ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຫ້ອງການຜູ້ຕາງໜ້າສະພາສົ່ງເສີມການຄ້າສາກົນ ຂະແໜງອຸດສາຫະກໍາການກໍ່ສ້າງ ປະຈໍາລາວ, ບໍລິສັດທີ່ປຶກສາການລົງທຶນ ແລະ ການກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (THC) ແລະ ບໍລິສັດ ພັດທະນາວິທະຍາສາດເຕັກນິກປັກກິ່ງ ( ເຈິ່ນຕີ້ ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບ ການຮ່ວມມືພັດທະນາ ອຸດສາຫະກໍາ – ເຕັກໂນໂລຊີ ລະດັບສູງ ລາວ-ຈີນ 2019 ເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ນະໂຍບາຍຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ ທີ່ຕິດພັນກັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃໝ່ ທີ່ກ້າວໜ້າຂອງ ສປ ຈີນ ເພື່ອສົ່ງເສີມການຖ່າຍທອດ ແລະ ນຳໃຊ້ເຂົ້າໃນການຍົກລະດັບ ແລະ ພັດທະນາເຕັກໂນໂລຊີ – ອຸດສາຫະກຳການຜະລິດ ຢູ່ ສປປ ລາວ.

ກອງປະຊຸມສໍາມະນາກ່ຽວກັບ ການຮ່ວມມືພັດທະນາ ອຸດສາຫະກໍາ - ເຕັກໂນໂລຊີ ລະດັບສູງ ລາວ-ຈີນ 2019
ກອງປະຊຸມສໍາມະນາກ່ຽວກັບ ການຮ່ວມມືພັດທະນາ ອຸດສາຫະກໍາ – ເຕັກໂນໂລຊີ ລະດັບສູງ ລາວ-ຈີນ 2019

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນອາທິດຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ເປັນປະທານໂດຍ ທ່ານ ປອ ຈັນແສງ ພິມມະວົງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ຫຼີ ຢຽນ ເພີງ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢູນນານ, ໂດຍມີບັນດາກະຊວງ, ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ຜູ້ປະກອບການທຸລະກິດ ຈາກ ສປປ ລາວ ແລະ ບັນດາບໍລິສັດເຕັກໂນໂລຊີ, ນັກທຸລະກິດ ຈາກ ສປ ຈີນ, ນັກວິທະຍາກອນ ຈາກສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປອ ຈັນແສງ ພິມມະວົງ ກ່າວວ່າ:

ສປປ ລາວ ແລະ ສປ ຈີນ ໄດ້ມີມູນເຊື້ອການຮ່ວມມືມາແຕ່ດົນນານ, ລັດຖະບານ ແລະ ປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວ, ປັດຈຸບັນ ການຮ່ວມມືວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ຈີນ ແມ່ນໄດ້ເລີ່ມໃນປີ 2011 ເປັນຕົ້ນມາ ໂດຍໄດ້ມີການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນແມ່ນ ການແລກປ່ຽນຄະນະວິທະຍາສາດ, ຮ່ວມກັນຄົ້ນຄວ້າໃນຂົງເຂດຕ່າງໆ, ກໍ່ສ້າງ ແລະ ຍົກລະດັບບຸກຄະລາກອນວິທະຍາສາດ ຂອງ ສປປ ລາວ, ການເຄື່ອນໄຫວຮ່ວມມື ແລະ ການສົ່ງເສີມການຖ່າຍທອດເຕັກໂນໂລຊີ ຢ່າງເປັນປົກກະຕິມາ.

ນອກນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄູ່ຮ່ວມຈາກ ສປ ຈີນ ໄດ້ລິເລີ່ມໂຄງການພັດທະນາເຂດເຕັກໂນໂລຊີ ລະດັບສູງ ຢູ່ ສປປ ລາວ ຊຶ່ງຈະໄດ້ລົງທຶນພື້ນຖານໂຄງລ່າງ, ການຄ້າ, ການຜະລິດ ແລະ ການບໍລິການເປັນສິນຄ້າ ໃນລັກສະນະຫັນເປັນທັນສະໄໝຄົບຊຸດ, ສາມາດສ້າງເງື່ອນໄຂໃຫ້ແກ່ ການສ້າງຜະລິດຕະພັນນະວັດຕະກໍາ ທີ່ ສປປ ລາວ ມີທ່າແຮງທາງດ້ານກະສິກໍາ, ຊັບພະຍາກອນທໍາມະຊາດ ແລະ ເງື່ອນໄຂອື່ນໆ ແລະ ສ້າງເປັນສູນບົ່ມເພາະຄວາມຮູ້ຂອງລາວ ໃຫ້ສາມາດຂະຫຍາຍການສົ່ງອອກ ແລະ ບໍລິການສູ່ພາກພື້ນ ແລະ ສາກົນ.

ກອງປະຊຸມໃນຄັ້ງນີ້ ຈະໄດ້ມີການແລກປ່ຽນ, ປຶກສາຫາລືເງື່ອນໄຂຄວາມເປັນໄປໄດ້ ໃນການລົງທຶນ, ການພັດທະນາໂຄງລ່າງພື້ນຖານ, ເຕັກໂນໂລຊີທີ່ທັນສະໄໝ ເຂົ້າສູ່ການຜະລິດ ແລະ ບໍລິການທີ່ຈະສົ່ງຜົນສະທ້ອນອັນໃຫຍ່ຫຼວງຕໍ່ ການພັດທະນາເສດຖະກິດ-ສັງຄົມຂອງລາວ.