ປກສ ແຂວງອຸດົມໄຊ ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ

0
1657
ພັທ ສີວອນ ໄຊຍະວົງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ
ພັທ ສີວອນ ໄຊຍະວົງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນອາທິດແລ້ວນີ້, ເຊິ່ງປະດັບຊັ້ນໂດຍ ພັທ ສີວອນ ໄຊຍະວົງ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາຂັ້ນຫ້ອງ, ກອງ, ຄ້າຍ, ໂຮງຮຽນ, ປກສ ເມືອງ ຕະຫຼອດຮອດ ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ

ໃນພິທີ, ສະຫາຍ ພັທ ຄຳນວນ ໄຊຍະວົງ ຄະນະພັກ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2093/ປກສ ລົງວັນທີ 26 ກັນຍາ 2019 ແລະ ຂໍ້ຕົກລົງ ເລກທີ 2822/ກມປສ ລົງວັນທີ 3 ກັນຍາ 2019 ວ່າດ້ວຍ ການປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງອຸດົມໄຊ ເຊິ່ງໃນນີ້ໄດ້ເລື່ອນຊັ້ນ ດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ ມີ 9 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 29 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 6 ສະຫາຍ

ພ້ອມນັ້ນ ຍັງມີຂໍ້ຕົກລົງ ເລກທີ 5517/ປກສອຊ ລົງວັນທີ 11 ຕຸລາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕຳຫຼວດ ປກສ ແຂວງອຸດົມໄຊ ເຊິ່ງປະກອບມີ:

  • ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ ຈຳນວນ 35 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 20 ສະຫາຍ
  • ສິບຕີ ຂຶ້ນ ສິບໂທ 2 ສະຫາຍ

ໃນຕອນທ້າຍພິທີ, ທ່ານຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ກ່າວຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ວ່າ: ແຕ່ລະສະຫາຍ ຕ້ອງຫ້າວຫັນຕໍ່ໜ້າທີ່ວຽກງານ, ມີລະບຽບວິໄນເຂັ້ມງວດ, ຝືກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກ, ພະນັກງານ-ນັກຮົບ ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.