ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ສໍາເລັດການເຂົ້າຮ່ວມ ກອງປະຊຸມຫົວໜ້າອົງການພິເສດ ອົງການຮັກສາຄວາມໝັ້ນຄົງ ແລະ ອົງການປະຕິບັດກົດໝາຍ ຄັ້ງທີ 18 ທີ່ເມືອງໂຊຈີ ສະຫະພັນລັດເຊຍ ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-17 ຕຸລາ 2019 ແລະ ໄດ້ເດີນທາງກັບຮອດນະຄອນຫຼວງວຽງຈັນ ໃນວັນທີ 20 ຕຸລາ 2019 ໂດຍການຕ້ອນຮັບຂອງ ພົຕ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍ ຄະນະທູດ ສະຫະພັນລັດເຊຍ ປະຈຳ ສປປ ລາວ.

ການສໍາເລັດການເຂົ້າຮ່ວມ ກອງປະຊຸມຫົວໜ້າອົງການພິເສດ ອົງການຮັກສາຄວາມໝັ້ນຄົງ ແລະ ອົງການປະຕິບັດກົດໝາຍ ຄັ້ງທີ 18 ຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນໃນການພົວພັນປະສານງານ ລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ທາງດ້ານວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດ ພ້ອມທັງເປັນການຊ່ວຍເຫຼືອເຊິ່ງກັນແລະກັນ ໃນດ້ານຕ່າງໆ ໃຫ້ມີຄວາມສະດວກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.