ພິທີສະຫຼຸບສົກຮຽນ ແລະ ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສໍາເລັດການສຶກສາລະບົບຊັ້ນສູງ ຮຸ່ນທີ 9 ສາຂາວິຊາພາ ສາອັງກິດ-ທຸລະກິດ ຂອງວິທະຍາໄລເຄວິນ ຈັດຂຶ້ນໃນທ້າຍອາທິດ ທີ່ຜ່ານມາ; ໂດຍການເຂົ້າຮ່ວມ ຂອງ ທ່ານ ຄໍາພອນ ໄຊສົມພູ ຫົວໜ້າຫ້ອງການສົ່ງເສີມການສຶກສາ ພາກເອກະຊົນ ກະຊວງສຶກສາທິການ ແລະ ກິລາ, ມີອໍານວຍການ, ຄະນະອໍານວຍການ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ກາວິນ ມະນີວົງ
ທ່ານ ກາວິນ ມະນີວົງ

ທ່ານ ກາວິນ ມະນີວົງ ອໍານວຍການ ວິທະຍາໄລເຄວິນ ໄດ້ຜ່ານບົດສະຫຼຸບວ່າ:

ການຮຽນ-ການສອນ ໂດຍປະຕິບັດຕາມຫຼັກສູດລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະແບ່ງງານໃຫ້ບຸກຄົນຮັບຜິດຊອບ, ປະຕິບັດລະບອບຫົວໜ້າດຽວ ແລະ ເສີມຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນ ໃນການຄຸ້ມຄອງ ແລະ ພັດທະນາການສຶກສາ ແລະ ກິລາ, ເຮັດວຽກຕາມຍຸດທະສາດ, ມີແຜນການ, ແຜນງານ ແລະ ໂຄງການລະອຽດມີການກໍານົດເປົ້າໝາຍ; ຕິດຕາມ, ກວດກາ, ປະເມີນຜົນ, ຊຸກຍູ້, ສົ່ງເສີມ, ສະຫຼຸບຕີລາຄາຖອດຖອນບົດຮຽນໃນແຕ່ລະໄລຍະ, ຈັດຕັ້ງການຮຽນ-ການສອນຕາມໂຄງການຫຼັກສູດລະດັບປະກາສະນີຍະບັດຊັ້ນສູງ ແລະ ປະລິນຍາຕີ ຕາມສາຂາວິຊາຕ່າງໆທີ່ໄດ້ຮັບ ແລະ ອະນຸຍາດ, ໄດ້ຈັດຕັ້ງຝຶກອົບຮົມ, ບໍາລຸງໄລຍະສັ້ນ ວິຊາຊີບທີ່ກ້ຽວຂ້ອງ ໃຫ້ແກ່ນັກຮຽນ; ນັກສຶກສາ ແລະ ພະນັກງານ-ຄູ-ອາຈານ ເພື່ອຍົກລະດັບທາງດ້ານຄວາມຮູ້-ຄວາມສາມາດ ແລະ ຝຶກຄວາມຊໍານິຊໍານານໃນການສົ່ງທອດຄວາມຮູ້ໃຫ້ແກ່ນັກ ສຶກສາເພື່ອຮັບປະກັນໃຫ້ນັກສຶກສາທີ່ສໍາເລັດອອກໄປດ້ວຍຄຸນນະພາບ ແລະ ສາມາດປະກອບອາຊີບຕາມຄວາມຕ້ອງການຂອງສັງຄົມໄດ້.

ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ສາຂາພາສາອັງກິດ-ທຸລະກິດ
ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ສາຂາພາສາອັງກິດ-ທຸລະກິດ

ສໍາລັບປີນີ້, ນັກສຶກສາທີ່ໄດ້ຮັບປະກາສະນີຍະບັດ ມີທັງໝົດ ຈໍານວນ 181 ຄົນ ຍິງ 90 ຄົນ, ໃນນີ້ມີນັກຮຽນທີ່ໄດ້ຮັບການຍ້ອງຍໍຮຽນດີ-ຮຽນເກັ່ງ ( ໃບປະ ກາກຽດນິຍົມ ) ປະເພດ 1 ຈໍາ ນວນ 4 ຄົນ ຍິງ 2 ຄົນ; ປະເພດ 2 ມີ 11 ຄົນ ຍິງ 4 ຄົນ, ເຄື່ອນ ໄຫວກິດຈະກໍາດີເດັ່ນປະເພດ 1 ມີ 4 ຄົນ ຍິງ 3 ຄົນ ແລະ ປະເພດ 2 ມີ 6 ຄົນ ຍິງ 2 ຄົນ ມອບປະກາສະນີຍະບັດ ໂດຍ ທ່ານ ກາວິນ ມະນີວົງ ອໍານວຍການ ວິທະຍາໄລເຄວິນ.