ຄະນະປະທານກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດຂອງ ແຂວງເຊກອງ
ຄະນະປະທານກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດຂອງ ແຂວງເຊກອງ

ໃນວັນທີ 14 ຕຸລາ 2019, ແຂວງເຊກອງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ; ເປັນປະທານໂດຍ ທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະກຳມະການຕ້ານການຄ້າມະນຸດແຂວງ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ຄໍາຄັ່ງ ທອງສະຫວັດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດແຂວງ, ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງເຊກອງ ໄດ້ຍົກໃຫ້ເຫັນສະພາບການຂອງແຂວງເຊກອງ ຍັງມີກຸ່ມຄົນບໍ່ດີຈຳນວນໜຶ່ງສືບຕໍ່ເຄື່ອນໄຫວໂຄສະນາ ເວົ້າລວມ, ເວົ້າສະເພາະ ພວກເຂົາຍັງໄດ້ເຄື່ອນໄຫວສ້າງປະກົດການຫຍໍ້ທໍ້ໃນສັງຄົມຂຶ້ນ ເຊັ່ນ: ປຸ້ນຊັບ, ຊິງຊັບ, ຄາດຕະກຳ, ຄ້າຂາຍຢາເສບຕິດ; ເຊິ່ງພາໃຫ້ເກີດຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ; ໃນນັ້ນ, ບັນຫາການຄ້າມະນຸດ, ຄ້າໂສເພນີ ກໍເປັນບັນຫາໜຶ່ງທີ່ເກີດຂຶ້ນດ້ວຍຮູບການຂົນຂວາຍ, ຊອກຫາແມ່ຍິງທີ່ມີອາຍຸນ້ອຍ, ໜ້າຕາດີໄປແຕ່ງດອງ ກັບຄົນຕ່າງປະເທດໂດຍບໍ່ຖືກຕ້ອງຕາມກົດໜາຍ ດ້ວຍຮູບການໝັ້ນໝາຍວາງຄ່າດອງສູງ ແລະ ກໍແລ່ນເອກະສານເດີນທາງໄປຕ່າງປະເທດ ໂດຍສະເພາະ ສປ ຈີນ.

ນອກຈາກນີ້, ຍັງໃຊ້ເລ່ລຽມຕິດຕໍ່ຫາວຽກທີ່ໄດ້ຄ່າຈ້າງສູງ, ງານເບົາ ເລີ່ມຈາກພາຍໃນ ເຊັ່ນ: ຂາຍເຫຼົ້າ, ຂາຍເບຍແບບທຳມະດາ ແລ້ວນຳໄປເຖິງການຂາຍບໍລິການທາງເພດ; ຈາກນັ້ນ, ກໍ ຫາທຸກວິທີທາງແກ່ດຶງອອກນອກປະເທດ ເພື່ອຊອກຫາຜົນປະໂຫຍດ, ສ່ວນຫຼາຍແມ່ນຕິດຕໍ່ໄປເຮັດວຽກຢູ່ປະເທດໄທ; ພ້ອມນັ້ນ, ຍັງມີການລັກປະກອບອາຊີບທີ່ບໍ່ຖືກຕ້ອງຕາມລະບຽບທີ່ກຳນົດໄວ້ ຫຼື ການອະນຸຍາດຈາກພາກສວ່ນກ່ຽວຂ້ອງ, ສ່ວນຫຼາຍແມ່ນຄົນຫວຽດນາມ ທີ່ມາໃນນາມທ່ອງທ່ຽວຢ້ຽມຢາມ, ແຕ່ລັກລອບປະກອບອາຊີບເຊັ່ນ: ຕັ້ງຮ້ານ ກາເຟ, ຮ້ານອາຫານອື່ນໆ ເພື່ອເປັນສາກບັງໜ້າ ແຕ່ເບື້ອງຫຼັງແມ່ນເຄື່ອນໄຫວຂາຍບໍລິການທາງເພດ.

