ງານບຸນອອກພັນສາປະວໍລະນາ ແລະ ບຸນຊວງເຮືອປະເພນີ ຢູ່ທ່າວັດຈັນ ປະຈໍາປີ 2018 ຜ່ານມາ ໄດ້ສ້າງຄວາມຄຶກຄື້ນໃຫ້ແກ່ຜູ້ທີ່ໄປທ່ຽວຊົມ ທັງພາຍໃນ ແລະ ຕ່າງປະເທດ, ແຕ່ສິ່ງທີ່ເຫຼືອໄວ້ຈາກງານບຸນ ຍັງມີຫຼາຍຢ່າງທີ່ຍັງບໍ່ສອດຄອງກັບລະບຽບການຕ່າງໆ ທີ່ຄະນະກໍາມະການກໍານົດໄວ້ ເປັນຕົ້ນແມ່ນ: ການເກັບບໍລິການ ຄ່າຝາກລົດ ເນື່ອງຈາກມີຜູ້ປະກອບການຫຼາຍຈຸດໃນງານບຸນດັ່ງກ່າວ ສວຍໂອກາດຂຶ້ນລາຄາຕາມລໍາຟັງໃຈ ເຫັນຜົນປະໂຫຍດສ່ວນຕົວຫຼາຍເກີນໄປ; ສະເພາະປີນີ້, ພາກ ສ່ວນທີ່ກ່ຽວຂ້ອງຕ້ອງຫາວິທີແກ້ໄຂຢ່າງຈິງຈັງ ແລະ ຄວນຫາມາດຕະການແກ້ ໄຂຢ່າງເດັດຂາດ ເພື່ອໃຫ້ມີຄວາມຍຸຕິ ທໍາແກ່ຜູ້ໄປທ່ຽວຊົມ.

ຄວນແກ້ໄຂຄ່າລົດທີ່ແພງເກີນໃນງານບຸນຊ່ວງເຮືອທ່າວັດຈັນ
ຄວນແກ້ໄຂຄ່າລົດທີ່ແພງເກີນໃນງານບຸນຊ່ວງເຮືອທ່າວັດຈັນ

ງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີ ທ່າວັດຈັນ ປະຈໍາປີ 2019, ຄະນະກໍາມະການໄດ້ກໍານົດເອົາສະຖານທີ່ບໍລິການຝາກລົດ ໂດຍເລີ່ມແຕ່ໂຮງຮຽນມັດທະຍົມສີໂຄດຕະບອງ ລົງຫາໂຮງໝໍມະໂຫສົດ ເສັ້ນທາງເສດຖາທິລາດ, ຖະໜົນສຸພານຸວົງ, ຂອບເຂດ 4 ແຍກໄຟອຳນາດສີຫອມ, ບັນດາວັດທີ່ໄກ້ຄຽງ ແລະ ຕາມເສັ້ນທາງຮ່ອມຕ່າງໆ ທີ່ທາງຄະນະກໍາມະການກໍານົດໄວ້ຕາມແຜນຝັງການຈັດງານ; ໃນນີ້, ຄ່າບໍລິການຝາກລົດແມ່ນເປັນເອກະພາບກັນຕາມທີ່ກໍານົດໄວ້ ໃຫ້ເກັບຄ່າຝາກລົດຖີບ 2. 000 ກີບຕໍ່ຄັນ, ລົດຈັກ 5.000 ກີບ ຕໍ່ຄັນ, ລົດຕຸກໆ 10.000 ກີບຕໍ່ຄັນ, ລົດໃຫຍ່ 15.000 ກີບ ຕໍ່ຄັນ.

ຄວນແກ້ໄຂຄ່າລົດທີ່ແພງເກີນໃນງານບຸນຊ່ວງເຮືອທ່າວັດຈັນ
ຄວນແກ້ໄຂຄ່າລົດທີ່ແພງເກີນໃນງານບຸນຊ່ວງເຮືອທ່າວັດຈັນ

