ຄຊປທ ຈັດກອງປະຊຸມ 4 ວຽກງານໃຫຍ່

0
1657

ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ( ຄຊປທ ) ໄດ້ຈັດກອງປະຊຸມຮັບຟັງການລາຍງານ 4 ວຽກງານ ໃຫຍ່ຂຶ້ນໃນວັນທີ 10 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງ ຍທຂ, ປະທານ ຄຊປທ; ເຂົ້າຮ່ວມມີຫົວໜ້າ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ຍທຂ, ຄະນະ ຄຊປຂ ແລະ ພາກສ່ວນກ່ຽວຂ້ອງທົ່ວປະເທດເຂົ້າຮ່ວມ.

ທ່ານ ປອ ບຸນຈັນ ສິນທະວົງ
ທ່ານ ປອ ບຸນຈັນ ສິນທະວົງ

ທ່ານ ປອ ບຸນຈັນ ສິນທະວົງ ກ່າວວ່າ:

ການເກີດອຸບັດຕິເຫດທາງຫຼວງເປັນ ໄພຂົ່ມຂູ່ ແລະ ບັນຫາໃຫ້ສັງຄົມປະ ເທດເຮົາ ເນື່ອງຈາກເສດຖະກິດຂອງ ຊາດໄດ້ມີການຂະຫຍາຍຕົວ, ຄວາມຕ້ອງການນໍາໃຊ້ພາຫະນະກໍຍິ່ງເພີ່ມຂຶ້ນ, ບັນຫາຕາມມາກໍຄືການຈະລາຈອນແອອັດ ແລະ ອຸບັດຕິເຫດເກີດຂຶ້ນ; ຕະຫຼອດໄລຍະ 5 ປີຜ່ານມາເຖິງປັດຈຸບັນຈໍານວນຕົວເລກຜູ້ເສຍຊີວິດຢູ່ໃນລະດັບ 1.000 ຄົນຕໍ່ປີ, ເຊິ່ງມີມູນຄ່າເສຍຫາຍປະມານ 1.75000.000 ໂດລາ ສະຫະລັດຕໍ່ປີ ຍັງບໍ່ລວມຄວາມເສຍຫາຍ ທາງດ້ານຊັບສິນ ແລະ ຜູ້ທີ່ໄດ້ຮັບບາດເຈັບ. ໃນນີ້, ຜູ້ທີ່ເສຍຊີວິດ 80% ແມ່ນຊາວໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກສຶກສາ ຖ້າມາທຽບໃສ່ປະຊາກອນແມ່ນ 15 ຄົນຕໍ່ ປະຊາຊົນ 100.000 ຄົນ ຈາກຕົວເລກ ເຫັນວ່າບັນຫາອຸບັດຕິເຫດເປັນບັນຫາທີ່ກົດໜ່ວງໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດຈໍານວນບໍ່ໜ້ອຍ; ເຊິ່ງກອງປະຊຸມໃນຄັ້ງນີ້ແມ່ນມີ 4 ວຽກງານໃຫຍ່ ຄື: ຮັບຟັງບົດລາຍງານການຈັດຕັ້ງປະຕິບັດຄວາມປອດໄພ ທາຫຼວງ ແຕ່ປີ 2014-2018, ຜ່ານແຜນຍຸດທະສາດ ແລະ ດໍາເນີນງານແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ 2021-2025 ແລະ ວິໄສທັດ ຮອດປີ 2030, ຜ່ານຮ່າງດໍາລັດວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄຊປທ ພາຍຫຼັງກົດໝາຍວ່າດ້ວຍການສັນຈອນທາງບົກຖືກປັບປຸງໃນປີ 2012 ແລະ ຮ່າງຂໍ້ຕົກລົງຂອງປະທານຄະນະກໍາມະການແຫ່ງຊາດດ້ານຄວາມ ປອດໄພທາງຫຼວງ ວ່າດ້ວຍການນໍາໃຊ້ງົບປະມານກອງທຶນທາງບ້ວງຄວາມປອດໄພທາງຫຼວງ.

ທ່ານ ປອ ບຸນຕາ ອ່ອນນາວົງ
ທ່ານ ປອ ບຸນຕາ ອ່ອນນາວົງ

ທ່ານ ປອ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ, ຫົວໜ້າກອງເລຂາ ຄຊປທ ໃຫ້ຮູ້ວ່າ:

ໃນໄລຍະ 5 ປີ ຜ່ານມາ ( 2014-2018 ) ຄຊປທ ແລະ ຄຊປຂ ໄດ້ເຄື່ອນໄຫວຕາມພາລະ ບົດ ບາດຢ່າງຕັ້ງໜ້າ ໃນນັ້ນ ໄດ້ສຸມໃສ່ ປັບປຸງພື້ນຖານໂຄງລ່າງ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ການສັນຈອນ ແລະ ຫຼຸດຜ່ອນອຸບັດຕິເຫດ ໃນຂອບເຂດ ທົ່ວປະເທ ດຄື: ວຽກງານແກ້ໄຂຈະລາ ຈອນ ແອອັດໄດ້ເປີດມູມລ້ຽວ, ຕິດຕັ້ງ ໄຟສັນຍານຈະລາຈອນ, ກໍ່ສ້າງວົງວຽນ ເພື່ອຄວບຄຸມການສັນຈອນ, ກໍ່ສ້າງບ່ອນຈອດລົດ, ຕິດຕັ້ງແທ່ງເບຕົງ, ຕິດຕັ້ງຮາວ ແບ່ງທິດທາງການສັນຈອນ, ຕັນດອນທາງ, ສ້າງດອນທາງ, ຕິດຕັ້ງລູກສອນນໍາທາງໂຄ້ງ, ຕິດຕັ້ງສັນຍານຈະລາຈອນ, ຮົ້ວກັນຕົກ; ໄຟເຍືອງທາງ, ໄຟເຕືອນອັນຕະລາຍ ແລະອື່ນໆ. ຄຽງຄູ່ກັນນີ້ ໄດ້ປັບປຸງລະບົບກວດກາສະພາບເຕັກນິກລົດ ຈາກກວດແບບຕາເປົ່າ ນໍາໃຊ້ດ້ວຍເຕັກນິກທີ່ທັນສະໄໝ; ນອກນັ້ນ,ໄດ້ເຄື່ອນ ໄຫວເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບຄວາມປອດໄພທາງຖະໜົນ ແລະ ລົງໂຄສະນາປູກຈິດສໍານຶກກ່ຽວ ກັບນໍາໃຊ້ເສັ້ນທາງໃຫ້ມີຄວາມປອດໄພໃນຂອບເຂດທົ່ວປະເທດ ເຊິ່ງມີຜູ້ເຂົ້າ ຮ່ວມຮັບຟັງເປັນຈໍານວນຫຼວງຫຼາຍ ພ້ອມທັງໂຄສະນາຜ່ານສື່ມວນຊົນ.

