, ຜະລິດກະສິກຳໄປຕາມຄວາມຕ້ອງການຂອງຕະຫຼາດ ສຸມໃສ່ກະສິກຳສະອາດ; ກະສິກໍາອິນຊີ, ສົ່ງເສີມການລ້ຽງສັດເປັນສິນຄ້າ ໂດຍມີການຕິດພັນກັບການລ້ຽງແບບເປັນຟາມ, ມີເຕັກນິກໃນການດູແລຮັກສາສຸຂະພາບສັດ ແລະ ພ້ອມກັນເອົາໃຈໃສ່ວຽກງານການຈັດຕັ້ງກຸ່ມການຜະລິດ, ກຸ່ມການປູກ-ກຸ່ມການລ້ຽງໃຫ້ມີຄວາມເຂັ້ມແຂງ ເພື່ອ ພ້ອມກັນບັນລຸຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກໄດ້ຕາມລະດັບຄາດໝາຍ.