ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ສາມາດຈັບໂຈນລັກຊັບຢູ່ຮ້ານຊື້-ຂາຍເງິນ, ຄໍາ, ວັດຖຸມີຄ່າ ຢູ່ໃນຕະຫຼາດເມືອງວັງວຽງ ໄດ້ 1 ຄົນ ເປັນຊາຍໜຸ່ມ ອາຍຸ 19 ປີ ພາຍຫຼັງຕິດຕາມມາເດືອນກວ່າ ໂດຍຜູ້ກ່ຽວໄດ້ເຊົ່າຫ້ອງຢູ່ເພື່ອເຄື່ອນໄຫວລັກຊັບຢູ່ພາຍໃນເມືອງວັງວຽງ.

ເຈົ້າໜ້າທີ່ ປກສ ເມືອງວັງວຽງ ເປີດເຜີຍໃນອາທິດຜ່ານມາວ່າ: ໃນວັນທີ 5 ສິງຫາ 2019, ໄດ້ຮັບແຈ້ງຄວາມຈາກເຈົ້າ ຂອງຮ້ານວ່າ: ມີຄົນຮ້າຍບໍ່ຮູ້ຈໍານວນ ໄດ້ ປີນເຂົ້າທາງເພດານຮ້ານຊື້-ຂາຍເງິນ, ຄໍາ, ວັດຖຸມີຄ່າ ຢູ່ຕະ ຫຼາດເມືອງວັງວຽງ ແລ້ວລັກເອົາວັດຖຸມີຄ່າຫຼາຍລາຍການ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງລົງກວດກາສະຖານທີ່ເກີດເຫດ ພ້ອມທັງຕິດຕາມຜູ້ກໍ່ເຫດໃນຄັ້ງນີ້, ຜ່ານການເກັບກໍາ ແລະ ລວບລວມບັນດາຂໍ້ມູນຫຼັກຖານ ໃຊ້ເວລາ ເດືອນກວ່າ ຈຶ່ງສາມາດຈັບຕົວຜູ້ລົງມືກໍ່ເຫດໄດ້ຊື່ ທ້າວ ເລີດ ອາຍຸ 19 ປີ ຢູ່ບ້ານນໍ້າປາດ ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງເຊົ່າຫ້ອງພັກຢູ່ບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ໄປດຳເນີນການສອບສວນ.

ຜ່ານການສອບສວນ ທ້າວ ເລີດ ໄດ້ ຮັບສາລະພາບວ່າ: ຕົນເອງໄດ້ເຮັດໄປວຽກເປັນກໍາມະກອນຮັບກໍ່ສ້າງຢູ່ພາຍໃນເມືອງວັງວຽງ ໂດຍເຊົ່າຫ້ອງແຖວຢູ່ບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ມື້ໃດພັກວຽກແມ່ນຊອກເຄື່ອນ ໄຫວລັກຊັບຕາມເຮືອນປະຊາຊົນ ໂດຍກໍ່ເຫດມາແລ້ວຫຼາຍຄັ້ງ ເຊັ່ນ: ເວລາ 23 ໂມງ ຂອງວັນທີ 7 ກໍລະກົດ 2019 ຕົນເອງໄດ້ຍ່າງອອກຈາກຫ້ອງ ພັກມຸ່ງໜ້າໄປທາງຕະຫຼາດ ເມືອງວັງວຽງ ເພື່ອໄປຊອກລັກຊັບພໍຍ່າງໄປຮອດຂອບເຂດຕະຫຼາດຕົນໄດ້ເຫັນເຮືອນຫຼັງໜຶ່ງປະ ຕູປ່ອງຢ້ຽມຊັ້ນ 2 ເປີດຢູ່ ຕົນເອງຈຶ່ງໄດ້ປີນຂຶ້ນກໍາແພງແລ້ວເຂົ້າປ່ອງຢ້ຽມໄປໃນເຮືອນ. ຈາກນັ້ນ, ໄດ້ຊອກຫາເຄື່ອງມີຄ່າໄດ້ລັກໂທລະສັບຊໍາຊຸງ 1 ເຄື່ອງ ແລະ ໄອ ແພັດ 1 ເຄື່ອງ ວາງໄວ້ໜ້າໂຕະແລ້ວກັບໄປຫ້ອງພັກ, ສ່ວນໂທລະສັບຊໍາຊຸງແມ່ນໄດ້ເອົາໄປໃຫ້ແຟນຢູ່ບ້ານທົ່ງເມືອດ ເມືອງກາສີ.

ໃນວັນທີ 5 ສິງຫາ 2019, ຕົນເອງໄດ້ຍ່າງອອກຈາກຫ້ອງພັກມຸ່ງໜ້າໄປທາງຕະຫຼາດວັງວຽງ. ພໍມາຮອດຕະຫຼາດເຫັນຮ້ານ ຊື້-ຂາຍເງິນ, ຄໍາ, ວັດຖຸມີຄ່າຢູ່ໃນຕະຫຼາດ ເມືອງວັງວຽງ ບໍ່ເຫັນຄົນຍາມຕະຫຼາດ ຈຶ່ງໄດ້ປີນຂຶ້ນເພດານເຂົ້າໄປໃນຮ້ານໄດ້ລັກເອົາສາຍແຂນເງິນ ຈໍານວນ 7 ເສັ້ນ, ສາຍຄໍເງິນ ຈໍານວນ 7 ເສັ້ນ, ໂມງ 1 ໜ່ວຍ, ເງິນ 4.400.000 ກີບ ແລະ ກະເປົາພາຍຜູ້ຍິງ 1 ໜ່ວຍ. ຈາກນັ້ນ, ຜູ້ກ່ຽວໄດ້ເອົາໄປຊຸກເຊື່ອງໄວ້ໃນຫ້ອງພັກຂອງຕົນ, ສ່ວນເງິນແມ່ນເອົາໄປໃຊ້ຈ່າຍຫຼິ້ນກິນຈົນໝົດ. ມາຮອດວັນທີ 22 ກັນຍາ 2019, ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປມາດໍາເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງວັງວຽງ ໄດ້ເກັບກູ້ເຄື່ອງຂອງກາງທີ່ທ້າວ ເລີດ ລັກໄປຄືນມາໄດ້ຈໍານວນໜຶ່ງກ່ອນມອບຄືນໃຫ້ເຈົ້າຂອງເດີມ.