ໂຮງຮຽນ ປກສ ຊັ້ນສູງເລກ 4 ເປີດຊຸດຮຽນ

0
1271

ໃນທ້າຍອາທິດທີ່ຜ່ານມາ, ໂຮງຮຽນ ປກສ ຊັ້ນສູງເລກ 4 ໄດ້ຈັດພິທີເປີດຊຸດຮຽນວິຊາສະເພາະລະບົບກໍ່ສ້າງ ຮຸ່ນທີ 2 ແລະ ລະບົບບຳລຸງ ຮຸ່ນທີ 10 ເພື່ອເປັນ ການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານ-ນັກຮົບ ທາງດ້ານວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ; ໃຫ້ມີຄວາມໜັກແໜ້ນ ຮັບປະກັນດ້ານປະລິມານ ແລະ ຄຸນນະພາບໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບໄປຄຽງຄູ່ກັບການພັດທະນາບຸກຄະລາກອນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ມີປະສິດທິຜົນ ເພື່ອຮັບໃຊ້ຊາດ, ຮັບໃຊ້ປະຊາຊົນບັນດາເຜົ່າໃຫ້ ດີຂຶ້ນເທື່ອລະກ້າວ.

ໂຮງຮຽນ ປກສ ຊັ້ນສູງເລກ 4 ເປີດຊຸດຮຽນ
ໂຮງຮຽນ ປກສ ຊັ້ນສູງເລກ 4 ເປີດຊຸດຮຽນ

ເປັນປະທານໂດຍ ພັທ ບຸນມີ ມາກຄະວານ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ກະຊວງປ້ອງກັນ ຄວາມສະຫງົບ, ມີ ພັທ ສີວິໄລ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງຈຳປາ ສັກ ແລະ ພັທ ໄກຍະກອນ ພິມພາ ພົງສະຫວັດ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງ ເລກ 4 ແຂວງຈຳປາສັກ ມີຄະນະພັກ-ຄະນະອຳນວຍການ, ແຂກທີ່ຖືກເຊີນ; ພະນັກງານຫຼັກແຫຼ່ງຈາກບັນ ດາຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງຈຳປາສັກ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາລະບົບກໍ່ສ້າງ ຊັ້ນສູງ ຮຸ່ນທີ 2 ແລະ ນັກສຶກສາລະບົບ 3 ເດືອນ ຮຸ່ນທີ 10 ເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ເຂັມພອນ ສຸຂາວົງ ຮອງຫົວ ໜ້າຫ້ອງການເມືອງ ປກສ ແຂວງຈຳປາ ສັກ ກ່າວວ່າ:

ຊຸດຮຽນວິຊາສະເພາະປ້ອງ ກັນຄວາມສະຫງົບ ລະບົບກໍ່ສ້າງຊັ້ນສູງ 2 ປີ ຮຸ່ນທີ 2 ມີນັກສຶກສາທັງໝົດ 265 ສະຫາຍ ຍິງ 37 ສະຫາຍ ແລະ ນັກສຶກສາລະບົບບຳລຸງວິຊາສະເພາະ 3 ເດືອນ ຮຸ່ນ ທີ 10 ມີ 92 ສະຫາຍ ຍິງ 13 ສະຫາຍ.ໃນນັ້ນ, ລະບົບກໍ່ສ້າງໄດ້ແບ່ງອອກເປັນ 2 ສາຍຮຽນ ຄື: ສາຍຕຳຫຼວດ ແລະ ສາຍສັນຕິບານ ປະກອບມີ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ; ມີ 4 ໝວດວິຊາຮຽນ. ໃນນັ້ນ ໄດ້ກຳນົດວິຊາ ຮຽນ ຄື: ໝວດວິຊາຄວາມຮູ້ທົ່ວໄປ, ໝວດວິຊາພື້ນຖານວິຊາສະເພາະ, ໝວດວິຊາສະເພາະ ແລະ ໝວດວິຊາເລືອກ, ເຊິ່ງໄດ້ກຳນົດເວລາຮຽນເປັນໄລຍະເວລາ 2 ປີ, ເທົ່າກັບ 80 ອາທິດ.

