ກອງບັນຊາການ ປກສ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມອບລົດໃຫຍ່ 2 ຄັນ ແລະ ລົດຈັກ 10 ຄັນທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກ ແລະ ການຍັກຍອກຊັບໃນໄລຍະຜ່ານມາ ຄືນໃຫ້ເຈົ້າຂອງເດີມໃນວັນ ທີ 15 ຕຸ ລາ 2019, ກ່າວມອບໂດຍ ພັທ ທອງສະຫວັດ ແສນສຸວາດ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ກ່າວຮັບໂດຍຕາງໜ້າເຈົ້າຂອງລົດຈໍານວນດັ່ງກ່າວ.

ພັທ ທອງສະຫວັດ ແສນສຸວາດ ກ່າວວ່າ ລົດໃຫຍ່ ແລະ ລົດ ຈັກຈໍານວນດັ່ງກ່າວ ແມ່ນເກັບກູ້ຄືນໄດ້ຈາກການມ້າງຄະດີລັກຊັບ-ຍັກຍອກຊັບຂອງພົນລະເມືອງ ໃນຂອບເຂດອ້ອມຂ້າງໃນໄລຍະຜ່ານມາ, ເຊິ່ງສາມາດກັກຕົວຜູ້ຖືກຫາ ໄດ້ 5 ຄົນ ຊື່ ທ້າວ ແມັກກີ້ ອາຍຸ 25 ປິ ແລະ ທ້າວ ສະໄຫວ ຫຼື ໂຊລ້າ ອາຍຸ 19 ປີ ທັງສອງຢູ່ບ້ານບຶງຂະຫຍອງ; ທ້າວ ພອນ ປະດິດ ອາຍຸ 18 ປີ ບ້ານທົ່ງກາງທັງ 3 ຄົນ ຢູ່ເມືອງສີສັດຕະນາກ, ທ້າວ ດາລາເພັດ ອາຍຸ 27 ປີ ບ້ານວັດນາກ ແລະ ທ້າວ ພອນໄຊ ອາ ຍຸ 35 ປີ ຢູ່ບ້ານໜອງດ້ວງ ທັງ 2 ຄົນ ຢູ່ເມືອງສີໂຄດຕະບອງ ລວມ ຂອງກາງລົດທີ່ສາມາດເກັບກູ້ຄືນ ໄດ້ທັງໝົດ 12 ຄັນ ຄື: ລົດເກັງ ຈໍານວນ 2 ຄັນ ແລະ ລົດຈັກເວັບຮ້ອຍ-ສະກູປີໄອ ຈໍານວນ 10 ຄັນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນະນາກ ພວມດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງທີ່ພົວພັນກັບການລັກຊັບໃນຄັ້ງນີ້ ໄປດໍາເນີນຄະດີຕາມກົດໝາຍ.