ໃນໄລຍະ 5 ປີ ( 2014-2019 ) ພາຍໃຕ້ການນໍາພາຂອງ ຄະນະໜ່ວຍພັກກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ (ກພຄຂ) ພະແນກ ຍທຂ ນະຄອນຫຼວງວຽງຈັນ ໄດ້ຊີ້ນໍາໆພາຫຼາຍວຽກງານກໍໄດ້ສໍາເລັດຕາມລະດັບຄາດໝາຍ ໃນນີ້ ກໍແມ່ນວຽກງານຄຸ້ມຄອງພາຫະນະ ແລະ ຄຸ້ມຄອງການຂັບຂີ່ສາມາດຂຶ້ນທະບຽນລົດໃໝ່ ໄດ້ 300.000 ກວ່າຄັນ ແລະ ປະຕິ ບັດການສອບເສັງໄດ້ 67.000 ກວ່າຄົນ.

ກອງປະຊຸມຂອງຄະນະໜ່ວຍພັກ ກພຄຂ ສາມາດຂຶ້ນທະບຽນລົດໃໝ່
ກອງປະຊຸມຂອງຄະນະໜ່ວຍພັກ ກພຄຂ ສາມາດຂຶ້ນທະບຽນລົດໃໝ່

ສະຫາຍ ນວນໄຊ ພະໄຊສົມ ບັດເລຂາໜ່ວຍພັກ, ຫົວໜ້າ ກພ ຄຂ ໃຫ້ຮູ້ໃນກອງປະຊຸມໃຫຍ່ ຄັ້ງທີ V ໃນຄັ້ງວັນທີ 12 ຕຸລາ 2019 ວ່າ:

ໃນໄລຍະ 5 ປີຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນໍາໆພາທາງດ້ານການເມືອງແນວຄິດ ໃຫ້ແກ່ບັນດາສະມາຊິພັກ, ພະນັກງານ-ລັດຖະກອນ ດ້ວຍການນໍາພາຮໍ່າຮຽນເອກະສານ, ມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບ ຕ່າງໆຂອງພັກ-ລັດທີ່ການຈັດຕັ້ງຂ້າງເທິງວາງອອກໄດ້ເປັນຢ່າງດີ, ຄຽງຄູ່ກັນນີ້ກໍນໍາພາເຮັດວຽກງານວິຊາສະເພາະໄດ້ສໍາເລັດຫຼາຍດ້ານເປັນຕົ້ນແມ່ນ ວຽກງານຄຸ້ມຄອງ ພາຫະນະໄດ້ມີປັບປຸງຂອດບໍລິການຂຶ້ນທະບຽນ ໂດຍໄດ້ເພີ່ມຈຸດກວດກາເອກະສານເພີ່ມຕື່ມເປັນສອງຈຸດ ເພື່ືອເຮັດໃຫ້ວ່ອງໄວ ແລະ ຊັດເຈນຂຶ້ນກວ່າເກົ່າ; ໄດ້ສ້າງ; ຂະຫຍາຍບ່ອນກວດກາເຕັກນິກ ແລະ ປະກອບສ່ວນເຄື່ອງກວດກາເຕັກນິກລົດບັນທຸກ, ລົດເບົາຈໍານວນ 3 ເລນ; ໄດ້ເຊື່ອມໂຍງຂໍ້ມູນຍານ ພາຫະນະກັບບັນດາບໍລິສັດ, ຮ້ານຂາຍລົດ, ໂດຍໃຫ້ທາງຮ້ານນໍາຂໍ້ມູນພາຫະນະເຂົ້າໃນລະບົບທີີ່ທາງກອງອະນຸຍາດ ເຮັດໃຫ້ຂັ້ນຕອນການຍື່ນເອກະສານຂຶ້ນທະບຽນໄວຂຶ້ນ, ໄດ້ສົມທົບກັບ ຍທຂ ເມືອງ ເຮັດທົດລອງວຽກງານສາມສ້າງ ໂດຍການເຮັດບໍລິການຂຶ້ນທະບຽນ ແລະ ສອບເສັງໃບຂັບຂີ່ປະເພດລົດຈັກ; ນັບແຕ່ເດືອນມັງ ກອນ 2014 ຫາ ເດືອນມິຖຸນາ 2019 ສາມາດຂຶ້ນ ແລະ ພິມໃບ ທະບຽນຖາວອນ ເຊັ່ນ: ຂຶ້ນທະບຽນລົດໃໝ່ 338.660 ຄັນ, ໂອນຊື່, ຕໍ່ທະບຽນ, ແຈ້ງເສຍຫາຍ 197.863 ຄັນ, ຍົກຍ້າຍສໍານວນ ໄປຕ່າງແຂວງ 13.440 ຄັນ, ອອກໃບກວດກາເຕັກນິກໄດ້ 368.992 ໃບ ແລະ ພິມໃບຖາອນໄດ້ທັງ ໝົດ 536.523 ໃບ.

ໃຕ້ການຊີ້ນຳ ຂອງຄະນະໜ່ວຍພັກ ກພຄຂ ສາມາດຂຶ້ນທະບຽນລົດໃໝ່ໄດ້ 300.000 ກວ່າຄັນ
ໃຕ້ການຊີ້ນຳ ຂອງຄະນະໜ່ວຍພັກ ກພຄຂ ສາມາດຂຶ້ນທະບຽນລົດໃໝ່ໄດ້ 300.000 ກວ່າຄັນ

ສໍາລັບວຽກງານຄຸ້ມຄອງການຂັບຂີ່, ໄດ້ເອົາໃຈຍົກລະດັບການສອບເສັງໃບຂັບຂີ່ດ້ວຍລະບົບໄອທີ ເພື່ອຄວາມຊັດເຈນ, ວ່ອງໄວ ແລະ ໂປ່ງໃສ ເຊັ່ນ: ເຄື່ອງວັດແທກສາຍຕາ ແລະ ທົດສອບປະຕິກິລິຍານັກສອບເສັງ, ເຄື່ອງແທັບເລັດເພື່ອໃຊ້ສອບເສັງທິດສະດີ; ພາຫະນະຕິດຕັ້ງເຄື່ອງບັນທຶກ ແລະ ລາຍງານການສອບເສັງກັບທີ່ ລະບົບ ການຕັດຄະແນນດ້ວຍລະບົບໄອ ທີ ຕິດຕາມທຸກຈຸດທີ່ນັກສອບເສັງຜ່ານໃນແຕ່ລະທ່າບັງຄັບ; ພ້ອມທັງປັບປຸງລະບົບຂັ້ນຕອນອອກໃບຂັບຂີ່, ຄຸ້ມຄອງການຂັບຂີ່ໃຫ້ທັນສະໄໝຂຶ້ນ ດ້ວຍການນໍາໃຊ້ລະບົບໄອທີເຂົ້າຊ່ວຍເຮັດໃຫ້ການບໍລິການວ່ອງໄວຂຶ້ນກວ່າເກົ່າ, ເຮັດບໍລິການປ່ຽນໃບຂັບຂີ່ກັບທີ່, ຕະຫຼອດໄລຍະຜ່ານມາສາມາດປະຕິບັດການສອບເສັງ ໄດ້ 67.101 ຄົນ, ປ່ຽນໃບຂັບຂີ່ 1.86.533 ໃບ, ຍົກຍ້າຍໃບຂັບຂີ່ໄປຕ່າງແຂວງ 621 ສະບັບ.