ໃນວັນທີ 18 ຕຸລາ ທີ່ຜ່ານມານີ້້, ກົມຕໍາຫຼວດສິ່ງແວກລ້ອມ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ພ້ອມດ້ວຍພະນັກງານ-ນັກຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາຢາສູບເຖື່ອນ ຈໍານວນ 48 ກວ່າແກັດ ລວມມູນຄ່າເກືອບ 200.000.000 ກີບ ໄປທໍາລາຍຖິ້ມຢູ່ສູນບໍາບັດຂີ້ເຫຍື້ອ.

ພັທ ສິງປະດິດ ບັນດານສຸກ ຮອງຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ໃຫ້ຮູ້ວ່າ: ຢາສູບທີ່ນໍາມາທໍາລາຍ ແມ່ນເປັນຢາສູບເຖື່ອນ ຫຼື ວ່ານອກລະບົບ, ເຊິ່ງນໍາເຂົ້າຜິດບໍ່ຖືກຕ້ອງຕາມກົດໝາຍ, ບໍ່ໄດ້ຜ່ານການຕິດສະແຕັມການເສຍພາສີ-ອາກອນ, ເປັນຢາສູບທີ່ບໍ່ມີກາໝາຍຈໍ້າ, ບໍ່ມີສະຫຼາກ ແລະ ບໍ່ມີຄໍາແນະນໍາຢູ່ຂ້າງຊອງ, ບໍ່ມີຄໍາເຕືອນສຸຂະພາບ ຫຼື ຮູບພາບຢູ່ໃນສິນຄ້າ ໂດຍໄດ້ເລີ່ມລົງກວດກາຢູ່ຕາມຫ້າງຮ້ານອື່ນໆ. ແຕ່ວັນທີ 16 ກັນຍາ – 9 ຕຸລາ  2019 ສາມາດພົບເຫັນຜູ້ລ່ວງລະເມີດທັງໝົດ 7 ຄົນ ກັກຢາສູບໄດ້ ທັງໝົດ ຈໍານວນ 48 ແກັດ ກັບ 62 ຕຸດ ລວມມູນຄ່າເກືອບ 200.000.000 ກີບ.

        ສ່ວນຜູ້ລ່ວງລະເມີດ, ທາງເຈົ້າໜ້າທີ່ ແມ່ນໄດ້ນໍາໄປສຶກສາອົບຮົມກ່າວເຕືອນ ເພື່ອບໍ່ໃຫ້ກະທໍາຜິດອີກ. ພ້ອມທັງຮຽກຮ້ອງ ມາຍັງຜູ້ຄ້າ-ຂາຍ, ຜູ້ປະກອບການ, ພະນັກງານ, ພໍ່-ແມ່ປະຊາຊົນ ຕະຫຼອດຮອດນັກສຶກສາ-ນັກຮຽນ ທຸກພາກສ່ວນ ໃຫ້ເອົາໃຈໃສ່ເປັນຫູເປັນຕາໃນການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ບໍ່ໃຫ້ເກີດໃນສັງຄົມ  ແລະ ຍຸຕິການຄ້າ-ຂາຍເຖື່ອນເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ.