ໃນພິທີປະກາດ ພັທ ດຣ ນາງ ພຸດມາລາ ພັນທະມິດ ເປັນອຳນວຍການ ໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງ ປກສ ຜູ້ໃໝ່ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົຈວ ທອງສຸກ ຍາເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີ ຄະນະພັກ-ຄະນະນຳ ອ້ອມຂ້າງ ກົມໃຫຍ່ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັອ ດຣ ຄຳບານ ຫຼ້າຄູນເຮືອນ ອຳນວຍການໂຮງໝໍ 5 ເມສາ ( ຜູ້ເກົ່າ ) ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວນຳພາ-ບັນຊາ ແລະ ເຮັດໜ້າທີ່ວິຊາສະເພາະ ຕະຫຼອດໄລຍະ 5 ປີຜ່ານມາ ວ່າ:

  • ໄດ້ບໍລິການຄົນເຈັບເຂດນອກໄດ້ 40.000 ກວ່າເທື່ອຄົນ
  • ແກ້ໄຂສຸກເສີນ 21.000 ກວ່າຄົນ
  • ກວດ ແລະ ປິ່ນປົວຟີຊິກສາດ-ບຳບັດ 15.000 ກວ່າເທື່ອຄົນ
  • ຮັບເຂົ້ານອນໂຮງໝໍ 5.000 ກວ່າຄົນ
  • ກວດພະຍາດຍິງ 2.600 ເທື່ອຄົນ
ເປັນປະທານໂດຍ ພົຈວ ທອງສຸກ ຍາເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ
ເປັນປະທານໂດຍ ພົຈວ ທອງສຸກ ຍາເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ
  • ສັກຢາເດັກນ້ອຍ 3.600 ເທື່ອຄົນ
  • ກວດຊອກຫາເຊື້ອ HIV 1.800 ເທື່ອຄົນ
  • ເອໂກ 19.000 ເທື່ອຄົນ
  • ລັງສີ 5.500 ຄົນ
  • ຄົນເຈັບມາໃຊ້ບໍລິການປະກັນສັງຄົມ 72.200 ເທື່ອຄົນ
  • ສັນນະສູດຊາກສົບ 600 ເທື່ອຄົນ
  • ເຂົ້າຮ່ວມສຳມະນາຢູ່ນຳໂຮງໝໍ ແລະ ພາກສ່ວນຕ່າງໆກ່ຽວກັບ ວຽກງານສາທາລະນະສຸກ ຈຳນວນ 398 ຄັ້ງມີ 1.600 ກວ່າສະຫາຍ
  • ພະນັກງານ-ນັກຮົບ ໄດ້ຮັບການເລື່ອນຊັ້ນທັງໝົດ 113 ສະຫາຍ
  • ພັກການຮັບເບ້ຍບຳນານ 22 ສະຫາຍ

ພັອ ດຣ ຄຳບານ ຫຼ້າຄູນເຮືອນ ກໍໄດ້ກ່າວມອບ ແລະ ລົງລາຍເຊັນມອບໜ້າທີ່ວຽກງານຊີ້ນຳ-ນຳພາ ໂຮງໝໍ 5 ເມສາ ໃຫ້ ພັທ ດຣ ນາງ ພຸດມາລາ ພັນທະມິດ ອຳນວຍການໂຮງໝໍ 5 ເມສາ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນໍານຳພາ-ບັນຊາໂຮງໝໍ 5 ເມສາ ໃຫ້ທັນສະໄໝ ແລະ ວ່ອງໄວທຽບເທົ່າສາກົນ.

ພິທີປະກາດ ພັທ ດຣ ນາງ ພຸດມາລາ ພັນທະມິດ ເປັນອຳນວຍການ ໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງ ປກສ ຜູ້ໃໝ່
ພິທີປະກາດ ພັທ ດຣ ນາງ ພຸດມາລາ ພັນທະມິດ ເປັນອຳນວຍການ ໂຮງໝໍ 5 ເມສາ ກົມໃຫຍ່ພະລາທິການ ກະຊວງ ປກສ ຜູ້ໃໝ່

ໃນໂອກາດນີ້, ພົຈວ ທອງສຸກ ຍາເອີລາວລີ ໄດ້ເນັ້ນໜັກໃຫ້ ທ່ານອຳນວຍການໂຮງໝໍ 5 ເມສາ ຜູ້ໃໝ່ ຈົ່ງເພີ່ມທະວີຊີ້ນໍາ-ນໍາພາ ວຽກງານການບໍລິການ ດ້ານສາທາລະນະສຸກ ໃຫ້ກັບ ກຳລັງປ້ອງກັນຄວາມສະຫງົບ ແລະ ສັງຄົມ ເພື່ອຮັບປະກັນໃຫ້ພະນັກງານ-ນັກຮົບ ໃນກຳລັງ ປກສ ມີສຸຂະພາບແຂງແຮງດີ, ສາມາດເຮັດສຳເລັດໜ້າທີ່ການເມືອງ ແລະ ວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ ມີຜົນສຳເລັດອັນໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ.