ເຈົ້າໜ້າທີ່ພາສີຂອງຟິລິບປິນ ປະຈຳສະໜາມບິນນະຄອນຫຼວງມະນິລາ ຈັບກຸມຍິງສາວຊາວອິນໂດເນເຊຍ ພ້ອມຂອງກາງຢາໄອສ໌ ມູນຄ່າ 54 ລ້ານເປໂຊ ຊຸກເຊື່ອງໃນກະເປົາເດີນທາງ, ເຊິ່ງຫິ້ວຂຶ້ນເຮືອບິນໄປຈາກກຳປູເຈຍ ໃນວັນທີ 7 ຕຸລາ ທີ່ຜ່ານມາ.

ທ່ານ ນາງ ອັດຕີ ລູເດສ ມານເກົ້າອັງ ເຈົ້າໜ້າທີ່ພາສີຂອງຟິລິບປິນ ເປີດເຜີຍວ່າ ນາງ  ແອກເນສ ອາເລັກຊານດຣາ ຊາວອິນໂດເນເຊຍ ຖືກຈັບກຸມໃນເວລາທ່ຽງຄືນທີ່ສະໜາມບິນນານາຊາດນິນອຍ ອາຄີໂນ ນະຄອນຫຼວງມະນິລາ. ຫຼັງຈາກເຈົ້າໜ້າທີ່ກວດພົບຢາໄອສ໌ນ້ຳໜັກ 8 ກິໂລກຼາມ ໃນກະເປົາເດີນທາງຂອງຜູ້ກ່ຽວ, ເຊິ່ງເດີນ ທາງໂດຍເຮືອບິນຈາກສຽມຣາດທາງຕາເວັນຕົກສຽງເໜືອຂອງກຳປູເຈຍ.

ນາງ ແອກເນສ ອາເລັກຊານດຣາ ຮ້ອງໄຫ້ ແລະ ປິດໜ້າ ຕໍ່ໜ້າກ້ອງໂທລະພາບຂອງສື່ມວນຊົນ, ຂະນະເຈົ້າ ໜ້າທີ່ນຳຕົວອອກຖະແຫຼງຂ່າວ ຜູ້ກ່ຽວບອກເຈົ້າໜ້າທີ່ວ່າ ກະເປົາດັ່ງກ່າວບໍ່ແມ່ນຂອງຜູ້ກ່ຽວ ເພາະມີຄົນເອົາມາໃຫ້ຊ່ວຍຫິ້ວຂຶ້ນເຮືອບິນໃຫ້. ແຕ່ທ່ານ ນາງ ອັດຕີ ລູເດສ ມານເກົ້າອັງ ກ່າວວ່າ ຜູ້ຖືກຫາທຸກຄົນມັກເ%ົ້າແບບດຽວກັນນີ້ ເມື່ອຖືກຈັບກຸມ.

ສະໜາມບິນນິນອຍ ອາຄີໂນ ເພີ່ມຄວາມເຂັ້ມງວດໃນການກວດຄົ້ນກະເປົາ ແລະ ເຄື່ອງຕ່າງໆຂອງຜູ້ໂດຍສານທີ່ເດີນທາງຜ່ານເຂົ້າ-ອອກ ເພື່ອສະກັດກັ້ນການລັກລອບຂົນຢາເສບຕິດ. ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ພາສີປະຈຳສະໜາມບິນແຫ່ງນີ້ ຢຶດກະເປົາເດີນທາງ ແລະ ກະເປົາເປ້ທາງຫຼັງ, ເຊິ່ງທາງໃນບັນຈຸຢາໄອສ໌ທີ່ຖືກຖິ້ມໄວ້ໃນຫ້ອງຮັບຕ້ອນຜູ້ໂດຍສານຂາເຂົ້າ ໂດຍກະເປົາທັງ 2 ໜ່ວຍມາກັບຜູ້ໂດຍສານໃນຖ້ຽວບິນຈາກປະ ເທດຫວຽດນາມ. ເຈົ້າໜ້າທີ່ສັນນິຖານວ່າ ຄົນຮ້າຍຕັດສິນໃຈຖິ້ມກະເປົາ ເມື່ອເຫັນລະບົບກວດຄົ້ນເຂັ້ມງວດຂອງເຈົ້າໜ້າທີ່ ແລະ ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດກຳລັງຕິດຕາມນຳຈັບຢູ່.