ພັທ ຄໍາຄັ່ງ ທອງສະຫວັດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ແຂວງເຊກອງ
ພັທ ຄໍາຄັ່ງ ທອງສະຫວັດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ແຂວງເຊກອງ

ຄະນະກຳມະການຕ້ານການຄ້າມະນຸດ ໄດ້ເອົາໃຈໃສ່ເກັບກຳສະຖິຕິບັນດາບ້ານທີ່ເປັນກຸ່ມສ່ຽງຂະບວນການຄ້າມະນຸດ ໄດ້ 10 ໝູ່ບ້ານ, 7 ກຸ່ມ, 5 ໂຮງຮຽນໃນເທດສະບານເມືອງ; ໄດ້ຝຶກອົບຮົມໃນການໂຄສະນາຮ່ວມກັບພະແນກງານ-ສະຫວັດດີການສັງຄົມແຂວງ ຢູ່ 2 ເມືອງ ຄື: ເມືອງລະມານ, ເມືອງທ່າແຕງ ມີ 1 ຄັ້ງ ມີຜູ້ເຂົ້າຮ່ວມ ທັງໝົດ 82 ຄົນ ຍິງ 36 ຄົນ; ນອກຈາກນີ້: ຍັງໄດ້ລົງໂຄສະນາໃນບ້ານທີ່ມີຄວາມສ່ຽງຈາກການຄ້າມະນຸດ ກ່ຽວກັບຜົນຮ້າຍຂອງການຄ້າມະນຸດ ລວມມີ 6 ບ້ານ ຄື: ບ້ານກາເຟ, ບ້ານຫົວເຊ, ບ້ານຕຸມຍໍ, ບ້ານຈຸນລາ, ບ້ານປະຫຼາຍ, ບ້ານກະປື, ມີຄົນເຂົ້າຮ່ວມທັງໝົດ 570 ຄົນ ຍິງ 136 ຄົນ.

ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຈັດຕັ້ງປະຕິບັດແຜນການແກ້ໄຂບັນຫາການຄ້າມະນຸດ, ຄ້າໂສເພນີ ປີ 2018-2020 ສະບັບເລກທີ 115/ຫຫຼ, ລົງວັນທີ 12 ຕຸລາ 2018 ແລະ ຄຳສັ່ງແນະນຳຂອງກົມໃຫຍ່ຕຳຫຼວດ ສະບັບເລກທີ 15/ຕຫຼ, ລົງວັນທີ 12 ຕຸລາ 2018; ຜ່ານການຈັດຕັ້ງປະຕິບັດຄຳແນະນຳດັ່ງກ່າວ, ສາມາດເກັບກຳຂຶ້ນບັນຊີພື້ນທີ່, ສະຖານທີ່, ເປົ້າໝາຍທີ່ມີຄວາມສ່ຽງຈາກການຄ້າມະນຸດ ເຊັ່ນ: ຮ້ານກິນ-ດື່ມ, ຮ້ານບັນເທີງ, ຮ້ານຄາຣາໂອເກະ ລວມຈຳນວນ 38 ຮ້ານ; ໃນນີ້, ມີຮ້ານຂອງຊາວຫວຽດນາມ 9 ຮ້ານ ມີສາວບໍລິການ ທັງໝົດ 89 ຄົນ, ໄດ້ສຶກສາອົບຮົມກ່າວເຕືອນ; ໄດ້ສຳພາດຜູ້ຖືກເຄາະຮ້າຍ 2 ຄົນ ອາຍຸຕໍ່າກວ່າ 18 ປີ ທັງ 2 ຄົນ, ເຊິ່ງທັງສອງຄົນນີ້ແມ່ນຖືກຕົວະຍົວະໄປເຮັດວຽກຢູ່ປະເທດໄທແຕ່ປີ 2015 ແລະ ໄດ້ກັບມາໃນເດືອນກັນຍາ 2019; ໄດ້ຮັບແຈ້ງຄວາມ 1 ເລື່ອງ ກ່ຽວກັບຂໍ້ຫາທຳອານາຈານ, ໄດ້ຮັບສຳນວນຄະດີຈາກອົງການໄອຍະການເຂດ 1 ເລື່ອງ, ພວມດຳເນີນ 2 ເລື່ອງ (ປັດຈຸບັນພວມເກັບກຳຂໍ້ມູນຫຼັກຖານ); ໄດ້ຂຶ້ນບັນຊີເປົ້າໝາຍໃນທົ່ວແຂວງ 14 ເປົ້າໝາຍ ຍິງ 7 ເປົ້າໝາຍ; ເຊິ່ງແມ່ນເປົ້າໝາຍອາດມີການປຸກລະດົມຂົນຂວາຍໃນການຄ້າມະນຸດ, ໄດ້ແຈ້ງການແນະນໍາຂອງຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ ເຖິງ 4 ຕົວເມືອງ ໃນການສ້າງຕັ້ງຄະນະກໍາມະການຕ້ານການຄ້າມະນຸດຂັ້ນເມືອງສຳເລັດ.