ທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຫົວໜ້າກອງບັນຊາການ ຜູ້ໃໝ່ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ຄະນະພັກ-ຄະນະບັນຊາ, ຕາງໜ້າກົມໃຫຍ່ການເມືອງ, ກອງບັນຊາການ ປກສ 9 ເມືອງ, 1 ນະຄອນ, ຫ້ອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພັທ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ເລກທີ 239/ນຍ ລົງວັນທີ 7 ສິງຫາ 2019 ວ່າດ້ວຍ ການແຕ່ງຕັ້ງ ພັອ ຖາວອນ ບຸນກອງພິມ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ຂຶ້ນເປັນ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ຜູ້ໃໝ່, ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ການປະກາດແຕ່ງຕັ້ງ ແລະ ປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານ ຢູ່ແຂວງຈຳປາສັກ ເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.

ພິທີປະກາດການແຕ່ງຕັ້ງ ຫົວໜ້າກອງບັນຊາການ ຜູ້ໃໝ່
ພິທີປະກາດການແຕ່ງຕັ້ງ ຫົວໜ້າກອງບັນຊາການ ຜູ້ໃໝ່

ໂອກາດນີ້, ພົທ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາ ກໍຄື ພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ແຂວງຈຳປາສັກ ທີ່ພ້ອມກັນທຸ້ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນວຽກງານ, ສາມາດຍາດໄດ້ຜົນງານຜ່ານມາ, ຮັບປະກັນໃຫ້ແຂວງຈຳປາສັກ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງດ້ານສັງຄົມ.

ຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າກອງບັນຊາການ ຜູ້ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ, ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ຮັບປະກັນໃຫ້ກົມກອງ ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ, ຮັບຮູ້ຈະແຈ້ງເຖິງໜ້າທີ່ ແລະ ຄວາມຮັບຜິດຊອບຕໍ່ການຈັດຕັ້ງພັກ-ລັດ, ຄະນະພັກ-ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ ທີ່ໃຫ້ຄວາມໄວ້ວາງໃຈ ຕໍ່ຜູ້ໄດ້ຮັບການແຕ່ງຕັ້ງ ເພື່ອສືບຕໍ່ເຮັດໜ້າທີ່ໃຫ້ເຕີບໃຫຍ່ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:

ໃນວັນດຽວກັນ, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ຍັງໄດ້ນຳເອົາເຄື່ອງອຸປະໂພກ ມາມອບໃຫ້ຜູ້ປະສົບໄພພິບັດນ້ຳຖ້ວມ ຢູ່ແຂວງຈຳປາສັກ.

ໂດຍສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ:

  • ເກີບຜູ້ໃຫຍ່, ເດັກນ້ອຍຈຳນວນ 1.000 ຄູ່
  • ເຄື່ອງນຸ່ງຫົ່ມ 550 ຊຸດ
  • ກະເປົາ 19 ໜ່ວຍ
  • ເສື້ອກັນໜາວ 50 ໂຕ ມູນຄ່າ 155.000.000 ກີບ
  • ເງິນອີກຈຳນວນ 100.000.000 ກີບ

ເຊິ່ງລວມທັງໝົດເປັນເງິນຈໍານວນ 255.000.000 ກີບ ເພື່ອເປັນການບັນເທົາທຸກ ແລະ ນຳໄປແຈກຢາຍຊ່ວຍເຫຼືອພໍ່-ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ພາຍໃນແຂວງຈຳປາສັກ ເຊິ່ງກ່າວຮັບໂດຍ ທ່ານ ປອ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ ພ້ອມຄະນະ ແລະ ມີບັນດາພະແນກການກົມກອງ ອ້ອມຂ້າງ ແຂວງຈຳປາສັກ.