ໃນປີຜ່ານມາ, ໃນຄວາມເປັນຈິງ ແລ້ວເຫັນວ່າບັນດາລະບຽບການຕ່າງໆ ທີ່ຄະນະກໍາມະການກໍານົດອອກມານັ້ນ, ຜູ້ປະກອບການຈໍານວນໜຶ່ງ ບໍ່ປະຕິບັດຕາມຄໍາແຈ້ງການດັ່ງກ່າວ ເປັນຕົ້ນແມ່ນ: ຄ່າບໍລິການຝາກລົດມີບາງຈຸດສວຍໂອກາດຂຶ້ນລາຄາຝາກລົດໂດຍລໍາເພີໃຈ ເຊິ່ງສູງກວ່າລາຄາທີ່ຄະນະກໍາມະການຈັດງານບຸນກໍານົດໄວ້ທົບເຄິ່ງ ເຊັ່ນ: ໃນວັນທີ 24-25 ຕຸລາ 2018 ຜ່ານມາ ເຊິ່ງເປັນມື້ອອກພັນສາ ແລະ ຊວງເຮືອ ມີຜູ້ໄປທ່ຽວງານບຸນຫຼາຍຄົນເວົ້າເປັນສຽງດຽວກັນວ່າ: ຖືກຜູ້ທີ່ຮັບຝາກລົດເອົາປຽບໂດຍຂຶ້ນລາຄ່າເກີນທີ່ກໍານົດ ເຊັ່ນ: ຢູ່ເຂດວັດອົງຕື້ ແລະ ເຂດໂຮງໝໍມະໂຫສົດ ແລະ ຕໍ່ໜ້າຫ້ອງການພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ທີ່ເອົາສອງຝາກທາງເປັນບ່ອນບໍລິການຝາກລົດ ໂດຍຜູ້ຮັບຝາກໄດ້ຮຽກ ຄ່າຝາກລົດນໍາຜູ້ໄປໃຊ້ບໍລິການ 10. 000 ກີບຕໍ່ລົດຈັກໜຶ່ງຄັນ, ລົດໃຫຍ່ ແມ່ນ 30.000 ກີບຕໍ່ຄັນ.

ຫຼາຍຄົນໄດ້ຖາມຄືນກັບຜູ້ຮັບຝາກວ່າ: ຄືເກັບແພງເກີນທີ່ຄະນະກໍາມະການຈັດງານບຸນກໍານົດໄວ້, ເຊິ່ງໄດ້ຮັບ ຄໍາຕອບຄືນວ່າ: ພວກເຮົາແມ່ນເກັບເອງ, ເຮັດເອງ, ບໍ່ໄດ້ຂຶ້ນກັບໃຜ ແລະ ອີກຈໍານວນໜຶ່ງ ກໍອ້າງວ່າໄດ້ເຊົ່າສະຖານທີ່ແພງແລ້ວ ຍ້ານບໍ່ໄດ້ກໍາໄລ; ສ່ວນປີ້ບໍລິການຝາກລົດ ບໍ່ເປັນເອກະພາບກັນ, ແລ້ວແຕ່ຈຸດໃຜຈຸດມັນ ໂດຍໃສ່ລາຄາ ຕາມພາຍຫຼັງ, ເຊິ່ງເປັນຊ່ອງຫວ່າງໃນ ການຂຶ້ນລາຄາ.

ຄວນແກ້ໄຂຄ່າລົດທີ່ແພງເກີນໃນງານບຸນຊ່ວງເຮືອທ່າວັດຈັນ
ຄວນແກ້ໄຂຄ່າລົດທີ່ແພງເກີນໃນງານບຸນຊ່ວງເຮືອທ່າວັດຈັນ

ຖ້າຖາມວ່າ ຈ່າຍໄດ້ບໍ່ລາຄາຝາກລົດ 10.000 ກີບ, ລົດໃຫຍ່ 30.000 ກີບ ຕອບວ່າ ຈ່າຍໄດ້ ແຕ່ຍາກໃຫ້ມີຄວາມເປັນເອກະພາບກັນ ບໍ່ໃຫ້ເອົາລັດເອົາປຽບຫຼາຍເກີນໄປ ໂດຍສວຍໂອກາດໃນເທດສະການງານບຸນແບບນີ້ ສໍ້ໂກງ ປະຊາຊົນແບບໜ້າຕາເສີຍ ເຊິ່ງເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ. ທີ່ກ່າວມານີ້ ໝາຍເຖິງບາງກຸ່ມຜູ້ປະກອບການເທົ່ານັ້ນ, ທີ່ສວຍໂອກາດຂຶ້ນລາຄາຝາກລົດ ໂດຍບໍ່ຄໍານຶງເຖິງ ຝົນກະທົບ ຫຼື ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຄິດຫາແຕ່ຜົນກໍາໄລໃສ່ ຖົງໂຕເອງ.

ຢ່າງໃດກໍຕາມ, ພາກສ່ວນທີ່ກ່ຽວຂ້ອງ ຄວນຫາວີທີແກ້ໄຂຢ່າງຈິງຈັງເພາະບັນຫານີ້ບໍ່ແມ່ນເກີດຂຶ້ນໄລຍະປີໜຶ່ງ ສອງປີຜ່ານມາເທົ່ານັ້ນ ແຕ່ປະກົດເຫັນ ໄດ້ວ່າເກີດມີສະພາບຊໍ້າເຮື້ອມາທຸກປີ; ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ກໍຄື ຄະນະກໍາມະການຈັດງານບຸນ ຄວນຫາວິທີ ແກ້ໄຂຢ່າງຈິງຈັງ ແລະ ໃຊ້ມາດຕະການ ຕ່າງໆຕໍ່ຜູ້ລະເມີດ ເພື່ອແກ້ໄຂບັນຫາດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ຄ່ອຍໆໝົດ.