ຕົ້ນເດືອນກັນຍາຜ່ານມາ, ເຈົ້າໜ້າທີ່ໜ່ວຍງານຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ເມືອງ ແລະ ແຂວງຜົ້ງສາລີ ຈັບຕົວເປົ້າໝາຍຊື້-ຂາຍຢາເສບຕິດ ຊື່ ທ້າວ ສີສະໄໝ ອາຍຸ 18 ປີ ຢູ່ບ້ານພະຍາສີ ເມືອງຜົ້ງສາລີ ພ້ອມຂອງກາງ ຢາບ້າ 139 ເມັດ ໄປສອບສວນຂະຫຍາຍຜົນ.

ຈັບໜຸ່ມ 18 ປີ ພ້ອມ ຢາບ້າ 139 ເມັດ
ຈັບໜຸ່ມ 18 ປີ ພ້ອມ ຢາບ້າ 139 ເມັດ

ເຈົ້າໜ້າທີ່ ປກສ ເມືອງຜົ້ງສາລີ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວວ່າ ຈະມີເປົ້າໝາຍເຄື່ອນໄຫວລັກລອບຊື້-ຂາຍຢາເສບຕິດຢູ່ເຂດເທດສະບານເມືອງ ຈຶ່ງຈັດກໍາລັງເຈົ້າໜ້າທີ່ວິຊາສະເພາະ ລົງເຄື່ອນໄຫວຕິດຕາມກຸ່ມເປົ້າ ໝາຍ. ຮອດວັນທີ 9 ກັນຍາ 2019, ກໍສາມາດກັກຕົວເປົ້າໝາຍຊື່ ທ້າວ ສີສະໄໝ ພ້ອມຂອງກາງຢາບ້າ 139 ເມັດ. ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນໄດ້ຊື້ນໍາຄົນຮູ້ຈັກຢູ່ເຂດຫຼັກ 46 ເມືອງບຸນເໜືອ ເພື່ອນຳໄປເສບ ແລະ ຂາຍ; ນອກນີ້, ຍັງສາລະພາບຕື່ມອີກວ່າ: ໃນເດືອນສິງຫາ ຜ່ານມາ,ໄດ້ມີຄົນຮູ້ຈັກພາໄປຊື້ຢາບ້າມາເສບນໍາກັນ ຈໍານວນ 3 ຄັ້ງ. ແຕ່ບໍ່ຮູ້ວ່າ ໄດ້ຢາຈໍານວນເທົ່າໃດ ເພາະໃນການໄປຊື້ໃນແຕ່ລະຄັ້ງແມ່ນໝູ່ເປັນຄົນເຂົ້າໄປຊື້ ແລະ ແບ່ງໃຫ້ເສບ.

ຈັບໜຸ່ມ 18 ປີ ພ້ອມ ຢາບ້າ 139 ເມັດ
ຈັບໜຸ່ມ 18 ປີ ພ້ອມ ຢາບ້າ 139 ເມັດ

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຜົ້ງສາລີ ພວມສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນຫາຜູ້ທີ່ຖືກຊັດທອດໃນການພົວພັນຊື້ຢາເສບຕິດ ເພື່ອຈະໄດ້ຕິດຕາມຈັບຕົວໄປມາດໍາເນີນຄະດີຕາມກົດໝາຍ.