ທ້າວ ດາລາເພັດ ອາຍຸ 27 ປີ ຢູ່ບ້ານວັດນາກ ເມືອງສີສັດນາກ ນະຄອນຫຼວງວຽງຈັນ ເຄີຍຖືກສານຕັດອິດສະຫຼະພາບ 3 ປີ  ຄະດີລັກຊັບພົນລະເມືອງ ພາຍຫຼັງພົ້ນໂທດອອກມາ ຜູ້ກ່ຽວບໍ່ມີທ່າທີຈະປ່ຽນແປງພຶດຕິກໍາ; ເຊິ່ງຜູ້ກ່ຽວກໍ່ເຫດໄປຊອກລັກຊັບແບບເກົ່າ. ຄັ້ງນີ້, ເຄື່ອນໄຫວລັກລົດຈັກ ຈໍານວນ 8 ຄັ້ງ ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຈັບຕົວໃນວັນທີ 16 ສິງຫາ 2019 ຜ່ານມາ.

ຜ່ານການສອບສວນ, ທ້າວ ດາລາເພັດ ສາລະພາບວ່າ:  ໄລຍະຜ່ານມາ, ໄດ້ເຄື່ອນໄຫວລັກຊັບພົນລະເມືອງມາແລ້ວຫຼາຍຄັ້ງ; ສ່ວນຫຼາຍແມ່ນລັກລົດຈັກ ແລະ ເຄີຍຖືກດໍາເນີນຄະດີໃນຂໍ້ຫາການລັກຊັບພົນລະເມືອງ ຖືກສານຕັດສິນລົງໂທດຈໍາຄຸກ 3 ປີ  ໃນປີ 2013 ເມື່ອພົ້ນໂທດອອກມາກໍກັບໄປພົວພັນກັບໝູ່ເຄື່ອນໄຫວລັກຊັບອີກ ຈໍານວນ 8 ຄັ້ງ; ເຊິ່ງເປົ້າໝາຍແມ່ນຕາມຫ້ອງເຊົ່າ ແລະ ຫໍພັກ ຄື:  ຄັ້ງທີ 1. ທ້າວ ດາລາເພັດ ແລະ ທ້າວ ແອ ອາຍຸ 27 ປີ ຢູ່ບ້ານວັດນາກ ໄດ້ພາກັນຂີ່ລົດຈັກເວບຮ້ອຍ ສີດໍາ-ແດງ ເລາະຫຼິ້້ນຕາມທາງ ພໍໄປຮອດວິທະຍາໄລເຕັກນິດຊັບພະວິຊາ ເຂດບ້ານໂສກປ່າຫຼວງ ພົບເຫັນລົດເວັບຮ້ອຍ ສີປອນ-ດໍາ ຈອດໄວ້ໜ້າຫໍພັກ ກະແຈຄາຢູ່ ຈຶ່ງເຂົ້າໄປລັກເອົາແລ້ວຂີ່ອອກໄປໄວ້ຢູ່ເຮືອນ ທ້າວ ແອ ແລ້ວກໍປົດປ້າຍອອກ. ຈາກນັ້ນ, ກໍເອົາລົດຄັນດັ່ງກ່າວໄປໃຫ້ທ້າວ ຊ້າງ ອາຍຸ 26 ປີ ຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ເປັນຜູ້ໄປຂາຍໄດ້ເງິນຈໍານວນ 1.500.000 ກີບ ແລ້ວກໍແບ່ງກັນ.

        ຄັ້ງທີ 2. ໄດ້ພາກັນຂີ່ລົດຈັກຊອກຫາລັກລົດຈັກໄປຕາມທາງ ພໍຂີ່ຮອດຫ້ອງແຖວ ເຂດບ້ານດອນປ່າໃໝ່ ພົບເຫັນລົດຈັກເວັບຮ້ອຍ ສີແດງ-ດໍາ ຈອດໄວ້ໜ້າຫ້ອງແຖວ ຈຶ່ງໄດ້ຍ່າງເຂົ້າໄປເບິ່ງ ແລ້ວໃຊ້ກະແຈທີ່ໄດ້ກະກຽມມານໍາໄປສຽບໃສ່ແລ້ວຕິດຈັກ ຂັບຂີ່ອອກໄປເຮືອນຂອງ ທ້າວ ແອ  ແລ້ວນໍາໄປຂາຍໃຫ້ທ້າວ ຂຽວ ອາຍຸ ປະມານ 35 ປີ ບ້ານໄຊຊະຖານ ເມືອງສີສັດຕະນາກ ໃນລາຄາ 1.000.000 ກີບ ເມື່ອຂາຍໄດ້ແລ້ວກໍເອົາເງິນໄປຫຼິ້ນເກມ-ເຕີມເຊີຈົນໝົດ.

        ຄັ້ງທີ 3. ຜູ້ກ່ຽວ ແລະ ທ້າວ ຫຼ້າ ອາຍຸ 30 ປີ ບ້ານວັດນາກ ໄດ້ພາກັນໄປຫຼິ້ນເຂດບ້ານໂສກປ່າຫຼວງ ຈຶ່ງພົບເຫັນລົດຈັກໂຄລາວ ສີແດງ-ດໍາຈອດໄວ້ຈອດໄວ້ຕໍ່ໜ້າຫ້ອງແຖວ ຈາກນັ້ນ, ທ້າວ ຫຼ້າ ຈຶ່ງເຂົ້າໄປຈູງລົດຄັນດັ່ງກ່າວແລ້ວຕັດສາຍໄຟ ເມື່ອສໍາເລັດແລ້ວກໍເອົາໄປຊຸກເຊື່ອງໄວ້ຢູ່ເຮືອນຂອງ ທ້າວ ຫຼ້າ.

