ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2019, ຈະຈັດຂຶ້ນຍັງອີກບໍ່ພໍເທົ່າໃດວັນຂ້າງໜ້າ ເພື່ອເປັນການເສີມຂະຫຍາຍມູນເຊື້້ອວັດທະນະທໍາຮີດຄອງປະເພນີອັນດີງາມຂອງລາວ. ໃນນີ້, ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນຈະຈັດຂຶ້ນໃນວັນທີ 13-14 ຕຸລາ 2019. ແຕ່ຄຽງຄູ່ກັນນີ້, ກໍຄືບັນຫາທີ່ປະກົດຫຍໍ້ທໍ້ທີ່ຈະມາຕາມເກີດຂຶ້ນພາຍໃນງານ ກໍຄື: ລັກຊັບ, ຊິງຊັບ, ລ່ວງ-ແຫກກະເປົານັກທ່ອງທ່ຽວທີ່ມາທ່ຽວພາຍໃນງານ. ສະນັ້ນ, ຜູ້ທີ່ມີຈຸດປະສົງພາຄອບຄົວ, ໝູ່ເພື່ອນ ແລະ ແຟນໄປທ່ຽວງານ ຕ້ອງເພີ່ມສະຕິລະມັດລະວັງໃນການໄປ-ມາ ແລະ ທ່ຽວຊົມພາຍໃນງານ ເພື່ອບໍ່ໃຫ້ມີຊ່ອງວ່າງຂອງ ກຸ່ມມິດສາຊີບ ກໍ່ເຫດໄດ້.

ລະວັງ ກຸ່ມມິດສາຊີບ ລ່ວງກະເປົາໃນງານບຸນຊ່ວງເຮືອ
ລະວັງ ກຸ່ມມິດສາຊີບ ລ່ວງກະເປົາໃນງານບຸນຊ່ວງເຮືອ

ບັນຫາທີ່ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນປີຜ່ານມາ ເຊັ່ນ: ພວກກຸ່ມຄົນຈໍານວນໜຶ່ງສວຍໂອກາດເອົາງານບຸນນີ້ ກໍ່ຄວາມບໍ່ສະຫງົບ ເປັນຕົ້ນແມ່ນລ່ວງ, ແຫກກະເປົາ ແລະ ລັກຊັບນັກທ່ອງທ່ຽວທີ່ໄປທ່ຽວພາຍໃນງານ, ເຊິ່ງຍັງປະກົດເຫັນເກີດຂຶ້ນທຸກປີຍ້ອນຄວາມເຫັນແກ່ໂຕຂອງກຸ່ມຄົນບໍ່ດີ ໂດຍຢາກໄດ້ຂອງຄົນອື່ນມາເປັນຂອງຕົວເອງ ແລະ ຊອກຫາທຸກວິທີທາງລັກເງິນ-ຄຳ ແລະ ວັດຖຸມີຄ່າໃນກະເປົາຂອງຜູ້ໄປທ່ຽວງານບຸນແບບເຈົ້າຂອງເຂົາບໍ່ຮູ້ສຶກຕົວ. ເຈົ້າໜ້າທີ່ຕໍາຫຼວດ ຈັບຜູ້ກໍ່ເຫດໄດ້ໃນໄລຍະຜ່ານມາ, ສ່ວນຫຼາຍແມ່ນຄົນຕ່າງປະເທດ ພວກເຂົາມີການວາງແຜນຄັກແນ່ກ່ອນລົງມືລ່ວງ ແລະ ແຫກກະເປົານັກທ່ອງທ່ຽວພາຍໃນງານ.

ສ່ວນຜູ້ທີ່ໄປທ່ຽວພາຍໃນງານບຸນ, ບາງຄົນມັກໃສ່ເຄື່ອງປະດັບສິ່ງທີ່ມີຄ່າຫຼາຍເກີນໄປ ເປັນຕົ້ນມັກໃສ່ສາຍຄໍຄໍາ, ສາຍແຂນ ແລະ ເຄື່ອງ ປະດັບເອ້ຍ້ອງທີ່ມີລາຄາແພງໄປທ່ຽວໃນງານບຸນ. ໃນກະເປົາບາງຄົນກໍພົກພາເງິນຈໍານວນຫຼາຍໄປ, ເຊິ່ງຖືວ່າບໍ່ມີຄວາມເໝາະສົມປານໃດ, ແທນທີ່ຈະມີຄວາມເບີກບານມ່ວນຊື່ນໃນການໄປທ່ຽວງານບຸນ. ກໍລະນີເກີດເຫດການຊິງຊັບ, ລ່ວງ-ແຫກກະເປົາ ແຕ່ກັບກາຍເປັນຄວາມ ໂສກເສົ້າເສຍເງິນ-ຄໍາ ຍ້ອນຄວາມປະໝາດຂອງຕົວເອງ.

