ທ້າຍອາທິດຜ່ານມາ, ສະຖາບັນພັດທະນາກຳມະບານລາວ ທີ່ຂຶ້ນກັບ ສູນກາງສະຫະພັນກຳມະບານ ໄດ້ລົງນາມເຊັນສັນຍາຮ່ວມມືກັບ ສະມາຄົມເຟີນີເຈີລາວ ສາຂາຊ່າງໄມ້, ໂດຍການເຂົ້າຮ່ວມຂອງ ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານລາວ ແລະ ລົງນາມໂດຍ ທ່ານ ຄຳໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ແລະ ທ່ານ ສົມລຶກ ສຸວັນນະສານ ຫົວໜ້າສະຖາບັນພັດທະນາກຳມະບານລາວ ພ້ອມດ້ວຍພະນັກງານທັງສອງພາກສ່ວນ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຄຳໄພ ສົມຊະນະ ກ່າວວ່າ:

ການເຊັນສັນຍາຮ່ວມມືກັນໃນຄັ້ງນີ້ ຖືວ່າມີຄວາມໝາຍ-ຄວາມສຳຄັນຫຼາຍ ສຳລັບຜູ້ອອກແຮງງານໃນອາຊີບຊ່າງໄມ້, ບັນດາຫົວໜ່ວຍທຸລະກິດເຟີນີເຈີໄມ້ ພ້ອມທັງສະມາຄົມເຟີນີເຈີລາວ.

ການພັດທະນາສືມືແຮງງານ ໃຫ້ແກ່ພາກທຸລະກິດໄມ້ ເປັນພາລະບົດບາດ ແລະ ໜ້າທີ່ອັນສຳຄັນຂອງສະມາຄົມ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຮ່ວມກັບພາກລັດທີ່ກ່ຽວຂ້ອງ ໃຫ້ມີຜົນສຳເລັດ; ເຊິ່ງບວກກັບບຸກສະໄໝນີ້ ເປັນຍຸກທີ່ມີການແຂ່ງຂັນສູງ ທຸກຢ່າງຕ້ອງມີການປັບຕົວໃຫ້ທັນກັບສະພາບການ. ດັ່ງນັ້ນ, ສະມາຄົມເຟີນິເຈີລາວ ຈຶ່ງໄດ້ມີໂຄງການຮ່ວມມືນີ້ຂຶ້ນ.

ຍ້ອນສັງຄົມເຫັນຄວາມສຳຄັນ ແລະ ຈຳເປັນ ໃນການພັດທະນາສີມືແຮງງານ, ສະມາຄົມໄດ້ພະຍາຍາມຊອກຄົ້ນທຸກວິທີທາງໃຫ້ກັບໂຄງການຮ່ວມມືນີ້ ເພື່ອເປັນການຊ່ວຍເຫຼືອຫົວໜ່ວຍທຸລະກິດໄມ້ ໃນສະມາຊິກ ແລະ ນອກສະມາຊິກ ໃນຂອບເຂດທົ່ວປະເທດ ເຮັດໃຫ້ຜູ້ອອກແຮງງານໃນຫົວໜ່ວຍທຸລະກິດ ມີສີມືແຮງງານທີ່ດີ, ເຂັ້ມແຂງຂຶ້ນກວ່າເກົ່າ, ສາມາດແຂ່ງຂັນກັບພາກພື້ນ ແລະ ສາມາດຜະລິດສິນຄ້າຮອງຮັບກັບຕະຫຼາດ ໃນຍຸກປັດຈຸບັນ.