ພັຕ ກອງຄຳ ເກດຄຳຊາວ ຫົວໜ້າ ປກສ ກຸ່ມບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນວັນທີ 28 ກັນຍາ 2019 ໄດ້ເຂົ້າຈັບຕົວຜູ້ ຊາຍ 2 ຄົນ ຊື່ ທ້າວ ນ້ອຍ ອາຍຸ 40 ປີ ປະຊາຊົນບ້ານນາເຕີຍ ເມືອງຫຼວງນໍ້າທາ ແລະ ທ້າວ ສັກ ອາຍຸ 28 ປີ ປະຊາຊົນບ້ານນໍ້າຫຼ້າ ເມືອງນໍ້າບາກ ແຂວງຫຼວງພະບາງ ພ້ອມຢາບ້າ 28 ເມັດ ແລະ ອາວຸດລ່າເນື້ອໃນຂະນະທີ່ກໍາລັງຈະອອກໄປລ່າສັດ.

ຊາຍ 2 ຄົນ ຖືກຈັບພ້ອມຢາບ້າ 28 ເມັດຂະນະຈະອອກໄປລ່າສັດ
ຊາຍ 2 ຄົນ ຖືກຈັບພ້ອມຢາບ້າ 28 ເມັດຂະນະຈະອອກໄປລ່າສັດ

ພັຕ ກອງຄຳ ເກດຄຳຊາວ ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍຢາບ້າ ຢູ່ເຂດບ້ານນາເຕີຍ. ຈາກນັ້ນ, ຈຶ່ງໄດ້ຕັ້ງຈຸດກວດກາ ຮອດເວລາປະມານ 15 ໂມງ ຂອງວັນດຽວກັນ ຈຶ່ງພົບເຫັນເປົ້າໝາຍ 2 ຄົນ ຂັບຂີ່ລົດຈັກຊ້ອນກັນມາຕາມເສັ້ນທາງເຂດບ້ານຫ້ວຍເຕີຍ ຈຶ່ງໄດ້ກວດກາ ແລະ ພົບເຫັນຢາບ້າຊຸກເຊື່ອງຢູ່ໃນຖົງໂສ້ງ ຈຳນວນ 28 ເມັດ, ອຸປະກອນລ່າເນື້ອ ປະເພດໝາກແກັບ, ຂີ້ເຈຍ, ລູກຫວ່ານ ແລະ ກັບໃສ່ໜູ ຈຳນວນ 10 ອັນ.

ຊາຍ 2 ຄົນຖືກຈັບພ້ອມຢາບ້າ 28 ເມັດຂະນະຈະອອກໄປລ່າສັດ
ຊາຍ 2 ຄົນຖືກຈັບພ້ອມຢາບ້າ 28 ເມັດຂະນະຈະອອກໄປລ່າສັດ

ຜ່ານການສອບສວນທັງ 2 ຮັບສາລະພາບວ່າ:

ຢາບ້າຈຳນວນດັ່ງກ່າວແມ່ນຊື້ນຳຄູ່ຮ່ວມຂະບວນການ ເພື່ອມາໄວ້ເສບ ແລະ ຂາຍຍ່ອຍ. ສ່ວນອຸປະກອນລ່າເນື້ອ ປະເພດໝາກແກັບ, ຂີ້ເຈຍ, ລູກຫວ່ານ ແລະ ກັບໃສ່ໂຕໜູ ຈຳນວນ 10 ອັນ ແມ່ນເຮັດໄວ້ເພື່ອລ່າສັດປ່າ.

ຮອດວັນທີ 28 ກັນຍາ, ໄດ້ຊວນກັນໄປຊອກລ່າສັດຢູ່ປ່າເຂດບ້ານຫ້ວຍເຕີຍ ກ່ອນອອກໄປໄດ້ພາກັນໄປຊື້ຢາບ້າ 28 ເມັດ ນໍາຄົນຮູ້ຈັກ ເພື່ອໄປເສບຢູ່ປ່າ. ຈາກນັ້ນ, ຈຶ່ງພາກັນຂັບຂີ່ລົດຈັກອອກໄປ ພໍອອກຈາກບ້ານໄປ ກໍຖືກເຈົ້າໜ້າທີ່ຈັບຕົວ ພ້ອມຢາບ້າ ແລະ ອຸປະກອນລ່າສັດຈໍານວນດັ່ງກ່າວ.