ສຳລັບການຮຽນ-ການສອນນັກສຶກສາລະບົບບຳລຸງ 3 ເດືອນ ຮຸ່ນທີ 10 ແມ່ນໄດ້ກຳນົດເວລາ 90 ວັນ, ເທົ່າກັບ 12 ອາທິດ ມີ 35 ຊົ່ວໂມງ, ມີ 3 ໝວດ ຄື: ໝວດວິຊາຄວາມຮູ້ທົ່ວໄປ; ໝວດວິຊາພື້ນຖານວິຊາສະເພາະ, ໝວດວິຊາສະເພາະຕຳຫຼວດ ສັນຕິບານ ແລະ ຄົ້ນ ຄວ້າສອບເສັງຈົບຊັ້ນ.

ໂຮງຮຽນ ປກສ ຊັ້ນສູງເລກ 4 ເປີດຊຸດຮຽນ
ໂຮງຮຽນ ປກສ ຊັ້ນສູງເລກ 4 ເປີດຊຸດຮຽນ

ໃນໂອກາດດຽວກັນ, ພັທ ບຸນມີ ມາກຄະວານ ໄດ້ເນັ້ນໜັກໃຫ້ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທັງສອງລຸ້ນ ຕ້ອງໄດ້ເອົາໃຈໃສ່ປະຕິບັດໂຄງການຮຽນການສອນໃຫ້ມີປະສິດທິຜົນສູງ ຄູ-ອາຈານ ແລະ ນັກຮຽນທຸກຄົນ ຕ້ອງໄດ້ກຳນົດເນື້ອໃນໂຄງການສິດສອນ ກໍຄືການຄົ້າຄວ້າຮ່ຳຮຽນໃຫ້ຖືກຕ້ອງຕາມກຳນົດເວລາ; ພ້ອມທັງປະຕິບັດກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ ເພື່ອບັນລຸຄາດໝາຍ ຕ້ອງໄດ້ຕັດສິນໃຈສູງຕໍ່ໜ້າທີ່ວຽກງານຄົ້ນຄວ້າຮ່ຳຮຽນ, ເພີ່ມທະວີຄວາມສາມັກຄີຮັດແໜ້ນຢູ່ພາຍໃນໃຫ້ດີ; ພ້ອມທັງຖືເອົາການຝຶກຝົນຫຼ່ໍຫຼອມຕິດ ພັນກັບການສ້າງຂະບວນການ ເຊັ່ນ: ຫຼິ້ນກິລາອອກແຮງງານ, ການເພີ່ມພູນຜະລິດຜົນ ແລະ ທັງເປັນການຝຶກຝົນທາງດ້ານລະບຽບການບັນຊາ-ນຳພາກຳ ລັງໃນຂັ້ນໝູ່, ຂັ້ນກອງຮ້ອຍພ້ອມນັ້ນ ຕ້ອງໄດ້ປະກອບສ່ວນປັບປຸງໂຮງຮຽນ ແລະ ປະຕິບັດມະຕິຄຳສັ່ງຕ່າງໆວາງ ອອກຢ່າງເຂັ້ມງວດ.

ໂອກາດດຽວກັນ, ໂຮງຮຽນ ປກສ ຊັ້ນສູງ ເລກ 4 ແຂວງຈຳປາສັກ ຍັງໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດ ວັນຄູແຫ່ງຊາດ ຄົບຮອບ 25 ປີ ( 7 ຕຸລາ 1994-7 ຕຸລາ 2019 ); ໂດຍການເຂົ້າຮ່ວມປາຖະກະຖາຂອງ ພັທ ໄກຍະກອນ ພິມພາພົງສະຫວັດ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງ ເລກ 4 ມີທີບັນດາພະນັກງານຫຼັກແຫຼງ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຮັບຟັງ.