ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບຕົວກຸ່ມແກ້ງລັກລົດຈັກໄດ້ 3 ຄົນ ຍິງ 1 ຄົນໃນລະຫວ່າງວັນທີ 2-8 ກັນຍາ 2019, ເຊິ່ງເປັນໜຶ່ງກຸ່ມທີ່ເຄື່ອນໄຫວກໍ່ເຫດລັກລົດຈັກໃນນະ ຄອນຫຼວງວຽງຈັນ ໂດຍພວກກ່ຽວສາລະພາບ ກໍ່ເຫດລັກລົດຈັກມາແລ້ວ 30 ຄັນ ພ້ອມທັງຊັດທອດຜູ້ ຮັບຊື້ລົດຈັກທີ່ລັກມາໃນແຕ່ລະຄັ້ງອີກ 4 ຄົນ.

ໜ່ວຍງານວິຊາສະເພາະ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ຜູ້ຖືກຫາມີດັ່ງນີ້:

  • ທ້າວ ໄຊພອນ ຫຼື ກ໋ອດ ອາຍຸ 18 ປີ ຢູ່ບ້ານນາໄຫ ຖືກກັກຕົວໃນວັນທີ 2 ສິງ ຫາ 2019 ຂໍ້ຫາລັກຊັັບພົນລະເມືອງ
  • ທ້າວ ຕິກ ອາຍຸ 16 ປີ ຢູ່ບ້ານໜອງແວງ ຖືກກັກຕົວວັນທີ 8 ສິງຫາ 2019 ຂໍ້ຫາລັກຊັບພົນລະເມືອງ ແລະ ຊຸກເຊື່ອງຊັບ-ຊື້ຂາຍຊັບຜິດກົດໝາຍ
  • ນາງ ປະພາພອນ ຫຼື ປູ ອາຍຸ 25 ປີ ຢູ່ບ້ານສົມສະນຸກ ກັກຕົວວັນທີ 5 ສິງຫາ 2019 ຂໍ້ຫາຊຸກເຊື່ອງຊັບຊື້-ຂາຍຊັບຜິດກົດໝາຍ ທັງ 3 ຄົນ ຂຶ້ນກັບເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຈາກສອບສວນ, ພວກກ່ຽວສາລະພາບວ່າ: ລົດຈັກທີ່ລັກມາແຕ່ລະຄັ້ງນຳມາຊຸກເຊື່ອງໄວ້ທີ່ຫ້ອງເຊົ່າຂອງນາງ ປູ. ຈາກນັ້ນ, ນາງ ປູ ຈະເປັນຄົນຕິດຕໍ່ຂາຍຊັບໃຫ້ກັບຜູ້ຮັບຊື້ລົດຈັກເຖື່ອນ ປະກອບມີ:

  • ທ້າວ ຄຳຈັນ ອາຍຸ 28 ຢູ່ເຂດບ້ານໂພນເຄັງ ເມືອງໄຊເສດຖາ
  • ທ້າວ ວັນ ອາຍຸ 32 ປີ ຢູ່ບ້ານໜອງແຕງ ເມືອງສີໂຄດຕະບອງ
  • ທ້າວ ຕົ້ນ ອາຍຸ 25 ປີ ຢູ່ບ້ານໂພນປາເປົ້າ ເມືອງ ສີສັດຕະນາກ
  • ທ້າວ ບຸນຫຼາຍ ເປັນຄົນແຂວງຫຼວງພະບາງ.

ຜ່ານມາໄດ້ຮ່ວມກັນລັກ, ຊຸກເຊື່ອງ-ຊື້ຂາຍຊັບຜິດກົດໝາຍມາແລ້ວ 30 ຄັ້ງ. ນັບແຕ່ເດືອນ ເມສາ 2019 ເປັນຕົ້ນມາ, ລວມລົດທີ່ລັກ ແລະ ຊຸກເຊື່ອງ-ຊື້ຂາຍ ປະກອບມີລົດຈັກ ເວບຮ້ອຍ 23 ຄັນ, ລົດຈັກສະກຸບປີ 3 ຄັນ, ຄິກໄອ 125 ຈຳນວນ 2 ຄັນ, ອາ 15 ແລະ ເອັມສະແລ໋ດ.

ນອກນີ້, ພວກກ່ຽວຍັງໄດ້ຮ່ວມລັກລົດຈັກກັບພັກພວກອີກ 6 ຄົນ ຄື:

  • ທ້າວ ໄຊສະຫວັນ ຫຼື ບອຍ ອາຍຸ 25 ປີ ຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ
  • ທ້າວ ອ່ອດ ອາຍຸ 23 ປີ ຢູ່ບ້ານຮ່ອງຄ້າ ເມືອງສີໂຄດຕະບອງ
  • ທ້າວ ກ໋ອບ ອາຍຸ 37 ປີ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ
  • ທ້າວ ນັດ ອາຍຸ 17 ປີ ຢູ່ບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ
  • ທ້າວ ໝີ ອາຍຸ 25 ປີ ຢູ່ບ້ານທາດຫຼວງກາງ ເມືອງໄຊເສດຖາ
  • ທ້າວ ແຫຼ້ນ້ອຍ ອາຍຸ 40 ຢູ່ເຂດເມືອງນາຊາຍທອງ, ເຊິ່ງເຈົ້າໜ້າທີ່ພວມຕິດຕາມຕົວພວກກ່ຽວທັງ 6 ຄົນໄປດໍາເນີນຄະດີຕາມກົດໝາຍແລ້ວ.