ພະແນກຈະລາຈອນ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ເປີດຝຶກອົບຮົມການກວດກາຊຸກຍູ້ການເສຍ ຄ່າທໍານຽມທາງ ໃຫ້ຕໍາຫຼວດຈະລາຈອນ ແຂວງໄຊຍະບູລີ ໃນທ້າຍອາທິດຜ່ານມານີ້ ໂດຍໃຫ້ກຽດເປັນປະທານຂອງ ພັອ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງໄຊຍະບູລີ ແລະ ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈາລະຈອນ ຫົວໜ້າຄະນະຮັບຜິດຊອບລົງເຄື່ອນໄຫວຝຶກອົບຮົມ, ມີບັນດາພະແນກການກ່ຽວຂອງອ້ອມຂ້າງແຂວງບັນດາເມືອງ ແລະ ຕໍາຫຼວດຈະ ລາຈອນໃນທົ່ວແຂວງ ເຂົ້າຮ່ວມ.

ຝຶກອົບຮົມການເສຍຄ່າທຳນຽນທາງ
ຝຶກອົບຮົມການເສຍຄ່າທຳນຽນທາງ

ທ່ານ ສໍາລານ ສຸວັນນະໂຊດ ຫົວໜ້າພະແນກການເງິນແຂວງ ກ່າວວ່າ:

ການເປີດເຝິກອົບຮົມ ການເສຍຄ່າທໍານຽມທາງຜ່ານລະບົບທະນະຄານປະຈໍາ ປີ 2019 ຂອງແຂວງ ຖືວ່າເປັນປີທໍາອິດ ເພື່ອເປັນການປຸກລະດົມກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ ອົງການຈັດຕັ້ງພັກ-ລັດ, ພະນັກງານລັດຖະກອນ, ບັກດາຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າໄດ້ມາເສຍຄ່າທໍານຽມທາງຜ່ານລະບົບທະນາ ຄານຢ່າງຖືກຕ້ອງຕາມລະບຽບກົດໝາຍ ແລະ ເປັນການສ້າງຂະບວນການເປັນແບບຢ່າງນໍາໜ້າສະແດງເຖິງຄວາມຕື່ນຕົວຄວາມສະໝັກໃຈປະກອບສ່ວນເຂົ້າຫງົບປະມານໃຫ້ແກ່ພັກ-ລັດ ກໍຄືການສ້າງສາພັດທະນາປະເທດຊາດ.

ຝຶກອົບຮົມການເສຍຄ່າທຳນຽນທາງ
ຝຶກອົບຮົມການເສຍຄ່າທຳນຽນທາງ

ໃນບັນການຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນໄດ້ຮຽນຮູ້ທາງດ້ານທິດສະດີແລ້ວຍັງໄດ້ລົງເຄື່ອນໄຫວປະຕິບັດຕົວຈິງໃນການເກັບຄ່າທໍານຽມທາງຜ່ານລະບົບ ທະນາຄານຕາມທ້ອງຖະໜົນຫຼວງຕື່ມອີກ.