ລະວັງ ກຸ່ມມິດສາຊີບ ລ່ວງກະເປົາໃນງານບຸນຊ່ວງເຮືອ
ລະວັງ ກຸ່ມມິດສາຊີບ ລ່ວງກະເປົາໃນງານບຸນຊ່ວງເຮືອ

ສຳລັບ 2 ປີຜ່ານມາ, ເຫັນວ່າ ສະພາບປະກົດການຫຍໍ້ທໍ້ເກີດຂຶ້ນພາຍໃນງານບຸນດັ່ງກ່າວຫຼຸດລົງ, ໂດຍມີປະກົດ ການຫຍໍ້ທໍ້ເກີດຂຶ້ນທັງໝົດ ຈໍານວນ 11 ເລື່ອງ. ໃນນີ້, ແຫກກະເປົາ 4 ເລື່ອງ ແລະ ລ່ວງກະເປົາ 7 ເລື່ອງ ມູນຄ່າຄວາມເສຍຫາຍ 11.350.000 ກີບ, ເງິນ 1.000 ບາດ ໂທລະສັບ 7 ເຄື່ອງ, ບັດປະຈໍາຕົວ ແລະ ບັດເອທີເອັມຈໍານວນໜຶ່ງ; ສ່ວນປີ 2018 ມີປະກົດການຫຍໍ້ທໍ້ ເກີດຂຶ້ນ 3 ເລື່ອງ; ໃນນີ້, ແຫກກະເປົາ 2 ເລື່ອງ ແລະ ລ່ວງກະເປົາ 1 ເລື່ອງ ມູນຄ່າຄວາມເສຍຫາຍ 1.900.000 ກີບ, ເງິນ 5.800 ບາດ ແລະ ເຄື່ອງມີຄ່າຈໍານວນໜຶ່ງ.

ຕົວເລກດັ່ງກ່າວສະແດງເປັນສັນຍານທີ່ດີຕໍ່ກັບສະພາບການຕ່າງໆພາຍໃນງານ ແມ່ນນັບມື້ນັບຖອຍລົງໃນແຕ່ລະປີ ເນື່ອງຈາກກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໜ້າທີ່ປ້ອງກັນຢ່າງມີຄວາມຮັບຜິດຊອບ ມີຄວາມເຂັ້ມງວດ, ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈໍາການຕະຫຼອດ 24 ຊົ່ວໂມງ; ເຊິ່ງກໍານົດຈຸດປ້ອງກັນທັງວົງໃນ ແລະ ວົງນອກຢ່າງຄັກແນ່ ໂດຍໃຊ້ກໍາລັງ 1.000 ກວ່າຄົນ ເພື່ອເຂົ້າຮ່ວມ ການປະຕິບັດໜ້າທີ່ກວດກາປ້ອງກັນເວນຍາມຕາມຕາມຈຸດຕ່າງໆທີ່ກໍານົດໄວ້ໃຫ້ຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວທີ່ໄປທ່ຽວງານບຸນ. ເຊິ່ງປີນີ້, ກໍບໍໄດ້ແຕກຕ່າງຫຍັງກັບປີຜ່ານມາ ຕໍ່ກັບການປ້ອງກັນຄວາມສະຫງົບພາຍໃນງານ.

ລະວັງ ກຸ່ມມິດສາຊີບ ລ່ວງກະເປົາໃນງານບຸນຊ່ວງເຮືອ
ລະວັງ ກຸ່ມມິດສາຊີບ ລ່ວງກະເປົາໃນງານບຸນຊ່ວງເຮືອ

ຢ່າງໃດກໍຕາມ, ຜູ້ທີ່ມີຈຸດປະສົງຈະໄປທ່ຽວງານບຸນດັ່ງກ່າວ ຈົ່ງມີສະຕິໃຫ້ສູງໃນການຮັກສາຊັບສິນຂອງຕົນ ເອງ, ຫຼີກລ່ຽງການພົກພາເຄື່ອງເອ້ຍ້ອງ ໂດຍສະເພາະເງິນ-ຄໍາທີ່ມີຄ່າຫຼາຍໄປໃນງານ. ນອກນັ້ນ, ເວລາພາຍກະ ເປົາເລາະຊົມພາຍໃນງານຄວນພາຍບ່ຽງໄປເບື້ອງໜ້າ ຢ່າເຜີຕົວເດັດຂາດ ເພາະຢູ່ໃນງານມີທັງຄົນດີ ແລະ ຄົນບໍ່ດີປົນເປກັນໄປ ເຮົາອາດບໍ່ສາມາດເບິ່ງອອກໄດ້, ມີແຕ່ສະຕິເທົ່ານັ້ນທີ່ຊ່ວຍເຮົາໄດ້.