ທ້າວ ພອນໄຊ ອາຍຸ 55 ປີ ຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ສວຍໂອກາດເອົາ ລົດເກ໊ງທີ່ນາຍຈ້າງເຊົ່າມາໃຫ້ຂີ່ເພື່ອແລ່ນເອກະສານ. ແຕ່ຜູ້ກ່ຽວເອົາໄປຊວດຈໍາເອົາເງິນໃຊ້ຈ່າຍສ່ວນຕົວ. ສຸດ ທ້າຍ, ຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຈັບຕົວຂໍ້ຫາຍັກຍອກຊັບຕາມການແຈ້ງຄວາມຂອງເຈົ້າຂອງລົດ.

ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ເປີດເຜີຍວ່າ: ເບື້້ອງຕົ້ນ, ໃນວັນທີ 7 ສິງຫາ 2019 ທ້າວ ບຸນຈັນ ອາຍຸ 40 ປີ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ໄດ້ເຂົ້້າແຈ້ງຄວາມວ່າ: ມີທ້າວ ລີເຊີນສຽງ ນັກທຸລະກິດ ສັນຊາດຈີນ ພັກເຊົາຢູ່ບ້ານຫາຍໂຊກ ເມືອງຈັນທະບູລີ ໄປເຊົ່າລົດເກ໊ງ ຍີ່ຫໍ້ MG 350 ສີຂາວ ໝາຍເລກທະບຽນ ຄອ 1188 ກໍາແພງນະຄອນ ໄລຍະການກໍານົດເຊົ່າແມ່ນເດືອນຕໍ່ເດືອນ. ຮອດເດືອນພຶດສະພາ ຫາ ມິຖຸນາ 2019, ຕິດຕໍ່ຫາ ທ້າວ ສີເຊິນສຽງ ບໍ່ໄດ້. ພາຍຫຼັງໄດ້ຮັບແຈ້ງຄວາມ, ເຈົ້າໜ້າທີ່ໄດ້ລົງເກັບກໍາຂໍ້ມູນຫຼັກຖານ ເພື່ອຕິດ ຕາມຕົວຜູ້ໃຊ້ລົດຄັນດັ່ງກ່າວ. ຈົນຮອດວັນທີ 12 ກັນຍາ, ຈຶ່ງພົບເຫັນລົດຄັນດັ່ງກ່າວຢູ່ຄາສິໂນ ST ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ. ເຈົ້າໜ້າທີ່ຈຶ່ງຕິດຕາມໄປຈັບຕົວຜູ້ຂັບຂີ່ລົດຄັນດັ່ງກ່າວ ຊື່ທ້າວ ພອນໄຊ ອາຍຸ 55 ປີ ຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ໄປສອບສວນ.

ຜ່ານການສອບສວນ ທ້າວ ພອນໄຊ ສາລະພາບວ່າ: ໃນວັນທີ 14 ເມສາ 2019, ໄດ້ມີນາຍຈ້າງ ຊື່ ທ້າວ ສຽວລີ້ ນັກທຸລະກິດ ບໍລິສັດການເງິນຈຸລະພາກຊິນແບບເຕັກໂນໂລຍີ ຕັ້ງຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ໄດ້ມອບລົດເກ໊ງ ຍີ່ຫໍ້ MG ສີຂາວ ໝາຍເລກທະບຽນ ຄອ 1188 ກໍາແພງນະຄອນ ທີ່ເຊົ່າມາຈາກ ທ້າວ ສົມຈັນ (ຜູ້ເສຍຫາຍ) ໃຫ້ເປັນຜູ້ຄຸ້ມຄອງນໍາໃຊ້ແລ່ນເອກະສານດໍາເນີນທຸລະກິດ ໂດຍກໍານົດໄລຍະເວລາ 3 ເດືອນແມ່ນໃຫ້ສໍາເລັດ; ມາຮອດທ້າຍເດືອນເມສາ, ຕົນເອງໄດ້ໄປຫາ ນາງ ສີໃສ ບ້ານໜອງດ້ວງ ເມືອງສີໂຄດຕະ ບອງ ຢູ່ຄາຊິໂນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ເພື່ອທີ່ຈະເອົາລົດຄັນດັ່ງກ່າວໄປຈໍາເອົາເງິນນໍາ ນາງ ສີໃສ ໂດຍໄດ້ບອກ ນາງ ສີໃສ ວ່າ: ລົດຄັນດັ່ງກ່າວແມ່ນລົດ ບໍລິສັດໃຫ້ຕົນຂີ່ ເພື່ອແລ່ນວຽກ, ສ່ວນເອກະສານແມ່ນບໍ່ມີ. ຈາກນັ້ນ, ນາງ ສີໃສ ກໍຮັບຈໍານໍາໃນມູນຄ່າ 50.000 ບາດ ແລະ ດອກ ເບ້ຍ ຈໍານວນ 5.000 ບາດ ໄລຍະເວລາແມ່ນ 7 ມື້ຕໍ່ 10%. ພາຍຫຼັງຮອດກໍານົດ ຕົນແມ່ນບໍ່ໄດ້ໄປເອົາລົດຄັນດັ່ງກ່າວ ພ້ອມທັງບໍ່ຈ່າຍຕົ້ນທຶນ ແລະ ດອກເບ້ຍ.

