ໜັງສືພິມຄວາມສະຫງົບ ໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ

0
1321

ຕະຫຼອດໄລຍະຜ່ານມາ, ວຽກງານໜັງສືພິມຄວາມສະຫງົບ ແມ່ນໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍົກລະດັບທາງດ້ານປະລິມານ ແລະ ຄຸນນະພາບ ກາຍເປັນກະບອກສຽງອັນສໍາຄັນ ໃນວຽກງານການເມືອງ-ແນວຄິດຂອງ ກຳລັງປ້ອງກັນຄວາມສະຫງົບ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເປັນການປຸກລະດົມຊຸກຍູ້ ເຮັດໃຫ້ມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິຂອງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ.

ພັຕ ນາງ ພູສີ ສົມພະອິນ ຮອງເລຂາໜ່ວຍພັກ ຮອງຫົວໜ້າໜັງສືພິມຄວາມສະຫງົບ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍພັກໜັງສືພິມຄວາມສະຫງົບ ຄະນະບັນນາທິການຂ່າວສານ ກົມໃຫຍ່ການເມືອງ ກະຊວງ ປກສ ໃນວັນທີ 21 ຕຸລາ 2019, ໂດຍມີ ພັທ ພອນສະຫວັນ ອຸດົມເພັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ, ພ້ອມທັງມີ ຄະນະໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ພັຕ ນາງ ພູສີ ສົມພະອິນ ຮອງເລຂາໜ່ວຍພັກ ຮອງຫົວໜ້າໜັງສືພິມຄວາມສະຫງົບ ກ່າວວ່າ:

3 ປີຜ່ານມາ, ຄະນະໜ່ວຍພັກ ໜັງສືພິມຄວາມສະຫງົບ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ວຽກງານວິຊາສະເພາະ ຕາມພາລະບົດບາດສິດ ແລະ ໜ້າທີ່ ເຊິ່ງມີຜົນງານອັນພົ້ນເດັ່ນ ຄື: ສາມາດສ້າງຕັ້ງ ເວັບໄຊໜັງສືພິມຄວາມສະຫງົບ ສໍາເລັດໃນວັນທີ 27 ສິງຫາ 2017, ສ້າງ ແລະ ເປິດໃຊ້ງານເພກເຟດບຸກເປັນຂອງຕົນເອງ.

ເຊິ່ງຕະຫຼອດໄລຍະການເຄື່ອນໄຫວຂອງໜ່ວຍພັກ ສາມາດຊີ້ນໍາ-ນໍາພາ ສະມາຊິກພັກ ແລະ ພະນັກງານ ເຄື່ອນໄຫວປະຕິບັດໜ້າທີ່ ໄດ້ດັ່ງນີ້:

  • ເກັບກໍາຂ່າວ-ຂຽນຂ່າວໄດ້ 12.096 ຂ່າວ, ຂຽນບົດໄດ້ 5.551 ບົດ
  • ສາມາດຮຽບຮຽງຂ່າວຕ່າງປະເທດ, ຂ່າວກິລາ, ບົດຮູ້ໄວ້ໄດ້ປະໂຫຍດ ລວມທັງໝົດ 11.616 ບົດ-ຂ່າວ ແລະ ອັບຂ່າວຂຶ້ນເວັບໄຊຂອງຕົນທຸກວັນ ຢ່າງທັນເວລາ
  • ອອກແບບຈັດໜ້າໄດ້ 14.640 ໜ້າ, ສົ່ງຂ່າວໃຫ້ກະຊວງໄດ້ 1.218 ຂ່າວ
  • ສ້າງຄູ່ມືໃຫ້ ໜ່ວຍງານເລຂາ-ກວດແກ້ອັກສອນ, ສາມາດກວດແກ້ໄດ້ທັງໝົດ 14.640 ໜ້າ, ຮັບເບີກ-ຈ່າຍອຸປະກອນໃຫ້ພະນັກງານ-ນັກຮົບໄດ້ 1.488 ເທື່ອຄົນ
ປ່ອນບັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່

ພ້ອມນັ້ນ, ຍັງເປັນ ເສນາທິການໃນການຄຸ້ມຄອງ, ກວດກາ, ປະຈຳການ ຕະຫຼອດທັງວັນລັດຖະການ ແລະ ເສົາ-ທິດ, ອໍານວຍຄວາມສະດວກໃຫ້ແກ່ ການພົວພັນຮ່ວມມືກັບພາກສ່ວນຕ່າງໆ, ປະຊຸມສ່ອງແສງລາຍງານວຽກງານ ໃນແຕ່ລະທິດໃຫ້ຂັ້ນເທິງ ແມ່ນກຳນົດເອົາຕອນເຊົ້າຂອງທຸກໆວັນຈັນ ເພື່ອກໍາແໜ້ນການເຄື່ອນໄຫວຂອງພະນັກງານ-ນັກຮົບ, ການປະຕິບັດນະໂຍບາຍດ້ານຕ່າງໆ ແລະ ຕອບສະໜອງອຸປະກອນວັດຖຸເຕັກນິກ ໃຫ້ແກ່ ພະນັກງານ-ນັກຂ່າວ ໃຫ້ມີຄວາມສາມາດດໍາເນີນວຽກງານໄດ້ເປັນຢ່າງດີ.

ມີຜູ້ລົງສະໝັກ 5 ສະຫາຍ ເຊິ່ງເລືອກເອົາ 3 ສະຫາຍ

ທິດທາງແຜນການໃນຕໍ່ໜ້າ, ຄະນະໜ່ວຍພັກ ໜັງສືພິມຄວາມສະຫງົບ ຈະສືບຕໍ່ຊີ້ນໍາ-ນໍາພາ ປັບປຸງວຽກງານໜັງສືພິມຄວາມສະຫງົບ ໃຫ້ກ້າວສູ່ຄຸນນະພາບໃໝ່, ເປັນກະບອກສຽງທີ່ແຫຼມຄົມຂອງພັກ, ຂອງກຳລັງປ້ອງກັນຄວາມສະຫງົບ ໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງພັກ, ຂອງຊາດ, ຜົນງານວິລະກໍາ, ແຜນການວຽກງານຂອງ ກໍາລັງ ປກສ ແລະ ການແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ; ເຊິ່ງເນື້ອໃນການໂຄສະນາ ຈະຕ້ອງສ່ອງແສງເຖິງລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງຊີ້ນຳ ແລະ ລັກສະນະຕໍ່ສູ້.

ນອກຈາກນີ້, ຈະສືບຕໍ່ພັດທະນາຕໍ່ຍອດ ໜັງສືພິມຄວາມສະຫງົບ ໃຫ້ມີຫຼາກຫຼາຍຄໍລໍາ, ແທດເໝາະກັບໜ້າທີ່ການເມືອງ, ເນື້ອໃນໃຫ້ສາມາດດຶງດູດຄວາມສົນໃຈ, ເຂົ້າເຖິງໃຈຂອງຜູ້ອ່ານ ແລະ ເພີ່ມຍອດການພິມ-ຈໍາໜ່າຍ ເພື່ອເປີດກວ້າງເປົ້າໝາຍຜູ້ອ່ານໃຫ້ຫຼາຍຂຶ້ນ.

ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ ເຊິ່ງເລືອກເອົາ 3 ສະຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພັທ ປອ ຕູ້ ດວງມະນີ ເປັນເລຂາ, ພັຕ ນາງ ພູສີ ສົມພະອິນ ເປັນຮອງເລຂາ ແລະ ພັຕ ສຸດຕາ ວົງສົມພູ ເປັນກຳມະການກວດກາພັກ.