ກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ແລະ ອົງການພັດທະນາ ແຫ່ງ ສະຫະປະຊາຊາດ ໄດ້ຈັດພິທີສະຫຼອງ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໃນວັນທີ 16 ຕຸລາ 2019 ທີ່ສູນການຄ້າລາວ-ໄອເຕັກ, ມີ ທ່ານ ນາງ ຊາຣາ ເຊັກເກັນ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ມີ ບັນດາອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ, ອົງການເພື່ອການພັດທະນາຂອງ ສະຫະປະຊາຊາດ ປະຈໍາ ສປປ ລາວ, ເອກະອັກຄະລັດຖະທູດ, ທູຕານຸທູດ, ຄູ່ຮ່ວມພັດທະນາ, ຄູອາຈານ ແລະ ນັກຮຽນ – ນັກສຶກສາ ເຂົ້າຮ່ວມ.

ທ່ານ ປອ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ ກ່າວວ່າ:

ການສະຫຼອງ ວັນອາຫານໂລກ ໃນປີນີ້ ແມ່ນຄົບຮອບ 39 ປີ ພາຍໃຕ້ຄໍາຂວັນ: “ ການກະທໍາຂອງພວກເຮົາ ຄືອະນາຄົດຂອງພວກເຮົາ, ສົ່ງເສີມການກິນອາຫານທີ່ດີ ມີຄຸນຄ່າຕໍ່ສຸຂະພາບ ເພື່ອການລຶບລ້າງຄວາມອຶດຫິວໃນໂລກ ”.

ການລະນຶກ ວັນສາກົນລຶບລ້າງຄວາມທຸກຍາກ ແມ່ນຄົບຮອບ 27 ປີ ພາຍໃຕ້ຄໍາຂວັນ: “ ຮ່ວມກັນສ້າງຄວາມເຂັ້ມແຂງ ໃຫ້ກັບເດັກນ້ອຍ, ຄອບຄົວ ແລະ ຊຸມຊົນ ເພື່ອລຶບລ້າງຄວາມທຸກຍາກ ”.

ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 16 ປີ ພາຍໃຕ້ຄໍາຂວັນ: “ ແຂ່ງຂັນຮັກຊາດ ແລະ ພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ”.

ການສະຫຼອງ 3 ວັນດັ່ງກ່າວ ໃນປີນີ້ ແມ່ນດໍາເນີນໄປຢູ່ໃນເງື່ອນໄຂທີ່ ບັນດາປະເທດ ແລະ ປະເທດເຮົາ ກໍໄດ້ຮັບຜົນກະທົບຈາກໄພທໍາມະຊາດ ຢ່າງໜັກໜ່ວງ ເປັນຕົ້ນແມ່ນ: ໄພນ້ໍາຖ້ວມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ການລະບາດຂອງ ບົ້ງຝູງສາລີ ແລະ ໄພແຫ້ງແລ້ງຢູ່ພາກເໜືອ, ການລະບາດຂອງ ພະຍາດອາຫິວາໝູອາຟຣິກາ ຢູ່ຫຼາຍແຂວງ ໃນຂອບເຂດທົ່ວປະເທດ.

ສິ່ງທີ່ກ່າວມານີ້ ໄດ້ຊີ້ໃຫ້ເຖິງຄວາມຫຍຸ້ງຍາກ ໃນໄລຍະສັ້ນ ຄື: ທ້າຍລະດູຝົນປີນີ້, ການສະໜອງສະບຽງອາຫານ ຈະບໍ່ສາມາດຕອບສະໜອງໄດ້ ຢ່າງເປັນປົກະຕິ ຄືປີຜ່ານມາ; ປະຊາຊົນຢູຫຼາຍບ່ອນ ຢືນຢູ່ຕໍ່ໜ້າຄວາມສ່ຽງທີ່ຈະທຸກຍາກຂຶ້ນຕື່ມ; ຄອບຄົວ ແລະ ບ້ານພົ້ນທຸກ ຢູ່ໃນເຂດທີ່ໄດ້ຮັບຜົນກະທົບ ຈະກັບມາທຸກຍາກຂຶ້ນຕື່ມ.

ເພື່ອເປັນການທົດແທນຜົນເສຍຫາຍ ໃນລະດູຝົນປີນີ້ ແລະ ມີສ່ວນແຮໄວ້ ເພື່ອເປັນສະບຽງພາຍໃນ ແລະ ຂາຍເປັນສິນຄ້າ, ຂະແໜງການກະສິກໍາ ແລະ ປ່າໄມ້ ບົນພື້ນຖານຄວາມເປັນເອກະພາບກັບທ້ອງຖິ່ນ ໃນທົ່ວປະເທດ ໄດ້ວາງຄາດໝາຍສູ້ຊົນສູງກວ່າທຸກປີ ຄື:

  • ນາແຊງໃຫ້ໄດ້ 100.000 ເຮັກຕາ
  • ຜະລິດເຂົ້ານາປີ 2020 ໃຫ້ໄດ້ 870.000 ເຮັກຕາ
  • ຜົນຜະລິດເຂົ້າທັງໝົດໃຫ້ໄດ້ 4 ລ້ານໂຕນ
  • ປູກພືດເປັນສິນຄ້າໃຫ້ໄດ້ 384.300 ເຮັກຕາ
  • ສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ສະເລ່ຍ ການບໍລິໂພກ 65 ກິໂລກຼາມຕໍ່ຄົນຕໍ່ປີ ໃນປີ 2020