ຈາກນັ້ນ, ໃນວັນທີ 23 ສິງຫາ, ທ້າວ ພອນໄຊ ໄດ້ໄປເຊົ່າລົດຮຸນໄດເອັກເຊັນບູ່ ສີປອນເງິນ ໝາຍເລກທະບຽນ ກນ 7157 ກໍາແພງນະຄອນ ນໍາທ້າວ ສະຫງັດ ອາຍຸ 74 ປີ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ກໍານົດ 10 ວັນ ຄິດໄລ່ວັນລະ 500.000 ກີບ ດອກເບ້ຍ 10%. ຈາກນັ້ນ, ໄດ້ຕົກລົງເຊັນສັນຍາເຊົ່າ ແລະ ທ້າວ ສະ ຫງັດ ກໍມອບເອກະສານ ພ້ອມລົດໃຫ້ ເມື່ອໄດ້ລົດແລ້ວ ຕົນເອງກໍເອົາລົດຄັນດັ່ງກ່າວໄປຊວດຈໍາເອົາເງິນຢູ່ແດນສະຫວັນ ນໍ້າງື່ມລີສອດ ເມືອງທຸລະຄົມ ແຂວງວຽງຈັນ ໃນລາຄາ 150.000 ບາດ ກໍານົດແມ່ນ 10 ວັນ ດອກ ເບ້ຍ 10% ແລະ ຜູ້ກ່ຽວກໍບໍ່ເຄີຍຈ່າຍຕົ້ນທຶນ ແລະ ດອກເບ້ຍຄືນກັບໄລຍະຜ່ານມາ. ມາຮອດວັນທີ 9 ກັນຍາ, ຜູ້ກ່ຽວກໍຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ ພ້ອມເກັບກູ້ລົດໃຫຍ່ 2 ຄັນ ທີ່ຜູ້ກ່ຽວໄປຈໍາເອົາເງິນໃນຄັ້ງນີ້. ສ່ວນລົດໃຫຍ່ທັງສອງຄັນ ເຈົ້າໜ້າທີ່ ປກສ ເມືອງ ສີສັດຕະນາກແມ່ນໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນທີ່ຮຽບຮ້ອຍແລ້ວ.

ນາຍຈ້າງເຊົ່າລົດເກ໊ງໃຫ້ຂີ່ ແລ້ວເອົາໄປຊວດຈຳ ຖືກຈັບຂໍ້ຫາຍັກຍອກຊັບ

ສ່ວນ ທ້າວ ພອນໄຊ ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ເມືອງສີສັດຕະນາກ ພວມສະຫຼຸບສໍານວນຄະດີ ເພື່ອສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ ເນື່ອງຈາກການກະທໍາຜິດຂອງ ທ້າວ ພອນໄຊ ແມ່ນມີຄົບຕາມ 4 ອົງປະກອບຂອງການກະທໍາຜິດທາງອາຍາ ໂດຍຜູ້ກ່ຽວໄດ້ສວຍໂອກາດຊ່ອງວ່າງສ້າງຄວາມໄວ້ເນື້ອເຊື່ອໃຈເຮັດໃຫ້ຜູ້ອື່ນມອບຊັບໃຫ້ຕົນເອງເປັນຜູ້ຮັກສາຄຸ້ມຄອງນໍາໃຊ້ ແລະ ຜູ້ກ່ຽວໄດ້ເອົາໄປຊວດຈໍາ ການກະທໍາດັ່ງກ່າວເປັນການກະທໍາທີ່ແຕະຕ້ອງເຖິງກໍາມະສິດຂອງພົນລະເມືອງ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.