ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ
ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ

ວັນທີ 2 ຕຸລາຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ, ໂດຍການຕ້ອນຮັບຂອງ ທ່ານ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະປະຈຳພັກແຂວງ, ຄະນະນຳຂອງແຂວງ ຢ່າງອົນອຸ່ນ.

ໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ທ່ານໄດ້ຮັບຟັງການລາຍງານກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມ, ແຜນການກະກຽມການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ລາຍງານກ່ຽວກັບຜົນ ເສຍຫາຍຈາກໄພນ້ຳຖ້ວມ ແລະ ການແກ້ໄຂຜົນເສຍຫາຍການກະທົບຈາກ ຫຼັງໄພນ້ຳຖ້ວມ, ໂດຍທ່ານ ສົມໃຈ ເພັດສີນວນ ໄດ້ລາຍງານໃຫ້ຮູ້ວ່າ: ການພັດທະນາເສດຖະກິດ-ສັງຄົມ ໃນປີ 2018 ແຂວງຄຳມ່ວນ ແມ່ນມີເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະທີ່ໝັ້ນທ່ຽງ ໃນລະດັບ 6,56% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 7.437,72 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 17.000.000 ກວ່າກີບ ຫຼື ເທົ່າ ກັບ 2.121 ໂດລາສະຫະລັດຕໍ່ຄົນ; ໂຄງປະກອບທາງດ້ານເສດຖະກິດ ມີ: ກະສິກຳ-ປ່າໄມ້, ກວມເອົາ 22,90%, ອຸດ ສາຫະກຳ ກວມເອົາ 22,94% ແລະ ການບໍລິການ ກວມ 54,16% ຂອງ GDP.

ສ່ວນສະພາບໄພພິບັດນ້ຳຖ້ວມໃນປີ 2019 ປະຊາຊົນທີ່ໄດ້ຮັບຜົນກະທົບ ທັງໝົດ 231 ບ້ານ, ມີ 16.670 ຄອບ ຄົວ, ພົນລະເມືອງ 69.844 ຄົນ, ເນື້ອທີ່ນາ 19.577 ເຮັກຕາ ແລະ ສວນ 905 ເຮັກຕາ, ໜອງປາຖືກນ້ຳຖ້ວມ 326 ໜອງ, ລະບົບຊົນລະປະທານຖືກ ເສຍຫາຍ 52 ແຫ່ງ, ເສັ້ນທາງນ້ຳຖ້ວມ 31 ເສັ້ນ, ຂົວ 11 ແຫ່ງ; ດ້ານວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ແມ່ນໄດ້ປະຕິບັດຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກຢ່າງເຂັ້ມງວດ ເປັນຕົ້ນແມ່ນກະກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານຂະບວນການ ແລະ ອະນຸກຳມະການອື່ນໆ, ການທາບ ທາມຮອບທີ 2 ແມ່ນໄດ້ສຳເລັດແລ້ວ ທົ່ວເມືອງອ້ອມຂ້າງແຂວງຄຳມ່ວນ; ໃນນັ້ນ, ເມືອງໜອງບົກ ຈະໄດ້ດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຂຶ້ນເປັນເມືອງທຳອິດຂອງແຂວງ ໃນລະຫວ່າງວັນທີ 8-9 ຕຸລາ 2019 ທີ່ຈະ ມາເຖິງນີ້.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານການນຳຂອງແຂວງ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມຫງົບ ໂດຍສະເພາະໃນໄລຍະກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ; ສືບຕໍ່ປະຕິບັດເກັບລາຍຮັບງົບປະມານໃຫ້ບັນລຸຕາມແຜນການທີ່ວາງໄວ້; ກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນ ຕິດພັນກັບ 3 ວຽກ
ງານໃຫຍ່ ຄື: ວຽກງານຂະບວນການ, ດ້ານເນື້ອໃນ ແລະ ໂຄງປະກອບບຸກຄະລາກອນ ຮັບປະກັນເຮັດໃຫ້ການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນໃນຄັ້ງນີ້ ໄດ້ດຳເນີນໄປຢ່າງຖືກຕ້ອງຕາມເປົ້າໝາຍ, ທັນກັບເວລາກຳນົດ ແລະ ໄດ້ຮັບປະສິດທິຜົນສູງ; ສືບຕໍ່ປັບປຸງປົວແປງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເປັນຕົ້ນ ທາງພື້ນຖານໂຄງລ່າງ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ແລະອື່ນໆ ຕິດພັນກັບການຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ ໂດຍອີງໃສ່ທ່າແຮງ ແລະ ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີ ຂຶ້ນເທື່ອລະກ້າວ. ຫຼັງຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນ ຈຳນວນ 100 ລ້ານກີບ ເພື່ອນຳໃຊ້ເຂົ້າໃນ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນທົ່ວແຂວງອີກດ້ວຍ.