ໃນລະຫວ່າງວັນທີ 7-10 ຕຸລາ 2019 ນີ້, ອົງການກວດສອບແຫ່ງລັດ ສປປ ລາວ ຮ່ວມກັບ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໄດ້ຈັດພິທີຝຶກອົບຮົມວຽກງານກວດສອບ ໃຫ້ພະນັກງານ-ນັກກວດສອບ ທີ່ເຮັດວຽກງານກວດສອບອ້ອມຂ້າງ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ແລະ ນັກສໍາມະນາກອນ ທີ່ມາຈາກ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ອົງການກວດກາລັດຖະບານ ແລະ ສະພາແຫ່ງຊາດ ເຂົ້າຮ່ວມຈໍານວນ 55 ທ່ານ ຍິງ 15 ທ່ານ.

ທ່ານ ເຄນ ລໍວັນໄຊ ກ່າວວ່າ:

ການຝຶກອົບຮົມໃນຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ດ້ານວຽກງານກວດສອບໃຫ້ພະນັກງານ ທີ່ເຮັດວຽກງານວິຊາສະເພາະ ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ.

ເຊິ່ງເອກະສານທີ່ນໍາມາຝຶກອົບຮົມ ປະກອບມີ:

  • ການກວດສອບໂຄງການກໍ່ສ້າງ ພາຍໃຕ້ໂຄງການຊ່ວຍເຫຼືອ ເພື່ອພັດທະນາ ( ODA )
  • ການກວດສອບດ້ານການເງິນ, ຄວາມສອດຄ່ອງໃນດ້ານທຸລະກິດການບິນ
  • ການກວດສອບ ຜົນການຈັດຕັ້ງປະຕິບັດວຽກງານ ເພື່ອຮັບປະກັນຄຸນນະພາບຂອງຜົນການກວດສອບ

ໃນການຝຶກອົບຮົມຄັ້ງນີ້, ບັນດານັກສໍາມະນາກອນ ຈະໄດ້ຮຽນຮູ້ຈາກການຖ່າຍຖອດບົດຮຽນຂອງ ຄະນະຊ່ຽວຊານ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ເພາະວ່າ ການຈັດຝຶກອົບຮົມ ແມ່ນປະຕິບັດຕາມແຜນຮ່ວມມື 2 ຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສສ ຫວຽດນາມ, ເຊິ່ງແມ່ນການຊ່ວຍເຫຼືອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ ພະນັກງານ-ນັກກວດສອບ ແຫ່ງລັດ ຂອງ ສປປ ລາວ.