ວິທະຍາຄານ ສັນຕິບານ ປະຊາຊົນ ( ວສປ ) ກະຊວງ ປກສ ໄດ້ຈັດພິທີປິດຊຸດຮຽນໃຫ້ ນັກສຶກສາລະບົບປະລິນຍາໂທ ແລະ ລະບົບປະລິນຍາຕີ ໃນວັນທີ 18 ຕຸລາ 2019, ມອບໃບປະກາສະນີຍະບັດໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວສປ, ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ໂດຍມີ ບັນດາຄະນະພັກ, ຄະນະບັນຊາ, ຄະນະອໍານວຍການ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນັກສຶກສາ ເຂົ້າຮ່ວມ.

ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ

ພັອ ບຸນນ້ອຍ ໄຊຍະພູມ ຮອງອໍານວຍການ ວສປ ໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດຮຽນ ວ່າ:

ນັກສຶກສາລະບົບປະລິນຍາໂທ ຮຸ່ນທີ 9 ມີທັງໝົດຈໍານວນ 39 ສະຫາຍ ຍິງ 2 ສະຫາຍ, ໂຄງການສຶກສາຮໍ່າຮຽນ ລະບົບປະລິນຍາໂທ ແມ່ນ 2 ປີ, ປະກອບມີ 2 ພາກ ເຊິ່ງເລີ່ມຮຽນຕົວຈິງ ມາຕັ້ງແຕ່ວັນທີ 27 ພະຈິກ 2017-17 ທັນວາ 2018 ລວມມີ 25 ວິຊາ, 64 ໜ່ວຍກິດ, ມີ 4 ພາກຮຽນຄື:

  • ພາກຄວາມຮູ້ທົ່ວໄປ
  • ພາກວິຊາບັງຄັບ
  • ພາກວິຊາເລືອກເຟັ້ນ
  • ຂຽນວິທະຍານິພົນ
ມອບໃບປະກາສະນີຍະບັດໂດຍ ພົຈວ ປອ ວັນເຮືອງ ນັນທະວົງ ອໍານວຍການ ວສປ

+ ຜ່ານການຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມ ແລະ ການຄົ້ນຄວ້າວິທະຍາສາດ ຂອງ ນັກສຶກສາປະລິນຍາໂທ ຮຸ່ນທີ 9 ສາມາດສັງລວມໄດ້ ຄື: ຄະແນນສະເລ່ຍການຮຽນ ລະດັບ ຂ ( ເກຼດ B+ ) ມີ 39 ສະຫາຍ ຍິງ 2 ສະຫາຍ, ຄະແນນຄຸນສົມບັດ 9 ມີ 39 ສະຫາຍ.

+ ຜ່ານການຕີລາຄາໝາກຜົນ ການປ້ອງກັນວິທະຍານິພົນ ໃນຈໍານວນ 39 ຫົວຂໍ້ ຂອງ 39 ສະຫາຍ ສາມາດບັນລຸໄດ້ປະເພດຄະແນນດີເດັ່ນ ( ເກຼດ A ) ມີ 39 ສະຫາຍ ຍິງ 2 ສະຫາຍ ເທົ່າກັບ 100%.

ລະບົບປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 15/2 ມີທັງໝົດຈໍານວນ 105 ສະຫາຍ ຍິງ 7 ສະຫາຍ, ກໍານົດເວລາຮຽນ 2 ປີ, ປະກອບມີ 4 ພາກຮຽນ ແລະ ແບ່ງອອກເປັນ 3 ໄລຍະ, ຜ່ານການຈັດຕັ້ງຕີລາຄາໝາກຜົນ ການປ້ອງກັນໂຄງການຈົບຊັ້ນຂອງ ນັກສຶກສາ ຮຸ່ນທີ 15/2 ສະຫຼຸບໄດ້ຄື:

  • ປະເພດຄະແນນດີເດັ່ນ ເກຼດ A ມີ 51 ສະຫາຍ ຍິງ 5 ສະຫາຍ ເທົ່າກັບ 49,03%
  • ຄະແນນດີຫຼາຍ ເກຼດ B+ ມີ 47 ສະຫາຍ ຍິງ 2 ສະຫາຍ ເທົ່າກັບ 45,19%
  • ຄະແນນດີ ເກຼດ B ມີ 5 ສະຫາຍ ເທົ່າກັບ 4.80%
  • ຄະແນນດີ ເກຼດ C+ ມີ 1 ສະຫາຍ ເທົ່າກັບ 0,96%

ຜົນຂອງການປ້ອງກັນບົດໂຄງການຈົບຊັ້ນ ປະລິນຍາຕີຕໍ່ເນື່ອງຂອງ ນັກສຶກສາ ຮຸ່ນທີ 15/2 ແມ່ນໄດ້ບັນລຸຄາດໝາຍ 100% ຈາກຜົນງານຄວາມດີທຽບໃສ່ 5 ຫຼັກມູນການສຶກສາ ທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ

ໃນໂອກາດນີ້, ນັກສຶກສາ 15/2 ຍັງໄດ້ຮັບການເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 4 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 5 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 6 ສະຫາຍ ຍິງ 2 ສະຫາຍ ແລະ ຮັກສາຊັ້ນເກົ່າມີຄື: ຊັ້ນພັນໂທ 1 ສະຫາຍ, ພັນຕີ 7 ສະຫາຍ, ຮ້ອຍເອກ 26 ສະຫາຍ ຍິງ 1 ສະຫາຍ ແລະ ຮ້ອຍໂທ 44 ສະຫາຍ ຍິງ 3 ສະຫາຍ.