ກອງປະຊຸມພົບປະແລກປ່ຽນບົດຮຽນ ວຽກງານວິຊາສະເພາະ ລະຫວ່າງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສປປ ລາວ ແລະ ກອງບັນຊາການຕໍາຫຼວດ ແຂວງກວາງບິງ ສສ ຫວຽດນາມ ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2019 ຢູ່ນະຄອນດົງເຫີຍ ແຂວງກວາງບິງ ສສ ຫວຽດນາມ; ເຊິ່ງຝ່າຍລາວນຳໂດຍ ພັທ ຈັນທາ ແສນສຸລິວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຝ່າຍຫວຽດນາມນຳໂດຍ ພັອ ບຸຍ ກວາງແທັງ ຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງກວາງບິງ, ໂດຍມີຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລືແລກປ່ຽນບົດຮຽນ ໃນຂົງເຂດວຽກງານຕ່າງໆ, ລາຍງານສະພາບການທີ່ເກີດຂຶ້ນພາຍໃນແຂວງຂອງຕົນ ໃຫ້ກັນ ແລະ ກັນຮັບຮູ້ ໂດຍສະເພາະ ດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ບັນຫາຢາເສບຕິດ, ຄ້າຂາຍເຖື່ອນ ແລະ ບັນຫາຊາຍແດນ ທີ່ໄດ້ສົ່ງຜົນກະທົບຕໍ່ສອງປະເທດ ເວົ້າລວມ, ເວົ້າສະເພາະ 2 ແຂວງ ສະຫວັນນະເຂດ-ກວາງບິງ ເພື່ອພ້ອມກັນຄົ້ນຄວ້າຕີລາຄາຫາວິທີແກ້ໄຂບັນຫາກົນອຸບາຍ ແລະ ຮູບການເຄື່ອນໄຫວຂອງ ບັນດາອິດທິຂອງກຳລັງປໍລະປັກ ທີ່ມີຕໍ່ລາວ ແລະ ຫວຽດນາມ ເປັນຕົ້ນແມ່ນ:

ກົນອຸບາຍການເຄື່ອນໄຫວຂອງ ບັນດາເປົ້າໝາຍນັກສືບສອດແນມ ແລະ ຜູ້ກໍ່ການຮ້າຍ, ເພີ່ມທະວີການແລກປ່ຽນບົດຮຽນ, ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ຜັນຂະຫຍາຍການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ, ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບກັນຕໍ່ສູ້ແກ້ໄຂລາຍຄະດີຕ່າງໆ ທີ່ກ່ຽວຂ້ອງກັບສອງຝ່າຍ ໃຫ້ສອດຄ່ອງຕາມຫຼັກການວິຊາສະເພາະ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງທັງສອງປະເທດ.

ນອກນັ້ນ, ກອງປະຊຸມ ຍັງໄດ້ສຶກສາອົບຮົມປະຊາຊົນບັນດາເຜົ່າ ທີ່ຢູ່ລຽບຕາມຊາຍແດນ ໃຫ້ເປັນເຈົ້າການປະຕິບັດສົນທິສັນຍາ ວ່າດ້ວຍ ລະບຽບການຊາຍແດນ ລາວ-ຫວຽດນາມ, ເອົາໃຈໃສ່ຊີ້ນໍາໆພາພະນັກງານ-ນັກຮົບວິຊາສະເພາະ ກອງບັນຊາການຕໍາຫຼວດເມືອງ ທີ່ມີຊາຍແດນຕິດຈອດ, ເອົາໃຈໃສ່ເຮັດໜ້າທີ່, ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນ ບົດບັນທຶກຊ່ວຍຈໍາ ທີ່ໄດ້ລົງນາມກັນ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ເພື່ອແນໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ເຮັດໃຫ້ແຂວງສະຫວັນນະເຂດ-ແຂວງກວາງບິງ ເປັນຊາຍແດນແຫ່ງສັນຕິພາບ ແລະ ມິດຕະພາບ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳ ເພື່ອພ້ອມກັນສືບຕໍ່ແກ້ໄຂປະກົດການຕ່າງໆ ທີ່ຍັງຄົງຄ້າງ ແລະ ສືບຕໍ່ເພີ່ມທະວີ, ຫັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫ່ວາງສອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ 2 ກໍາລັງປ້ອງກັນຄວາມສະຫງົບ 2 ແຂວງ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.