ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ ພະນັກງານ-ນັກຮົບ ຈໍານວນ 45 ສະຫາຍ ຍິງ 13 ສະຫາຍ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ໃນວັນທີ 18 ຕຸລາ 2019, ປະດັບຊັ້ນໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ, ໂດຍມີ ຄະນະພັກ-ຄະນະບັນຊາ, ຄະນະພະແນກ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ

ພັທ ປອ ບຸນເຮືອງ ທໍາມະໂກດ ຮັກສາການຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງ ເລກທີ 2077/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ ພະນັກງານ-ນັກຮົບ ກົມໃຫຍ່ຕໍາຫຼວດ ເຊິ່ງໃນນີ້ໄດ້ຕົກລົງເລື່ອນຊັ້ນ ດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 29 ສະຫາຍ ຍິງ 5 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ ຍິງ 4 ສະຫາຍ
  • ສິບເອກ ຂຶ້ນ ວາທີ 4 ສະຫາຍ ຍິງ 4 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 1 ສະຫາຍ

ເຊິ່ງແມ່ນພະນັກງານ-ນັກຮົບທີ່ຄົບມາດຖານເງື່ອນໄຂ ທີ່ໄດ້ຮັບນະໂຍບາຍເລື່ອນຊັ້ນ ແລະ ແມ່ນຜູ້ທີ່ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ມີຜົນສໍາເລັດ.

ໃນຕອນທ້າຍ, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ເນັ້ນໃຫ້ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ, ຮັກສາມູນເຊື້ອອັນດີງາມ ແລະ ຫ້າວຫັນໃສ່ທຸກຂົງເຂດວຽກງານປ້ອງກັນຄວາມສະຫງົບ, ເຮັດໃຫ້ການຈັດຕັ້ງ ແລະ ພໍ່-ແມ່ປະຊາຊົນ ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ, ມີສະຕິ ແລະ ເຂັ້ມງວດ ໃນການປະຕິບັດລະບຽບວິໄນ ພ້ອມທັງຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ເປັນແບບຢ່າງທີ່ດີ ໃຫ້ກັບພະນັກງານ-ນັກຮົບ.

ໃນພິທີ, ພັອ ປອ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຍັງໄດ້ປາຖະກະຖາ ວັນປະກາດເອກະລາດ 12 ຕຸລາ 1945 ຄົບຮອບ 74 ປີ ແລະ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃຫ້ ຄະນະພັກ, ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ທີ່ເຂົ້າຮ່ວມພິທີໃນຄັ້ງນີ້ ອີກດ້ວຍ.