ເຈົ້າໜ້າທີ່ ປກສ ເມືອງໄຊທານີ ຕິດຕາມກັກຕົວ ທ້າວ ລຳນ້ອຍ ຫຼື ລຳເງິນ ອາຍຸ 20 ປີ ຢູ່ບ້ານໂພນເຄັງ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ ໄວລຸ້ນຄຶກຄະນອງທີ່ຮ່ວມກັບໝູ່ ທຳຮ້າຍຮ່າງກາຍ ທ້າວ ກົງໃຈ ຫຼື ແດງ ອາຍຸ 19 ປີ ຢູ່ບ້ານຕານມີໄຊ ເມືອງໄຊທານີ ໄປດຳເນີນຄະດີ ໃນວັນທີ 19 ກັນຍາ 2019.

ທຳຮ້າຍຮ່າງກາຍ ຄົນອື່ນຖືກຈັບດຳເນີນຄະດີ
ທຳຮ້າຍຮ່າງກາຍ ຄົນອື່ນຖືກຈັບດຳເນີນຄະດີ

ທ້າວ ລໍານ້ອຍ ຮັບວ່າ ໄດ້ລຸມທຳຮ້າຍ ທ້າວ ແດງ ແທ້ ໂດຍຮ່ວມກັບໝູ່ 3 ຄົນ ຊື່ ທ້າວ ຊ້າງ ອາຍຸ 20 ປີ ຢູ່ບ້ານ ໂພນເຄັງ ເມືອງໄຊເສດຖາ, ທ້າວ ເຜືອກ ອາຍຸ 20 ປີ ຢູ່ບ້ານໂຊກນ້ອຍ ແລະ ທ້າວ ບີ້ ອາຍຸ 20 ປີ ຢູ່ບ້ານໜອງທາໃຕ້ ເມືອງຈັນທະບູລີ. ໃນມື້ເກີດເຫດ ວັນທີ 30 ສິງຫາ, ຕົນໄດ້ອອກໄປຫຼິ້ນໃນຮ້ານກິນດື່ມແຫ່ງໜຶ່ງ ຢູ່ເຂດບ້ານດອນໜູນ ເມືອງໄຊທານີ ໂດຍໄດ້ໄປນັ່ງກັບໝູ່ທັງໝົດ 9 ຄົນ. ໃນເວລານັ່ງຢູ່ໃນຮ້ານນັ້ນ, ໝູ່ເວົ້າວ່າ ທ້າວ ແດງ ທີ່ນັ່ງຢູ່ໂຕະທາງຂ້າງມາຫາເລື່ອງ ໂດຍການເອົານໍ້າເບຍສະໃສ່ໂຕະ ແຕ່ບໍ່ເຫັນສະແທ້ ຫຼື ບໍ່ ມີແຕ່ໝູ່ເວົ້າໃຫ້ຟັງ ຈຶ່ງບໍ່ໄດ້ສົນໃຈຫຍັງ. ຮອດເວລາປະມານ 23:00 ໂມງ ຕົນກັບໝູ່ໄດ້ພາກັນອອກຈາກຮ້ານກິນດື່ມ ແລ້ວຂີ່ລົດໄປທາງເຂດດົງໂດກ ພໍຮອດໜ້າຮ້ານຂາຍເຄື່ອງຍ່ອຍທີ່ຕັ້ງຢູ່ບ້ານຊ້າງຄູ້ ເມືອງໄຊທານີ ຈຶ່ງໄດ້ພາກັນແວ່ຊື້ ເຄື່ອງດື່ມ ແລະ ເຫັນທ້າວ ແດງ ນັ່ງຢູ່ລົດຈັກທີ່ຈອດຢູ່ຕໍ່ໜ້າຮ້ານ ຈຶ່ງເກີດມີປາກສຽງກັນ ທ້າວ ແດງ ໄດ້ໂວຍວາຍແລ້ວ ດຶກໂທລະສັບລົງພື້ນ ພ້ອມທັງຊີ້ໜ້າພວກຕົນ ແລະ ອ້າງວ່າມີອາວຸດປືນຢູ່ລົດ. ຈາກນັ້ນ, ທ້າວ ເຜືອກ ໄດ້ແລ່ນເຂົ້າໄປຕີ ທ້າວ ແດງ ແລະ ໝູ່ຂອງ ທ້າວ ແດງ ໄດ້ເແລ່ນເຂົ້າມາຊ່ວຍ ຕົນກໍແລ່ນເຂົ້າໄປ ຕີ ທ້າວ ແດງ ເຮັດໃຫ້ໝູ່ ທ້າວ ແດງ ແລ່ນໜີ ໝູ່ກໍເຂົ້າມາລຸມຕີ ທ້າວ ແດງ ຈົນໝົດສະຕິ ແລ້ວພາກັນຫຼົບໜີ.

ທຳຮ້າຍຮ່າງກາຍ ຄົນອື່ນຖືກຈັບດຳເນີນຄະດີ
ທຳຮ້າຍຮ່າງກາຍ ຄົນອື່ນຖືກຈັບດຳເນີນຄະດີ

ສ່ວນຜູ້ເສຍຫາຍ ທ້າວ ກົງໃຈ ໃຫ້ການຕໍ່ເຈົ້າໜ້າທີ່ອີກວ່າ: ໃນມື້ເກີດເຫດ, ຕົນກັບໝູ່ 5 ຄົນ ພາກັນໄປຫຼິ້ນຮ້ານກິນດື່ມເຂດບ້ານດອນໝູນ ພາຍຫຼັງນັ່ງດື່ມເບຍຢູ່ຮ້ານ ກໍບໍ່ໄດ້ມີທ່າທີວ່າຈະໄປຜິດຖຽງກັບໃຜ. ຮອດເວລາປະມານ 23:00 ໂມງ ໄດ້ອອກຈາກຮ້ານກິນດື່ມ ຈະເດີນທາງກັບ. ພໍມາຮອດເຂດບ້ານຊ້າງຄູ້ ໄດ້ຈອດລົດຈັກຢູ່ໜ້າຮ້ານຂາຍເຄື່ອງຍ່ອຍ ເພື່ອຊື້ໝີ່ກ່ອງມາກິນ ຕົນຈຶ່ງນັ່ງຖ້າຢູ່ລົດຈັກ. ສ່ວນໝູ່ແມ່ນເຂົ້າໄປໃນຮ້ານປະມານ 10 ນາທີ ເຫັນ ທ້າວ ລຳເງິນ ກັບໝູ່ຈຳນວນຫຼາຍຄົນ ຈຶ່ງເກີດຜິດຖຽງກັນ. ຈາກນັ້ນ, ທ້າວ ເຜືອກ ໄດ້ເຂົ້າມາຕີ 1 ບາດ. ຕໍ່ມາໝູ່ຂອງຕົນທີ່ເຂົ້າໄປຊື້ໝີ່ຢູ່ຮ້ານແລ່ນອອກມາຊ່ວຍ ແຕ່ໝູ່ຂອງ ທ້າວ ລຳເງິນ ມີຈຳນວນຫຼາຍກວ່າ ແລ່ນ ເຂົ້າມາຈະລຸມຕີ ໝູ່ຈຶ່ງແລ່ນໜີ ແລະ ໝູ່ ຂອງ ທ້າວ ລຳເງິນ ກໍເຂົ້າມາທຸບຕີຕົນເອງຈົນໝົດສະຕິ.

ທຳຮ້າຍຮ່າງກາຍ ຄົນອື່ນຖືກຈັບດຳເນີນຄະດີ
ທຳຮ້າຍຮ່າງກາຍ ຄົນອື່ນຖືກຈັບດຳເນີນຄະດີ