ຄຊປທ ຈັດກອງປະຊຸມ 4 ວຽກງານໃຫຍ່
ຄຊປທ ຈັດກອງປະຊຸມ 4 ວຽກງານໃຫຍ່

ພ້ອມທັງໄດ້ກໍານົດຜູ້ທີ່ຈະມາສອບເສັງເອົາໃບຂັບຂີ່ ຕ້ອງໄດ້ຜ່ານການຝຶກອົບຮົມ ຫຼື ການຮຽນທີ່ໂຮງຮຽນສອນ ຂັບລົດ, ໄດ້ຍົກລະດັບການຮຽນ-ການສອນຂອງໂຮງຮຽນສອນຂັບລົດໃຫ້ມີຄຸນນະພາບ ແລະ ມາດຕະຖານສູງທຽບເທົ່າສາກົນຂຶ້ນເທື່ອລະະກ້າວ ໂດຍກໍານົດໃຫ້ມີການສິດສອນພາກທິດສະດີ ດ້ວຍລະບົບຄອມພິວເຕີ, ຮຽນຂັບພາກ ປະຕິບັດຕົວຈິງ ຕ້ອງມີເດີ່ນຮຽນຂັບເປັນ ສ່ວນຈະລາຈອນມາດຕະຖານສາກົນ; ໄດ້ປັບປຸງການສອບເສັງແບບຖາມ-ຕອບແບບປາກເປົ່າ ເປັນການສອບເສັງດ້ວຍລະບົບຄອມພິວເຕີ ການສອບເສັງພາກປະຕິບັດຕົວຈິງຈາກສອງທ່າບັງຄັບມາເປັນສິບທ່າບັງຄັບ ຕາມມາດຕະຖານສາກົນ ແລະ ມີເດີ່ນສອບເສັງຄວບຄຸມດ້ວຍລະບົບຄອມພິວເຕີທັນສະໄໝ. ນອກນັ້ນ, ໄດ້ສົມທົບກັບກົມຕໍາຫຼວດຈະລາຈອນ ຈັດຕັ້ງການກວດກາການສັນຈອນຕາມທາງຫຼວງ, ກວດກາຄວາມໄວ ແລະ ກວດກາທາດເຫຼົ້າຂອງນັກນັບຂີ່ ເພື່ອສະກັດກັ້ນການເກີດອຸບັດຕິເຫດ.

ຄຊປທ ຈັດກອງປະຊຸມ 4 ວຽກງານໃຫຍ່
ຄຊປທ ຈັດກອງປະຊຸມ 4 ວຽກງານໃຫຍ່

ຫົວໜ້າກອງເລຂາ ກ່າວຕື່ມວ່າ:ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຄຊປທ, ຄຊປຂ ຍັງປະກົດວ່າມີຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍສະເພາະແມ່ນການຄົ້ນຄວ້າແກ້ໄຂການຈະລາຈອນແອອັດຍັງບໍ່ເປັນລະບົບ, ບໍ່ທັນມີແຜນລະອຽດຊັດເຈນ ພ້ອມນັ້ນ ການປະສານງານ ເພື່ອຈັດຕັ້ງປະຕິບັດຮ່ວມກັນຂອງແຕ່ລະຂະແໜງການ ແລະ ພາກສ່ວນກ່ຽວຂ້ອງຍັງບໍ່ມີຄວາມຫ້າວຫັນພຽງພໍ; ບໍ່ເປັນປົກະຕິ ແລະ ຕໍ່ເນື່ອງ, ການລົງທຶນວຽກງານຄວາມປອດໄພທາງຫຼວງຍັງກະແຈກກະຈາຍ, ເປັນໂຄງການນ້ອຍ ແລະ ຍັງຂາດລັກສະນະຫັນເປັນຈຸດສຸມໃນການລົງທຶນ ເພືີ່ອສາມາດແກ້ໄຂໄດ້ຢ່າງມີປະສິດທິຜົນສູງ ຕະຫຼອດຮອດເຄື່ອງມືການຈັດຕັ້ງຄຸ້ມ ຄອງວຽກງານຄວາມປອດໄພທາງຫຼວງ ໂດຍສະເພາະບັນດານິຕິກໍາອ້າງອີງຍັງບໍ່ມີການປັບປຸງ ເຊັ່ນ: ດໍາລັດ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຊປທ, ຄປຊຂ, ກອງເລຂາ ຍັງບໍ່ທັນສອດຄ່ອງກັບສະພາບປັດຈຸບັນ.