        ຄັ້ງທີ 4. ໄດ້ພາກັນຂີ່ລົດຈັກສະແມັດສີຟ້າ-ດໍາ ໄປຕາມເສັ້ນທາງມຸ້ງໜ້າໄປຫາບ້ານພັນໝັ້ນ ຈຶ່ງເຫັນລົດຈັກເວບຮ້ອຍ ສີໝາກຄໍ້ ຕົນຈຶ່ງໄດ້ໃຊ້ກະແຈໂຕເຕ້ ງັດລົດຄັນດັ່ງກ່າວ ແລ້ວຂີ່ໄປເຮືອນທ້າວ ອາມິດ ອາຍຸ 35 ປີ ຢູ່ບ້ານຮ່ອງແກ ເມືອງໄຊເສດຖາ ເປັນຜູ້ເອົາໄປຂາຍ ແຕ່ບໍ່ໄດ້ເງິນນໍາທ້າວ ອາມິດ ຈັກກີບ.

        ຄັ້ງທີ 5. ໄດ້ຮ່ວມກັນກັບ ທ້າວຫຼ້າ ໄປລັກລົດຈັກຢູ່ເຂດບ້ານທົ່ງກາງ ເມື່ອຮອດຫໍພັກພະນັກ ຈຶ່ງເຫັນລົດເປົ້າໝາຍ ເຊິ່ງຈອດຢູ່ກ້ອງຂັ້ນໄດ ຕົນຈຶ່ງເຂົ້າໄປຫັກຄໍລົດ ແລ້ວໃຫ້ ທ້າວ ຫຼ້າຂັບໄປເຮືອນຂອງຜູ້ກ່ຽວ ເພື່ອລໍ ຖ້າຂາຍໃນມື້ຕໍ່ໄປ.

ຄັ້ງທີ 6.  ໃນເດືອນມິຖຸນາ 2018,  ໄດ້ຮ່ວມກັນກັບທ້າວຫຼ້າ ໄປງັດຫ້ອງແຖວຫຼັງໜຶ່ງ ຢູ່ບ້ານທົງກາງ ເມືອງສີສັດຈະນາກ ພາຍໃນຫ້ອງມີລົດຈັກເວບຮ້ອຍສີປອນດໍາ ຍັງບໍຕິດປ້າຍທະບຽນ ແລ້ວພາກັນຂີ່ອອກໄປເຮືອນ ເຊິ່ງຄັ້ງນີ້ ແມ່ນເອົາມານໍາໃຊ້ເອງ ຈາກນັ້ນກໍຖືກເຈົ້າໜ້າທີ່ ປກສ ກຸ່ມວັດນາກ ກັກຕົວພ້ອມກັບລົດຄັນດັ່ງກ່າວ ແຕ່ຜູ້ປົກຄອງໄດ້ປະກັນຕົວອອກມາ.

        ຄັ້ງທີ 7. ປີ 2018, ພາຍຫຼັງແລ້ວ ກໍໄດ້ກັບໄປພົວພັນກັບ ທ້າວ ຫຼ້າ ຮ່ວມກັນເຄື່ອນໄຫວລັກລົດຈັກອີກ ເຊິ່ງຄັ້ງນີ້ ແມ່ນນໍາໃຊ້ລົດ ຟີໂນ ເຊິ່ງເປັນລົດຂອງແຟນ ທ້າວ ດາລາເພັດ ກໍ່ເຫດລັກຊັບ ເມື່ອຂີ່ລົດຮອດຫໍພັກຄູ ຢູ່ບ້ານວັດນາກ  ເຫັນລົດເວບຮ້ອຍສີແດງ-ດໍາ ຈອດຢູ່ໜ້າຫໍພັກ ພວກກ່ຽວທັງສອງ ຈຶ່ງໄດ້ຈອດລົດໄວ້ ແລ້ວຍ່າງເຂົ້າໄປເບິ່ງ ໂດຍໃຫ້ ທ້າວ ຫຼ້າ ເປັນຄົນປົດລ໋ອກກະແຈຕີນລົດ ແລະ ຕົນແມ່ນໃຊ້ກະແຈທີ່ກຽມມາຫັນເປີດກະແຈ ເມື່ອສໍາແລ້ວ ກໍຂີ່ອອກໄປຄົນລະທາງ ໂດຍບອກ ທ້າວ ຫຼ້າ ໄປຂາຍ.

         ຄັ້ງທີ 8. ແມ່ນໃນວັນທີ 10 ສິງຫາ 2019 ເວລາປະມານ 15:00 ຜູ້ກ່ຽວໄດ້ຍ່າງອອກໄປຫຼິ້ນຄົນດຽວ ເພື່ອຈະໄປຫາໝູ່ ແຕ່ພໍຮອດເຮືອນວິນລາແຫ່ງໜຶ່ງ ບໍ່ມີຄົນຢູ່ເຮືອນ ຈຶ່ງໄດ້ປີນຮົ້ວເຂົ້າໄປ ແລ້ວລັກເອົາໂທລະສັບຊໍາຊຸງ 1 ເຄື່ອງ, ບັດເອທິເອັມ 1 ບັດ, ກະເປົາເງິນ 1 ໜ່ວຍ ພ້ອມເງິນ 900.000 ກີບກັບ 1.000 ບາດ, ປັກລັກແຂນ 1 ເສັ້ນ ແລະ ເຄື່ອງອື່ນໆອີກຈໍານວນໜຶ່ງ. ຮອດວັນທີ 16 ສິງຫາ, ກໍຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ.