ໃນ 3 ປີຕໍ່ໜ້າ, ( 2019-2022 ) ຄະນະພັກຮາກຖານສານ ປະຊາຊົນພາກກາງ ຈະສືບຕໍ່ຊີ້ນໍາ-ນໍາພາ ວຽກງານດ້ານວິຊາສະເພາະຂອງ ບັນດາຄະນະສານ ເພື່ອເຮັດໃຫ້ການດໍາເນີນພິຈາລະນາແກ້ໄຂຄະດີ ມີຄວາມວ່ອງໄວ, ຖືກຕ້ອງຕາມເຫດການຕົວຈິງ ແລະ ມີຄວາມຍຸຕິທຳ ເຮັດໃຫ້ຫາງສຽງໂຈມຕີຈາກຄູ່ຄວາມ ຫຼຸດໜ້ອຍຖອຍລົງ.

ສະຫາຍ ທະນົງສັກ ຣາຊະພົນ ຮອງເລຂາຄະນະພັກຮາກຖານ ຮອງປະທານສານປະຊາຊົນພາກກາງ ກ່າວວ່າ:

ໃນ 3 ປີຕໍ່ໜ້າ, ຄະນະພັກຮາກຖານ ຈະສືບຕໍ່ຊີ້ນໍາ-ນໍາພາ ວຽກງານດ້ານວິຊາສະເພາະຂອງ ບັນດາຄະນະສານ ຄື: ຄະນະສານເເພ່ງ, ຄະນະສານການຄ້າ, ຄະນະສານແຮງງານ, ຄະນະສານອາຍາ, ຄະນະສານຄອບຄົວ ແລະ ຄະນະສານເດັກ ໂດຍຖືເອົາ ມະຕິກອງປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດ ຄັ້ງທີ IX ເປັນຫຼັກ ເພື່ອເຮັດໃຫ້ການດໍາເນີນພິຈາລະນາແກ້ໄຂຄະດີ ມີຄວາມວ່ອງໄວ, ຖືກຕ້ອງຕາມເຫດການຕົວຈິງ ແລະ ກົດໝາຍຫຼາຍຂຶ້ນ.

ພ້ອມນັ້ນ, ກໍໃຫ້ມີຄວາມຍຸຕິທຳ ເຮັດໃຫ້ຫາງສຽງໂຈມຕີຈາກຄູ່ຄວາມ ຫຼຸດໜ້ອຍຖອຍລົງ ໂດຍໄປຄ່ຽງຄູ່ກັບ ການພິພາກສາແກ້ໄຂຄະດີ ຂັ້ນອຸທອນ ແລະ ຂັ້ນລົບລ້າງ ຢ່າງໜ້ອຍໃຫ້ໄດ້ 85% ຂຶ້ນໄປ; ນອກຈາກນີ້, ຍັງໄດ້ເອົາໃຈໃສ່ພິພາກສາປັບໃໝຜູ້ກະທໍາຜິດ, ຮີບວັດຖຸສິ່ງຂອງທີ່ໃຊ້ເຂົ້າໃນການກະທໍາຜິດ ເຂົ້າເປັນຂອງລັດ ພ້ອມທັງໃຫ້ໂຈດ ແລະ ຈໍາເລີຍ ເສຍອາກອນໃຫ້ລັດ ຕາມລະບຽບກົດໝາຍ.

ບໍ່ພຽງເທົ່ານັ້ນ, ກໍໃຫ້ສືບຕໍ່ເອົາໃຈໃສ່ ໃນການລົງໄປພິພາກສາຄະດີ ຢູ່ທ້ອງຖິ່ນແຂວງ ທີ່ຂຶ້ນກັບ ສານປະຊາຊົນພາກກາງ ( ຄະນະສານເຄື່ອນທີ່ ) ຕາມສິດ ແລະ ພາລະບົດບາດຂອງ ສານປະຊາຊົນພາກກາງ ທີ່ກໍານົດໄວ້ໃນກົດໝາຍ ຢ່າງໜ້ອຍໃຫ້ໄດ້ 25 ຄັ້ງຂຶ້ນໄປ.

ທີ່ຜ່ານມາ, ຄະນະພັກຮາກຖານ ສານປະຊາຊົນພາກກາງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການດໍາເນີນແກ້ໄຂຄະດີທີ່ຢູ່ໃນຄວາມຮັບຜິດຊອບ ເຮັດໃຫ້ການແກ້ໄຂຄະດີຮັບປະກັນຕາມຫຼັກການຮອບດ້ານ, ຄົບຖ້ວນ, ພາວະວິໄສ, ການພິພາກສາຄະດີ ນັບມື້ມີທ່ວງທ່າດີຂຶ້ນ ສະແດງໃຫ້ເຫັນວ່າ ຄວາມຖືກຕ້ອງສອດຄ່ອງກັບເຫດການຕົວຈິງ ແລະ ກົດໝາຍ ນັບມື້ດີຂຶ້ນ.

ການແກ້ໄຂຄະດີ ມີຄວາມວ່ອງໄວທັນກໍານົດເວລາ ທີ່ກົດໝາຍກໍານົດໄວ້ ເຊິ່ງສະແດງອອກໃນ 5 ປີ ຜ່ານມາ (2014-2019) ຄື:

ສາມາດແກ້ໄຂຄະດີໄດ້ 2.320 ເລື່ອງ, ຮິບວັດຖຸສິ່ງຂອງທີ່ໃຊ້ເຂົ້າໃນການກະທໍາຜິດ ເຂົ້າເປັນຂອງລັດໄດ້ 525.975.970 ກີບ, 2.017.598 ບາດ, 537.487 ໂດລາສະຫະລັດ, ລົດໃຫຍ່ 51 ຄັນ, ລົດຈັກ 32 ຄັນ, ເຮືອນ 1 ຫຼັງ, ດິນ 1 ຕອນ, ໂທລະສັບ 249 ເຄື່ອງ ແລະ ອາວຸດ 42 ກະບອກ ພ້ອມທັງພິພາກສາໃຫ້ໂຈດ ແລະ ຈໍາເລີຍ ເສຍອາກອນໃຫ້ລັດໄດ້ 157.496.548 ກີບ, 13.011.210 ບາດ ແລະ 2.409.652 ໂດລາສະຫະລັດ.