ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຢູ່ນະຄອນຫຼວງວຽງຈັນ ປະຈໍາໄຕມາດ III ເດືອນ 7-9 ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ 2019 ທີ່ ປກສ ນວ, ໂດຍການເປັນປະທານຂອງ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າຄະນະຊີ້ນຳລວມກໍ່ສ້າງຮາກຖານ ປະຈຳ ນະຄອນຫຼວງວຽງຈັນ, ມີຄະນະຊີ້ນຳກໍ່ສ້າງຮາກຖານ, ຫົວໜ້າຊີ້ນຳວຽກງານຕົວຈິງ, ຄະນະກອງເສນາກໍ່ສ້າງຮາກຖານ ນວ, ຫົວໜ້າ ແລະ ຄະນະກອງເສນາ 6 ກອງຮ້ອຍ ເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າຄະນະຊີ້ນຳລວມກໍ່ສ້າງຮາກຖານ ປະຈຳ ນະຄອນຫຼວງວຽງຈັນ
ພັທ ສຸກພະຈັນ ບຸດດາຄໍາ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຫົວໜ້າກອງເສນາກໍ່ສ້າງຮາກຖານ ນວ ໄດ້ຜ່ານບົດສະຫຼຸບວ່າ:

ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະ 3 ເດືອນຜ່ານມາ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 569 ເລື່ອງ ( ທຽບໃສ່ 3 ເດືອນຜ່ານມາ ເພີ່ມຂຶ້ນ 57 ເລື່ອງ ) ໃນນີ້ມີ:

  • ລັກພາໂຕ 1 ເລື່ອງ
  • ໂຕນຄ້າຍຄຸມຂັງ 2 ເລື່ອງ
  • ຄາດຕະກຳ 3 ເລື່ອງ
  • ປຸ້ນຊັບ 12 ເລື່ອງ
  • ຊິງຊັບ 21 ເລື່ອງ
ພັທ ສຸກພະຈັນ ບຸດດາຄໍາ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຫົວໜ້າກອງເສນາກໍ່ສ້າງຮາກຖານ ນວ
  • ລັກຊັບ 342 ເລື່ອງ ( ລັກງັດແງະ 94 ເລື່ອງ, ທຸບແວ່ນລົດ 5 ເລື່ອງ, ລົດຈັກເສຍ 240 ຄັນ ແລະ ລົດໃຫຍ່ເສຍ 3 ຄັນ )
  • ຊື້-ຂາຍຢາເສບຕິດ 81 ເລື່ອງ
  • ເສບຢາເສບຕິດ 53 ເລື່ອງ
  • ມີອາວຸດເສິກໄວ້ໃນຄອບຄອງ 5 ເລື່ອງ
  • ຍັກຍອກ-ສໍ້ໂກງຊັບ 19 ເລື່ອງ
  • ຊື້-ຂາຍຊັບຜິດກົດໝາຍ 16 ເລື່ອງ
  • ຄ້າປະເວນີ 5 ເລື່ອງ
  • ນຳໃຊ້ເງິນປອມ 2 ເລື່ອງ
  • ເຂົ້າເມືອງຜິດກົດໝາຍ 1 ເລື່ອງ
  • ນັກເລງອັນທະພານ 1 ເລື່ອງ
  • ທຳຮ້າຍຮ່າງກາຍ 2 ເລື່ອງ
  • ທຳລາຍຊັບພົນລະເມືອງ 1 ເລື່ອງ
  • ລ່ວງລະເມີດເຄຫາສະຖານ 2 ເລື່ອງ
  • ສາມາດແກ້ໄຂໄດ້ 276 ເລື່ອງ
  • ກັກຕົວດໍາເນີນຄະດີໄດ້ 980 ຄົນ ຍິງ 135 ຄົນ

ນອກນີ້, ໄດ້ແກ້ໄຂຈົດທະບຽນສຳມະໂນຄົວແບບໃໝ່ ໃຫ້ພົນລະເມືອງ 6 ເມືອງ ໄດ້ 1.425 ຄອບຄົວ ມີ 14.898 ຄົນ ຍິງ 7.245 ຄົນ; ອອກບັດປະຈຳຕົວໃໝ່: 11.061 ຄົນ ຍິງ 6.154 ຄົນ; ມີຄົນເພີ່ມ: 1.008 ຄົນ ຍິງ 500 ຄົນ; ເກີດໃໝ່ 625 ຄົນ ຍິງ 295 ຄົນ; ຍ້າຍມາ 383 ຄົນ ຍິງ 205 ຄົນ; ມີຄົນຫຼຸດ: 584 ຄົນ ຍິງ 268 ຄົນ; ເສຍຊິວິດ 163 ຄົນ ຍິງ 65 ຄົນ; ຍ້າຍໄປ 421 ຄົນ ຍິງ 203 ຄົນ; ຄົນພັກເຊົາຊົ່ວຄາວ: 1.397 ຄົນ ຍິງ 653 ຄົນ ແລະ ໄດ້ກວດກາຄົນຕ່າງປະເທດ ທີ່ເຄື່ອນໄຫວລະເມີດກົດໝາຍ-ລະບຽບການຂອງ ສປປ ລາວ ທັງໝົດ 771 ຍິງ 283 ຄົນ.

ພົຕ ກົງທອງ ພົງວິຈິດ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານ ໃນ 6 ເດືອນ ທ້າຍປີ 2019 ວ່າ:

ພະນັກງານທີ່ລົງປະຈໍາຢູ່ແຕ່ລະກອງຮ້ອຍ ຕ້ອງກໍາແໜ້ນທຸກບັນຫາສະພາບການເຄື່ອນໄຫວຂອງສັງຄົມ ແລະ ເຫດການທີ່ເກີດຂຶ້ນ ຢູ່ໃນນະຄອນຫຼວງວຽງຈັນ, ພ້ອມກັນແກ້ໄຂທຸກບັນຫາທີ່ປະເຊີນໜ້າຢູ່ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະ ຕ້ອງໄດ້ສຸມໃສ່ບັນຫາຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊັ່ນ: ບັນຫາຢາເສບຕິດ, ປຸ້ນຈີ້, ຊິງຊັບ, ຂີ້ລັກງັດແງະ, ອຸບັດຕິເຫດ ແລະ ບັນຫາອັກຄີໄພ.

ເຊິ່ງຖ້າເກີດຂຶ້ນ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງໄດ້ແກ້ໄຂຕາມຄວາມເໝາະສົມ, ຖ້າກໍລະນີທີ່ບໍ່ຜິດລະບຽບຮ້າຍແຮງແມ່ນ ໃຫ້ນໍາໄປສຶກສາອົບຮົມ, ສໍາລັບການຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາເຮັດວຽກ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ ຕ້ອງກໍາໄດ້ຈຸດປະສົງມາພັກເຊົາ ເພື່ອສະດວກໃນການຂຶ້ນບັນຊີເກັບກໍາເປົ້າໝາຍ ທີ່ອາດຈະກໍ່ອາດຊະຍາກໍາປະເພດຕ່າງໆ ທັງນີ້ກໍເພື່ອເຮັດໃຫ້ ທົ່ວນະຄອນຫຼວງວຽງຈັນ ມີຄວາມສະຫງົບປອດໄພ.