ພິທີມອບ-ຮັບໜ້າທີ່ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ພັອ ບຸນພາ ນັນທະວົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ເກົ່າ ) ແລະ ພັທ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ໃໝ່ ) ກົມໃຫຍ່ພະລາທິການ ກະຊວງ ປກສ ຈັດຂຶ້ນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີ ຄະນະພັກ-ຄະນະນຳ ອ້ອມຂ້າງກົມໃຫຍ່ ແລະ ແຂກຮັບເຊີນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ
ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ

ໃນພິທີ ພັອ ບຸນພາ ນັນທະວົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ເກົ່າ ) ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຊີ້ນຳ-ນໍາພາບັນຊາ ແລະ ເຮັດໜ້າທີ່ວິຊາສະເພາະການຜະລິດ-ທຸລະກິດ ຂອງ ກະຊວງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 13 ປີ ທີ່ຜ່ານມາ ເຊິ່ງສະແດງອອກຄື:

ໄດ້ຂຽນນິຕິກຳ ໂຄງການປັບປຸງການຜະລິດ-ທຸລະກິດ ສ້າງແຫຼ່ງລາຍຮັບໃນ ກຳລັງປ້ອງກັນຄວາມສະຫງົບ, ໄດ້ຄົ້ນຄວ້າບັນດາຂໍ້ມູນຕ່າງໆ ທີ່ນັກລົງທຶນພາຍໃນ ແລະ ຕ່າງປະເທດສົນໃຈ ມີທັງໝົດ 37 ໂຄງການ, ປັດຈຸບັນເຊັນສັນຍາ 8 ໂຄງການ, ເຊັນບົດບັນທຶກຄວາມເຂົ້າໃຈ 11 ໂຄງການ ແລະ ກຳລັງສຶກສາຄົ້ນຄວ້າ 18 ໂຄງການ.

ພິທີມອບ-ຮັບໜ້າທີ່ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ພັອ ບຸນພາ ນັນທະວົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ເກົ່າ ) ແລະ ພັທ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ໃໝ່ )
ພິທີມອບ-ຮັບໜ້າທີ່ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ພັອ ບຸນພາ ນັນທະວົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ເກົ່າ ) ແລະ ພັທ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ໃໝ່ )

ໂອກາດນີ້, ພົຈວ ກິແກ້ວ ເນົາວະລັດ ໄດ້ຍົກໃຫ້ເຫັນ ແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ ແລະ ຄວາມຈຳເປັນຂອງ ການສັບປ່ຽນຕຳແໜ່ງຂັ້ນນຳພາບັນຊາ ຢູ່ໃນກຳລັງປ້ອງກັນຄວາມສະຫງົບ ເນື່ອງຈາກ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ເກົ່າ ) ໄດ້ຮັບອະນຸມັດພັກຜ່ອນຮັບບໍານານ ແລະ ຍັງໄດ້ເນັ້ນໜັກໃຫ້ ຫົວໜ້າກົມຄຸ້ມຄອງການຜະລິດ-ທຸລະກິດ ( ຜູ້ໃໝ່ ) ຈົ່ງຮັກສາມູນເຊື້ອ, ສຸມທຸກສະຕິປັນຍາ ແລະ ເຫື່ອແຮງ ເພື່ອຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດອັນໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ.